ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການທົດສອບຂອງບີພີ ຈະດຳເນີນຕໍ່ໄປ


ບໍລິສັດນໍ້າມັນບີພີ ກ່າວວ່າ ຝາອັດຂະໜາດໃຫຍ່ ທີ່ຕົນ ຕິດຕັ້ງໃສ່ ບໍ່ນໍ້າມັນທີ່ຮົ່ວນັ້ນ ປາກົດວ່າ ຍັງຢູ່ຢູ່ ຂະນະທີ່ ພວກວິສະວະກອນ ເຮັດວຽກ ຕະຫຼອດ 24 ຊົ່ວໂມງ ເພື່ອວິເຄາະເບິ່ງ ເຄື່ອງອ່ານຄວາມກົດດັນ ເຂັມອຸນຫະພູມ ແລະຮູບພາບ ໃຕ້ພື້ນທະເລ.

ເຈົ້າໜ້າທີ່ ສະຫະລັດ ທີ່ກຳກັບນຳ ການຮັບມື ຂອງລັດຖະ ບານ ກ່ຽວກັບ ການຮົ່ວໄຫຼ ຂອງນໍ້າມັນ ໃນບໍລິເວນ ອ່າວເມັກຊິໂກ ກ່າວໃນມື້ວານນີ້ວ່າ ການທົດສອບ ເບິ່ງຄວາມກົດດັນ ຂອງບໍ່ນໍ້າມັນທີ່ຮົ່ວ ຈະດຳເນີນຕໍ່ໄປ ຂະນະທີ່ ຜົນຂອງການທົດສອບ ໃນຂັ້ນຕົ້ນ ຍັງສະຫຼຸບບໍ່ໄດ້.

ພົນເຮືອເອກເບ້ຍບຳນານ THAD ALLEN ກ່າວວ່າ ໂຕເລກຄວາມກົດດັນ ຂະນະທີ່ ມີການເພີ້ມຂຶ້ນ ຢ່າງຊ້າໆນັ້ນ ກໍຍັງບໍ່ທັນ ເຖິງລະດັບ ທີ່ສະແດງໃຫ້ເຫັນວ່າ ບໍ່ມີບ່ອນ ຮົ່ວໃໝ່ ຢູ່ໃນບໍ່ນໍ້າມັນ ດັ່ງກ່າວນັ້ນແລ້ວ.

ທ່ານ ALLEN ເວົ້າວ່າ ໂຕເລກສະແດງຄວາມກົດດັນ ຈະໃຫ້ສັນຍານ ກ່ຽວກັບການໝົດ ລົງ ຂອງນໍ້າມັນ ຢູ່ໃນບໍ່ ຫຼືອາດຈະ ມີການຮົ່ວໄຫຼຕື່ມອີກ ທີ່ຍັງບໍ່ທັນ ຄົ້ນພົບເທື່ອ. ຮອງປະທານ ຂອງບໍລິສັດບີພີ ທ່ານ KENT WELLS ກ່າວໃນເວລາ ບໍ່ດົນຕໍ່ມາວ່າ ບໍ່ມີຮ່ອງຮອຍໃດໆ ສະແດງໃຫ້ເຫັນວ່າ ຍັງມີນໍ້າມັນຮົ່ວ ອອກມາຕື່ມອີກ.

ໃນມື້ວັນພະຫັດ ຜ່ານມາ ບໍລິສັດບີພີ ໄດ້ອຸດຕັນໃໝ່ ບ່ອນນໍ້າມັນຮົ່ວ ແລະຕິດຕັ້ງຝາອັດ ເປັນເທື່ອທຳອິດ ນັບແຕ່ໄດ້ເກີດ ໄພພິບັດ ນໍ້າມັນຮົ່ວ ໃນບໍລິເວນ ອ່າວເມັກຊິໂກ ໃນ ເດືອນເມສາ ຜ່ານມາ.

XS
SM
MD
LG