ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ເຫັນ​ສາຍ​ພົວ​ພັນ​ທີ່​ແຂງ​ແກ່ນກວ່າ​ເກົ່າ ຫຼັງ​ຈາກ​ການ​ເພີນ​ທາງ​ໄປ​ເຂດ ອິນ​ໂດ-ປາ​ຊີ​ຟິກ


ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຂວາ, ຢ້ຽມ​ຢາມກອງ​ທະ​ຫານ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ​ໃນ​ເມືອງ ທາວ​ສ​ວິ​ລ໌, ອອ​ສ​ເຕ​ຣ​ເລຍ.
ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ ລອຍ​ດ໌ ອອ​ສ​ຕິນ, ຂວາ, ຢ້ຽມ​ຢາມກອງ​ທະ​ຫານ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ຊ້ອມ​ລົບ​ໃນ​ເມືອງ ທາວ​ສ​ວິ​ລ໌, ອອ​ສ​ເຕ​ຣ​ເລຍ.

ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ເດີນ​ທາງ​ອອກ​ຈາກ ອອ​ສ​ເຕ​ຣ​ເລຍ ໂດຍຮູ້​ສຶກ​ມີ​ກຳ​ລັງ​ໃຈ ລຸນຫຼັງ​ການ​ເດີນ​ທາງ​ເກືອບ​ເປັນ​ອາ​ທິດ ທີ່​ຍັງ​ປະ​ກອບ​ມີ​ການ​ຢ້ຽມ​ຢາມ​ປະ​ເທດ ປາ​ປົວ ນິວ​ ກີ​ນີ.

ກ​ານ​ເດີນ​ທາງ​ຄັ້ງ​ທີ 9 ຂອງລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ທ່ານ ລອຍ​ດ໌ ອອ​ສ​ຕິ​ນ ໄປ​ເຂດ​ອິນ​ໂດ-ປາ​ຊີ​ຟິກ ໄດ້​ແນ​ເປົ້າ​ໃສ່​ເພື່ອ​ປັບ​ປຸງ​ສາຍ​ພົວ​ພັນ​ທີ່​ກຳ​ລັງ​ເຄັ່ງ​ຕຶງ​ຂຶ້ນ​ກັບ ປາ​ປົວ ນິວ ກີ​ນີ ໂດຍ​ໄດ້​ຂະ​ຫຍາຍ​ຄວາມ​ສາ​ມາດ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ລັດ​ຖະ​ບານ, ແລະ ຮັບ​ປະ​ກັນ​ແຜນ​ການ​ທີ່​ມີ​ຄວາມ​ທະ​ເຍີ​ທະ​ຍານ​ກວ່າ​ເກົ່າ​ສຳ​ລັບ​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດກັບ ອອ​ສ​ເຕ​ຣ​ເລຍ.

ໃນ​ການ​ກ່າວ​ຄຳ​ປາ​ໄສ​ຢູ່ນອກກອງ​ປະ​ຊຸມຫຼາຍ​ຄັ້ງ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ນັ້ນ, ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ທັງຫຼາຍ​ໄດ້​ກ່າວ​ວ່າວຽກ​ງານ, ໂດຍ​ສະ​ເພາະ​ການ​ສົນ​ທະ​ນາ​ໃນ​ນະ​ຄອນ ບ​ຣິ​ສ​ເບັນ ສຳ​ລັບ​ການ​ປຶກ​ສາ​ຫາ​ລື​ລະ​ດັບ​ລັດ​ຖະ​ມົນ​ຄ​ຕີ ອອ​ສ​ເຕ​ຣ​ເລຍ-ສະ​ຫະ​ລັດ ປະ​ຈຳ​ປີ​ຄັ້ງ​ທີ​ສາມ​ນັ້ນ, ແມ່ນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ.

ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ລະ​ດັບ​ສູງ​ຂອງ ສະ​ຫະ​ລັດ ທ່ານ​ນຶ່ງ​ໄດ້​ກ່າວ, ໂດຍ​ໄດ້​ຍົກ​ຍ້ອງ​ການ​ປະ​ກາດ ກ່ຽວ​ກັບ ໂຄ​ງການ​ລິ​ເລີ່ມ​ໃໝ່​ກັບ​ລັດ​ຖະ​ບານ ອອ​ສ​ເຕ​ຣ​ເລຍ ໃນ​ວັນ​ເສົາ​ທີ່​ຜ່ານ​ມາ​ວ່າ “ການ​ເປັນ​ພັນ​ທະ​ມິດ​ລະ​ຫວ່າງ ສະ​ຫະ​ລັດ ແລະ ອອ​ສ​ເຕ​ຣ​ເລຍ ແມ່ນ​ແຂງ​ແກ່ນກວ່າ​ທີ່​ເຄີຍ​ມີ​ມາ.”

ໂຄງ​ການ​ລິ​ເລີ່ມ​ທີ່​ວ່າ​ນັ້ນ​ລວມ​ມີ​ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ໃນ​ຖານ​ທັບ​ອາ​ກາດຫຼາຍ​ແຫ່ງ​ທົ່ວ​ພາກ​ເໜືອ​ຂອງ ອອ​ສ​ເຕ​ຣ​ເລຍ, ຂະ​ຫຍາຍ​ການ​ສົ່ງ​ກອງ​ກຳ​ລັງ ແລະ ຄວາມ​ສາ​ມາດ​ຂອງ ສະ​ຫະ​ລັດ ໄປ ອອ​ສ​ເຕ​ຣ​ເລຍ ຕາມ​ການ​ໝູນ​ວຽນ ແລະ ແຜນ​ການ​ທີ່​ຈະ​ໃຫ້ ອອ​ສ​ເຕ​ຣ​ເລຍ ເລີ່ມ​ການ​ຜະ​ລິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ທີ່​ແມ່ນ​ຢຳ ແລະ ລູກ​ປືນ, ຊ​ະ​ນິ​ດ​ທີ່​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ເປັນ​ຢ່າງ​ສູງ​ໃນ ຢູ​ເຄ​ຣນ.

ນອກ​ເໜືອ​ຈາກ​ແຜນ​ການ​ທີ່​ວ່າ​ນັ້ນ, ແນວ​ໃດ​ກໍ່​ຕາມ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ແລະ ອອ​ສ​ເຕ​ຣ​ເລຍ ແມ່ນ​ໄດ້​ເນັ້ນ​ຢ້ຳ​ເຖິງ​ຄວາມ​ໃກ້​ຊິດ​ຂອງ​ພັນ​ທະ​ມິດ​ດັ່ງ​ກ່າວ. ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໄດ້​ອ້າງ​ເຖິງ​ມັນ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກວ່າ “ພິ​ເສດ,” ໃນ​ຂະ​ນະ​ທີ່​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ອອ​ສ​ເຕ​ຣ​ເລຍ ທ່ານ​ນາງ​ ເພັນ​ນີ ວັອງ ໄດ້​ເອີ້ນ ສະ​ຫະ​ລັດ ວ່າ​ເປັນ​ “ພັນ​ທະ​ມິດ​ທີ່​ສຳ​ຄັນ” ​ຂອງ ອ​ອ​ສ​ເຕ​ຣ​ເລຍ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG