ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຮຽກ​ຮ້ອງ ບໍ່​ໃຫ້​ມີ ​ການ​ໃຊ້ ​ຄວາມ​ຮຸນ​ແຮງ ຈາກ​ສອງ​ຝ່າຍ ໃນ​ການ​ປະ​ທ້ວງ ຮົງ​ກົງ


ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ທະ​ກັບ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ເພື່ອ​ຮຽກ​ຮ້ອງ​ປະ​ຊາ​ທິ​ປະ​ໄຕ ແລະ ປະ​ຕິ​ຮູບ​ການ​ເມືອງ, ເຂດ ຊູ​ເຫວິນ ຫວານ, ຮົງ​ກົງ.
ຜູ້​ປະ​ທ້ວງ​ຕໍ່​ຕ້ານ​ຮ່າງ​ກົດ​ໝາຍ​ສົ່ງ​ຜູ້​ຮ້າຍ​ຂ້າມ​ແດນ ແກວ່ງ​ລະ​ເບີດ​ນ້ຳ​ມັນ​ເຊື້ອ​ໄຟ ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ປະ​ທະ​ກັບ​ຕຳຫຼວດ​ປາບ​ປາມ​ຈະ​ລາ​ຈົນໃນ​ລະ​ຫວ່າງ​ການ​ຊຸມ​ນຸມ ເພື່ອ​ຮຽກ​ຮ້ອງ​ປະ​ຊາ​ທິ​ປະ​ໄຕ ແລະ ປະ​ຕິ​ຮູບ​ການ​ເມືອງ, ເຂດ ຊູ​ເຫວິນ ຫວານ, ຮົງ​ກົງ.

ສະ​ຫະ​ລັດ ໄດ້​ຮຽກ​ຮ້ອງ​ຄວາມ​ສະ​ຫງົບ​ຈາກ​ທຸກ​ຝ່າຍ​ໃນ ຮົງ​ກົງ, ໃນ​ຂະ​ນະ​ທີ່​ການ​ປະ​
ທ້ວງຕ່າງໆໄດ້ກາຍເປັນຄວາມຮຸນແຮງ ໃນສອງສາມວັນທີ່ຜ່ານມາ ແລະ ບັນດາເຈົ້າ
ໜ້າທີ່ ສະຫະລັດ ໄດ້ຊີ້ໃຫ້ເຫັນສັນຍານຕ່າງໆ ກ່ຽວກັບ ການອ່ອນຂໍ້ລົງລະຫວ່າງລັດ
ຖະບານ ຮົງກົງ ແລະ ຜູ້ປະທ້ວງສະໜັບສະໜູນປະຊາທິປະໄຕ.

ຕຳຫຼວດ ຮົງ​ກົງ ໄດ້​ຍິງ​ລະ​ເບີດ​ແກັ​ສ​ນ້ຳ​ຕາຫຼາຍ​ລູກ ​ເພື່ອ​ແຍກ​ຍ້າຍ​ການ​ປະ​ທ້ວງ​ຕໍ່​
ຕ້ານລັດຖະບານໃນວັນເສົາທີ່ຜ່ານມາ, ໃນຂະນະທີ່ພວກປະທ້ວງໄດ້ແກວ່ງລະເບີດ
ນ້ຳມັນເຊື້ອໄຟ ແລະ ກ້ອນຫີນຈີ່ໃສ່.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຄົນ​ນຶ່ງ​ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ໃນ​ວັນ​ອັງ​ຄານ​
ວານນີ້ວ່າ “ພວກເຮົາບໍ່ສາມາດນັ່ງງຽບ ເພື່ອໃຫ້ເກີດຄວາມຮຸນແຮງຕື່ມອີກ.”

ເຈົ້າ​ໜ້າ​ທີ່ຄົນ​ນັ້ນ​ໄດ້​ກ່າວ​ວ່າ “ບໍ່​ໃຫ້​ມີ​ຄວາມ​ຮຸນ​ແຮງ​ຈາກ​ທັງ​ສອງ​ຝ່າຍ​ເກີດ​ຂຶ້ນ​ອີກ,”
ບໍ່ວ່າຈະແມ່ນຈາກຕຳຫຼວດ ຫຼືຈາກຜູ້ປະທ້ວງ. “ແນ່ນອນ, ບໍ່ໃຫ້ມີການຕອບໂຕ້ດ້ວຍ
ການໃຊ້ຄວາມຮຸນແຮງຢ່າງກວ້າງຂວາງອີກ.” ຫຼັງຈາກການປະທ້ວງສະໜັບສະໜູນ
ປະຊາທິປະໄຕຫຼາຍສັບປະດາໃນ ຮົງກົງ, ຄວາມບໍ່ສະຫງົບດັ່ງກ່າວບໍ່ໄດ້ສະແດງໃຫ້
ເຫັນສັນຍານການຢຸດໃນທັນທີ. ແຕ່ເຈົ້າໜ້າທີ່ ສະຫະລັດ ຄົນດັ່ງກ່າວໄດ້ເວົ້າວ່າ
ທ່ານໄດ້ເຫັນສັນຍານທີ່ເປັນກຳລັງໃຈບາງຢ່າງ.

ເຈົ້າ​ໜ້າ​ທີ່​ຄົນ​ນັ້ນ​ໄດ້​ເວົ້າ​ວ່າ “ພວກ​ເຮົາ​ໄດ້​ເຫັນ​ວ່າ ຜູ້​ບໍ​ລິ​ຫານ​ໃຫຍ່ ຮົງ​ກົງ ທ່ານ​ນາງ
ແຄຣີ ແລນ ສາມາດທີ່ຈະເຈລະຈາ ກ່ຽວກັບ ການປຶກສາຫາລືຂໍ້ຮຽກຮ້ອງຫ້າຢ່າງຂອງ
ຜູ້ປະທ້ວງ. ເບິ່ງຄືວ່າລາວກຳລັງພະຍາຍາມທີ່ຈະແກ້ໄຂຢ່າງໜ້ອຍສອງຢ່າງໃນຕອນ
ນີ້. ພວກເຮົາເລີ່ມທີ່ຈະໄດ້ເຫັນການອ່ອນຂໍ້ລົງບາງຢ່າງຈາກສອງຝ່າຍ ແລະ ຄວາມ
ຫວັງຂອງພວກເຮົາກໍແມ່ນວ່າ ທັງໝົດນີ້ຈະຖືກແກ້ໄຂຢ່າງສັນຕິ. ມັນຕ້ອງມີການຕົກ
ລົງກັນບາງຢ່າງ.”

ວັນ​ທີ​ນຶ່ງ​ຕຸ​ລານີ້ ຈະ​ເປັນ​ວັນ​ຄົບ​ຮອບ 70 ປີ​ຂອງ​ການ​ສ້າງ​ຕັ້ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ
ຊົນ ຈີນ. ໃນຂະນະທີ່ລັດຖະບານ ປັກກິ່ງ ແມ່ນກຳລັງສະເຫຼີມສະຫຼອງ ວັນທີ່ມີຄວາມ
ໝາຍຢູ່ປະຕິທິທາງການເມືອງນັ້ນ, ເຈົ້າໜ້າທີ່ອາວຸໂສຂອງລັດຖະບານ ສະຫະລັດ
ໄດ້ກ່າວວ່າ ວໍຊິງຕັນ ຫວັງວ່າບັນດາຜູ້ນຳ ຈີນ “ຈະສາມາດແກ້ໄຂບັນຫານີ້ໃນວິທີທີ່
ຈະຮັກສາຜົນປະໂຫຍດ ແລະ ຄວາມເປັນຫ່ວງຕ່າງໆຂອງປະຊາຊົນໃນ ຮົງກົງ ຜູ້ທີ່
ຄຸ້ນເຄີຍກັບຂະບວນການປະຊາທິປະໄຕ ຫຼື ຄຸ້ນເຄີຍກັບການທີ່ສຽງຂອງເຂົາເຈົ້າໄດ້
ຖືກຮັບຟັງ.”

ໃນ​ ປັກ​ກິ່ງ, ຈີນ ໄດ້​ກ່າວ “ບໍ່​ພໍ​ໃຈ​ຢ່າງ​ແຮງ” ໃນ​ວັນ​ອັງ​ຄານ​ວານນີ້ ກັບ​ຖະ​ແຫຼງ​ການ
ຮ່ວມຂອງບັນດາຜູ້ນຳກຸ່ມ ເຈັດປະເທດ ຫຼື G7 ທີ່ຮຽກຮ້ອງການປົກຄອງຕົນເອງຂອງ
ຮົງກົງ ທີ່ສອດຄ່ອງກັບການມອບການຄວບຄຸມເຂດແດນດັ່ງກ່າວຂອງອັງກິດ ໃຫ້ ຈີນ
ໃນປີ 1997.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG