ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ສະຫະລັດ ກ່າວວ່າ ສະຫະລັດ ກຽມພ້ອມທີ່ຈະສົ່ງລະບົບປ້ອງກັນໄພທາງອາກາດ ເພທຣີອັອຕ ໃຫ້ແກ່ຢູເຄຣນ


ແຟ້ມພາບ - ໃນພາບເມື່ອວັນທີ 8 ພະຈິກ 2017 ນີ້ ຈາກກະຊວງປ້ອງກັນປະເທດ ສະແດງໃຫ້ເຫັນພວກທະຫານ ຍິງລູກສອນໄຟຂອງລະບົບເພທຣີອັອຕ (Patriot) ຢູ່ຖານທັບຍິງລູກສອນໄຟ ຂອງອົງການ NATO ໃນປະເທດກຣິສ.
ແຟ້ມພາບ - ໃນພາບເມື່ອວັນທີ 8 ພະຈິກ 2017 ນີ້ ຈາກກະຊວງປ້ອງກັນປະເທດ ສະແດງໃຫ້ເຫັນພວກທະຫານ ຍິງລູກສອນໄຟຂອງລະບົບເພທຣີອັອຕ (Patriot) ຢູ່ຖານທັບຍິງລູກສອນໄຟ ຂອງອົງການ NATO ໃນປະເທດກຣິສ.

ສະຫະລັດກຳລັງກຽມພ້ອມທີ່ຈະສົ່ງລະບົບລູກສອນໄຟປ້ອງກັນໄພທາງອາກາດທີ່ເອີ້ນວ່າ ເພທຣີອັອຕ (Patriot) ໃຫ້ແກ່ຢູເຄຣນ ເພື່ອຍິງທຳ​ລາຍພວກລູກສອນໄຟຂອງຣັດເຊຍ ທີ່ຍິງເຂົ້າມາໃສ່ນັ້ນ ຊຶ່ງເປັນການຕັດສິນໃຈທີ່ອາດຈະຖືກປະກາດໄວທີ່ສຸດ ແມ່ນອາທິດນີ້ ອີງຕາມເຈົ້າໜ້າທີ່ດ້ານການປ້ອງກັນປະເທດ ແລະເຈົ້າໜ້າທີ່ສະຫະລັດຜູ້ທີສອງ ທີ່ໄດ້ກ່າວຕໍ່ວີໂອເອ ໃນວັນອັງຄານວານນີ້.

ທັງສອງເຈົ້າໜ້າທີ່ດັ່ງກ່າວ ໄດ້ກ່າວໂດຍຂໍສະຫງວນຊື່ ຊຶ່ງພວກເພິ່ນຈະບໍ່ຖືກລະບຸໂຕ ເພາະວ່າ ການຕັດສິນໃຈທີ່ກ່າວມານັ້ນ ຍັງບໍ່ທັນໄດ້ຖືກປະກາດຢ່າງເປັນທາງການເທື່ອ. ການຕັດສິນໃຈນັ້ນ ໄດ້ຖືກລາຍງານເທື່ອທຳອິດ ໂດຍອົງການຂ່າວ CNN.

ຢູເຄຣນ ໄດ້ຂໍລະບົບປ້ອງກັນໄພທາງອາກາດຈາກບັນດາຄູ່ພາຄີປະເທດຕາເວັນ ຕົກຂອງຕົນ ທີ່ລວມມີ ລະບົບເພທຣີອັອຕ ທີ່ຜະລິດໂດຍສະຫະລັດ ໃນຂະນະທີ່ຣັດເຊຍ ໄດ້ນຳໃຊ້ຄັງອາວຸດລູກສອນໄຟຂອງຕົນ ພ້ອມກັນກັບເຮືອບິນບໍ່ມີຄົນຂັບ ທີ່ຕົນໄດ້ຮັບມາຈາກອີຣ່ານໃໝ່ໆ ຕໍ່ເປົ້າໝາຍພື້ນຖານໂຄງລາງດ້ານສາທາລະນຸປະໂພກ ທີ່ສຳຄັນໆ ລວມທັງສະຖານບໍລິການພະລັງໄຟຟ້າທັງຫຼາຍ ທີ່ຈຳ ເປັນ ເພື່ອໃຫ້ປະຊາກອນໄດ້ຮັບຄວາມອົບອຸ່ນ ຂະນະທີ່ອຸນຫະພູມຫລຸດລົງນັບມື້.

ພົນຈັດຕະວາກອງທັບອາກາດ ແພັດ ຣາຍເດີ (Pat Ryder) ໂຄສົກທຳນຽບຫ້າແຈ ໄດ້ປະຕິເສດຕໍ່ຄຳເຫັນກ່ຽວກັບການໂອນລະບົບເພທຣີອັອຕນັ້ນ ໂດຍກ່າວວ່າ ທ່ານ “ບໍ່ມີຫຍັງທີ່ຈະປະກາດໃນເວລານີ້.”

ທ່ານຣາຍເດີ ໄດ້ເວົ້າວ່າ “ພວກເຮົາຈະສືບຕໍ່ຫາວິທີທາງທີ່ດີທີ່ສຸດ ທີ່ວ່າ ພວກເຮົາຈະສາມາດສະໜັບສະໜຸນຢູເຄຣນ ເພື່ອຈະປົກປ້ອງປະຊາກອນ ແລະປົກປ້ອງພື້ນຖານໂຄງລ່າງຢ່າງກວ້າງຂວາງຂອງພວກເຂົາເຈົ້າ ເພື່ອທີ່ຈະສາມາດຢູ່ລອດໄດ້ ຈາກການໂຈມຕີທັງຫຼາຍເຫຼົ່ານັ້ນ.”

ສະຫະລັດ ໄດ້ສະໜອງການສະໜັບສະໜຸນທາງດ້ານການທະຫານໃຫ້ແກ່ຢູເຄຣນ ຫຼາຍພັນລ້ານໂດລາ ທີ່ລວມມີ ອາວຸດດ້ານການປ້ອງກັນໄພທາງອາກາດຫຼາຍຊະນິດ ຈາກລະບົບ ສຕິງເງີ (Stinger) ລະບົບລູກສອນໄຟຈາກພື້ນດິນສູ່ອາກາດ ທີ່ເບົາພຽງພໍຈະແບກໄດ້ ຕະຫຼອດເຖິງ ລະບົບຕໍ່ຕ້ານເຮືອບິນທີ່ໃຫຍ່ກວ່າ ເຊັ່ນ NASAMS ຊຶ່ງສາມາດສະໜອງການປ້ອງກັນທາງອາກາດ ໃນການຕໍ່ຕ້ານເປົ້າໝາຍຕ່າງໆ ທີ່ມີລັດສະໝີສັ້ນຫາປານກາງ.

ແຕ່ໃນວັນອັງຄານວານນີ້ ໂຄສົກກອງທັບອາກາດຂອງຢູເຄຣນ ຢູຣີ ອິກນາຕ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ຢູເຄຣນ ຍັງ “ບໍ່ສາມາດຍິງລູກສອນໄຟຂີປະນາວຸດ ໂດຍລະບົບປ້ອງກັນໄພທາງອາກາດ ລົງໄດ້ ໝາຍຄວາມວ່າ ທີ່ພວກເຮົາມີຢູ່ໃນຄັງແສງອາວຸດຂອງພວກເຮົາ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG