ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ເຫັນ​ພ້ອມ: ທ່ານ​ສີ ຈິ້ນ​ຜິງ ​ເປັນ​ຜູ້​ຜະ​ເດັດ​ການ


ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພົບ​ປະ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ຫໍ​ສາ​ລາ​ໃຫຍ່​ປະ​ຊາ​ຊົນ ນະ​ຄອນ​ຫຼວງ​ປັກ​ກິ່ງ ປະ​ເທດ​ຈີນ ເມື່ອ​ວັນ​ທີ 19 ມິ​ຖຸ​ນາ 2023.
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ ພົບ​ປະ​ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ທີ່​ຫໍ​ສາ​ລາ​ໃຫຍ່​ປະ​ຊາ​ຊົນ ນະ​ຄອນ​ຫຼວງ​ປັກ​ກິ່ງ ປະ​ເທດ​ຈີນ ເມື່ອ​ວັນ​ທີ 19 ມິ​ຖຸ​ນາ 2023.

ເມື່ອ​ສອງ​ສາມມື້​ທີ່​ຜ່ານ​ມານີ້ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ກ່າວ​ເຖິງ​ ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ວ່າ ເປັນ​ຜູ້​ຜະ​ເດັດ​ການ ແລະ ​ໃນ​ວັນ​ອາ​ທິດ​ວານນີ້ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເກັນ​ກໍ​ກ່າວ​ວ່າ ທ່ານ​ເຫັນ​ພ້ອມກັບ​ການ​ຊັ່ງ​ຊາ​ທີ່​ວ່ານີ້.

ທ່ານບ​ລິງ​ເກັນ ຜູ້​ຊຶ່ງ​ເມື່ອ​ໄວໆ​ມານີ້ ໄດ້​ພົບ​ປະ​ກັບ​ທ່ານ​ສີ ຈິ້ນ​ຜິງ ແລະ​ຜູ້​ນຳ​ຄົນ​ອື່ນໆ​ຂອງ​ຈີນ ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຄວາມ​ສຳ​ພັນ​ທີ່​ມີ​ບັນ​ຫາ​ກັບ​ສະ​ຫະ​ລັດ ໄດ້​ກ່າວ​ຕໍ່​ລາຍ​ການ “Face the Nation” ຂອງ​ໂທ​ລະ​ພາບ CBS ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ມັກ​ກ່າວ​ຢ່າງ​ກົງ​ໄປ​ກົງ​ສະ​ເໝີ ທ່ານກ່າວໂດຍກົງ ທ່ານ​ກ່າວ​ຢ່າງ​ຈະ​ແຈ້ງ ແລະ​ທ່ານ​ກ່າວ​ໃຫ້​ພວກ​ເຮົາ​ທຸກໆ​ຄົນ.”

ທ່ານ​ໄບ​ເດັນ ​ເອີ້ນ​ທ່ານ​ສີ ຈິ້ນ​ຜິງວ່າ ຜູ້​ຜະ​ເດັດ​ການ ຢູ່ທີ່​ບ່ອນ​ຫາ​ເງິນ​ທຶນ​ທາງ​ດ້ານ​ການ​ເມືອງ ໃນ​ອາ​ທິດ​ແລ້ວນີ້ ແລະ​ຈີນ​ກໍ​ໄດ້​ຕອບ​ໂຕ້​ຢ່າງວ່ອງ​ໄວໂດຍ​ເວົ້າ​ວ່າ ການ​ໃຫ້​ຄວາມ​ເຫັນ​ດັ່ງ​ກ່າວ ແມ່ນ “ເປັນ​ການທ້າ​ທາຍຍົ້ວ​ຍຸ ​ຢ່າງ​ເປີດ​ແປນ​ທາງການ​ເມືອງ.”

ທ່ານ​ໝາວ​ໜິງ ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນກ່າວ​ໃນ​ລະ​ຫວ່າງ​ການຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ຕາມ​ປົກ​ກະ​ຕິ ໃນ​ອາ​ທິດ​ແລ້ວນີ້​ວ່າ “ຈີນ​ຂໍ​ສະ​ແດງ​ຄວາມ​ບໍ່​ພໍໃຈແລະ​ຄັດ​ຄ້ານ​ຢ່າງ​ແຮງ. ການ​ໃຫ້​ຄວາມ​ເຫັນ​ຂອງ​ສະ​ຫະ​ລັດ​ແມ່ນ​ແຫວກ​ແນວ​ພິດ​ສະ​ດານ​ຢ່າງ​ຮ້າຍ​ແຮງ​ແລະ​ຂາດ​ຄວາມ​ຮັບ​ຜິດ​ຊອບ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG