ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

​ສ​ຫລ​ ຄັດ​ຄ້ານ​ຕໍ່​ການ​ປ່ຽນ​ແປງ​​ສະ​ຖາ​ນະ​ພາບໃນ​ປັດ​ຈຸ​ບັນ ຂອງ​ຊ່ອງ​ແຄບ​ໄຕ້​ຫວັນ ຕາມ​ລຳ​ພັງຝ່າຍ​ດຽວ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ໄບ​ເດັນ


ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ທີ່ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 26 ສິງ​ຫາ 2022. ສະ​ຫະ​ລັດ​ຢາກ​ໃຫ້​ມີ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ ນັ້ນ​ຄື​ຄຳ​ປາ​ໄສ​ຂອງ​ທ່ານ ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 21 ກັນ​ຍາ 2022.
ແຟ້ມ - ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ທີ່ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 26 ສິງ​ຫາ 2022. ສະ​ຫະ​ລັດ​ຢາກ​ໃຫ້​ມີ​ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ ນັ້ນ​ຄື​ຄຳ​ປາ​ໄສ​ຂອງ​ທ່ານ ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ທີ 21 ກັນ​ຍາ 2022.

ສະ​ຫະ​ລັດຢາກ​ໃຫ້​ມີ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບຢູ່​ທັງ​ສອງ​ຟາກ​ຝັ່ງຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນແລະ​ຈະ​ສືບ​ຕໍ່​ “ຄັດ​ຄ້ານຕໍ່​ການ​ປ່ຽນ​ແປງ ​ຕາມ​ລຳ​ພັງ​ແຕ່​ພຽງ​ຝ່າຍ​ດຽວ ຈາກສະ​ຖາ​ນະ​ພາບ​ໃນ​ປັດ​ຈຸ​ບັນ ບໍ່​ວ່າ​ຈາກ​ຝ່າຍ​ໃດ​ກໍ​ຕາມ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ພຸດ​ວານນີ້.

ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ແມ່ນ​ເທື່ອ​ທຳ​ອິດ​ທີ່​ທ່ານ​ໄບ​ເດັນ​ໄດ້​ເວົ້າ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ນະ​ໂຍ​ບາຍ​ຂອງ​ສະ​ຫະ​ລັດຕໍ່​ຈີນ ແລະ​ໄຕ້​ຫວັນ ໃນ​ຖາ​ນະ​ປະ​ທາ​ນາ​ທິ​ບໍ​ດີ ຢູ່​ໃນ​ຄຳ​ປາ​ໄສ​ຕໍ່​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ນຳ​ພາ​ດ້ວຍ​ການ​ທູດ​ຂອງ​ພວກ​ເຮົາ ເພື່ອດີ້ນ​ຮົນ​ຕໍ່​ສູ້​ໃນ​ການ​ແກ້​ໄຂ​ບັນ​ຫາ​ຂັດ​ແຍ້ງ​ຕ່າງໆ​ ດ້ວຍ​ສັນ​ຕິ​ວິ​ທີ. ພວກ​ເຮົາ​ແມ່ນ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ ຂ້າມ​ຊ່ອງ​ແຄບ​ໄຕ້​ຫວັນ. ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໝາຍ​ຕໍ່​ນະ​ໂຍ​ບາຍ​ຈີນ​ດຽວ ຊຶ່ງ​ໄດ້​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ​ມາ​ໄດ້​ສີ່​ທົດ​ສະ​ວັດ ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່​ຄັດ​ຄ້ານຕໍ່​ການ​ປ່ຽນ​ແປງ​ໂດຍ​ລຳ​ພັງ​ພຽງ​ຝ່າຍ​ດຽວ​ ຈ​າກ​ສະ​ຖາ​ນະ​ພາບ​ໃນ​ປັດ​ຈຸ​ບັນ ບໍ່​ວ່າ​ຈາກ​ຝ່າຍ​ໃດ.”

ແຟ້ມ - ກຳ​ປັ່ນ​ພິ​ຄາດ USS Sampson ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ເມື່ອ​ວັນ​ທີ 26 ເມ​ສາ 2022. (U.S. Pacific Command via AP)
ແຟ້ມ - ກຳ​ປັ່ນ​ພິ​ຄາດ USS Sampson ແລ່ນ​ຜ່ານ​ຊ່ອງ​ແຄບ​ໄຕ້​ຫວັນ ເມື່ອ​ວັນ​ທີ 26 ເມ​ສາ 2022. (U.S. Pacific Command via AP)

ສີ່​ທົດ​ສະ​ວັດ​ມາ​ແລ້ວ ສະ​ຫະ​ລັດ​ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງວ່າ ການ​ຕັດ​ສິນ​ໃຈ​ຂອງ​ຕົນ ​ທີ່​ຈະ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ກັບ​ຈີນ ​ໃນ​ປີ 1979 ແມ່ນ​ຍ້ອນ​ຄວາມ​ຫວັງ​ທີ່ວ່າ “ອະ​ນາ​ຄົດ​ຂອງ​ໄຕ້​ຫວັນ​ຈະ​ມີ​ການ​ຕົກ​ລົງ​ກັນ​ແບບ​ສັນ​ຕິ​ວິ​ທີ” ດັ່ງ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ຄວາມ​ສຳ​ພັນ​ກັບ​ໄຕ້​ຫວັນ. ສະ​ຫະ​ລັດ​ກໍ​ເຊັ່ນ​ດຽວ​ກັນບໍ່​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ເປັນ​ເອກ​ກະ​ລາດ​ຂອງ​ໄຕ້​ຫວັນ.

ການ​ໃຫ້​ຄວາມ​ເຫັນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ ມີ​ຂຶ້ນ​ຫຼັງ​ຈາກ​ທ່ານ​ກ່າວ​ວ່າ ສະ​ຫະ​ລັດ​ຈະ​ປົກ​ປ້ອງ​ໄຕ້​ຫວັນ​ຖ້າ​ຫາກ​ຖືກ​ໂຈມ​ຕີ​ຈາກ​ຈີນ ຊຶ່ງ​ເປັນ​ເທື່ອ​ທີ​ສີ່ ທີ່​ທ່ານ​ໄດ້​ໃຫ້​ຄວາມ​ເຫັນ​ແບບນີ້ ນັບ​ແຕ່​ໄດ້​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ປີ 2021. ທຳ​ນຽບ​ຂາວ​ກ່າວ​ວ່າ ທ່ານ​ໄບ​ເດັນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ​ນະ​ໂຍ​ບາຍ. ພວກ​ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ກ່າວ​ຕອບ​ໂຕ້​ດ້ວຍ​ຄວາມ​ໂກດ​ແຄ້ນ ຕໍ່​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ໄບ​ເດັນ.

ຈີນ​ແມ່ນເດັດ​ຂາ​ດ ​ຄັດ​ຄ້ານ​ຕໍ່​ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ​ໄບ​ເດັນ ແລະ​ຈະ​ຍື່ນ​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ເລື້ອງ​ນີ້ ອີງ​ຕາມ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ.

ໃນ​ວັນ​ພຸດ​ວານນີ້ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ໄດ້​ກ່າວ​ຢ້ຳ​ວ່າ ວໍ​ຊິງ​ຕັນ​ບໍ່​ໄດ້​ຊອກ​ຫາ​ຊ່ອງ​ທາງ​ຢາກ​ໃຫ້​ເກີດ​ບັນ​ຫາ​ຂັດ​ແຍ້ງ​ທາງ​ທະ​ຫານ​ກັບ​ຈີນ. ເຈົ້າ​ໜ້າ​ທີ່​ຂອງວໍ​ຊິງ​ຕັນ​ແລະ​ປັກ​ກິ່ງ​ໄດ້​ວາງ​ແຜນ​ເພື່ອ​ໃຫ້​ພວກ​ຜູ້​ນຳ​ຂອງ​ເຂົາ​ເຈົ້າ​ໄດ້​ພົບ​ປະ​ແບບ​ເຊິ່ງ​ໜ້າ ໃນ​ກອງ​ປະ​ຊຸມ​ສຸດຍອດ​ພູ​ມີ​ພາກ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ຊຶ່ງ​ມີ​ກຳ​ນົດ​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພະ​ຈິກ​ທ້າຍ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG