ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບີພີເລື່ອນເວລາການທົດສອບ ຝາອັດໃໝ່ອອກໄປ


ບີພີເລື່ອນເວລາການທົດສອບ ຝາອັດໃໝ່ອອກໄປ
ບີພີເລື່ອນເວລາການທົດສອບ ຝາອັດໃໝ່ອອກໄປ

ບໍລິສັດນໍ້າມັນບີພີ ໄດ້ເລື່ອນເວລາ​ໃນການເລີ້ມທົດສອບເບິ່ງຄວາມກົດດັນ ສຳ ລັບຝາອັດໃໝ່ ທີ່ໄດ້ຕິດຕັ້ງໃສ່ບໍ່ນໍ້າມັນທີ່ຮົ່ວ ໃນເຂດອ່າວເມັກຊິໂກນັ້ນ ອອກ ໄປອີກນຶ່ງມື້.

ຜູ້ບັນຊາການກ່ຽວກັບການຄຸ້ມຄອງອຸບັດຕິເຫດແຫ່ງຊາດຂອງສະຫະລັດ ພົນ ເຮືອເອກ THAD ALLEN ກ່າວຕໍ່ພວກນັກຂ່າວໃນຕອນແລງ ຂອງ ວັນອັງຄານວານນີ້ວ່າ ຈຳເປັນຕ້ອງໄດ້ມີການວິເຄາະເພີ້ມຕື່ມກ່ອນຈະລົງມືທຳການທົດສອບ ທີ່ສຳຄັນດັ່ງກ່າວ ຊຶ່ງຈະສະແດງໃຫ້ເຫັນວ່າຝາອັດໃໝ່ ສາມາດຄວບຄຸມການ ຮົ່ວໄຫຼໄດ້ ຢ່າງມີປະສິດທິຜົນຫຼືບໍ່.

ພົນເຮືອເອກ ALLEN ກ່າວໃນວັນອັງຄານວານນີ້ວ່າ ​ເພື່ອ​ທຳການທົດສອບນີ້​ ພວກນັກວິຊາການຂອງບໍລິສັດບີພີ ຈະ​ຕ້ອງ​ໄດ້​ຢຸດ​ເຊົາວຽກ​ງານດູດເອົານໍ້າມັນ ທີ່ຮົ່ວ ອອກ​ຈາກ​ໜ້ານ້ຳທະ​ເລ ແລະເລີ້ມທຳ​ການອັດລີ້ນທີ່ຄວບຄຸມການໄຫຼ ຂອງຝາອັດໃໝ່.

ຂະນະດຽວກັນ ກໍຈະມີການຈົດບັນທຶກຄວາມກົດດັນ. ທ່ານ ALLEN ເວົ້າວ່າ ຖ້າຝາອັດຫາກສາມາດຕ້ານຢັນຄວາມກົດດັນໃນລະດັບສູງ ໃນ ລະຫວ່າງ 6 ຫາ 48 ຊົ່ວໂມງໄດ້ ມັນກໍຈະສາມາດຄວບຄຸມການຮົ່ວໄຫຼຂອງນໍ້າມັນໄດ້ທັງໝົດ.

ຖ້າຄວາມກົດດັນຫາກຕໍ່າເກີນໄປ ທ່ານ ALLEN ກ່າວວ່າ ກໍຈະມີການດຳເນີນ ຄວາມພະຍາຍາມເພື່ອແກ້ໄຂຄືນໃໝ່.

XS
SM
MD
LG