ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ປາ​ປົວ​ນິວ​ກີ​ນີ ປະ​ຕິ​ເສດ​ຕໍ່​ຂໍ້​ຕົກ​ລົງ ດ້ານ​ຄວາມ​ໝັ້ນ​ຄົງ ກັບ​ຈີນ


ແຟ້ມ - ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຣິ​ເຈີ ເວີ​ມາ ກ່າວ​ຖະ​ແຫຼງ ໃນ​ພິ​ທີ​ນຶ່ງ ຢູ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ກັນ​ຍາ 2023.
ແຟ້ມ - ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຣິ​ເຈີ ເວີ​ມາ ກ່າວ​ຖະ​ແຫຼງ ໃນ​ພິ​ທີ​ນຶ່ງ ຢູ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 13 ກັນ​ຍາ 2023.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ປາ​ປົວ​ນິວ​ກີ​ນີ ຫຼື PNG ປະ​ຕິ​ເສດ​ຕໍ່​ຂໍ້​ສະ​ເໜີ​ຂອງ​ຈີນ ກ່ຽວ​ກັບ​ ສົນ​ທິ​ສັນ​ຍາ​ດ້ານ​ຄວາມ​ໝັ້ນ​ຄົງ​ ໂດຍເຕືອນ​ປະ​ເທດ​ປາ​ຊີ​ຟີກ​ດັ່ງ​ກ່າວວ່າ ການ​ຄ້ຳ​ປະ​ກັນ​ດ້ານ​ຄວາມ​ໝັ້ນ​ຄົງ​ໃດໆ​ກັບ​ປັກ​ກິ່ງ​ຈະມີ​ຂຶ້ນ​ດ້ວຍ​ຜົນ​ທີ່​ຕິດຕາມ​ແລະ​ຕົ້ນ​ທຶນ​ສູງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

“ພວກ​ເຮົາ​ເຄີຍ​ເຫັນ​ວ່າ ຄວາມ​ໝັ້​ນ​ໝາຍ​ຂອງ​ຈີນ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ​ຫຼື​ການ​ລົງ​ທຶນ​ມີ​ຂຶ້ນ​ດ້ວຍ​ຕົ້ນ​ທຶນ​ທີ່​ສູງ. ນັ້ນ​ຄື​ວ່າ​ເປັນ​ຫຍັງ​ຈຶ່ງ​ກ່າວ​ຕໍ່ PNG” ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ຣິ​ເຈີ ເວີ​ມາ (Richard Verma) ກ່າວ​ຕໍ່​ໜັງ​ສື​ພິມ Sydney Morning Herald ໃນ​ການ​ໃຫ້​ສຳ​ພາດ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ຈັນ​ມື້ນີ້ ຕາມ​ເວ​ລາ​ໃນ​ທ້ອ​ງ​ຖິ່ນ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ​ປາ​ປົວ​ນິວ​ກີ​ນີ ທ່ານ​ຈັ​ສ​ຕິນ ຄາ​ເຊັນ​ໂກ ກ່າວ​ຕໍ່​ອົງ​ການ​ຂ່າວ​ຣອຍ​ເຕີ້​ ໃນ​ອາ​ທິດ​ແລ້ວນີ້​ວ່າ ຕົນ​ກຳ​ລັງ​ທຳ​ການ​ເຈ​ລະ​ຈາ​ໃນ​ຂັ້ນ​ຕົ້ນໆ​ກັບ​ຈີນ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ໃນ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້ນ​ຄົງ. ຈີນ​ໄດ້​ສະ​ເໜີ​ທີ່​ຈະ​ໃຫ້​ການ​ຊ່ວຍ​ເຫຼືອກຳ​ລັງ​ຕຳ​ຫຼວດ PNG ດ້ວຍ​ການ​ຝຶກ​ແອບ ອຸບ​ປະ​ກອນ ແລະ​ເທັກ​ນິ​ກ​ໃນ​ການ​ສອດ​ແນມ ທ່ານ​ຄາ​ເຊັນ​ໂກ ກ່າວ.

ສະ​ຫະ​ລັດ​ແລະ​ອອ​ສ​ເຕ​ຣ​ເລຍ ​ມອງ​ເບິ່ງ​ຂົງ​ເຂດ​ປາ​ຊີ​ຟິກວ່າ ເປັນ​ເຂດ​ອິດ​ທິ​ພົນ​ຂອງ​ຕົນ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວ ແລະ​ພວມ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ຈະ​ສະ​ກັດ​ກັ້ນ​ບໍ່​ໃຫ້​ບັນ​ດາ​ປະ​ເທ​ດ​ເກາະ​ດອນ​ຕ່າງໆເຮັດ​ຂໍ້​ຕົກ​ລົງ​ດ້ານ​ຄວາມ​ໝັ້​ນ​ຄົງ​ກັບ​ຈີນ ຫຼັງ​ຈາກ​ປັກ​ກິ່ງ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ກັບ​ປະ​ເທດ​ໝູ່​ເກາະ​ໂຊ​ໂລມອນ​ໃນ​ປີ 2022.

ທ່ານ​ເວີ​ມາ ທີ່​ໄດ້​ຢຸດ​ແວ່​ຢູ່ອອ​ສ​ເຕ​ຣເລຍ​ໃນ​ອາ​ທິດ​ແລ້ວ ​ຫຼັງ​ຈາກ​ໄດ້​ໄປ​ຢ້ຽມ​ຢາມ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ຕອນ​ໃຕ້ ກ່າວ​ວ່າ ມັນ​ເປັນ​ການ​ແຂ່ງ​ຂັນ​ເພື່ອ​ອິດ​ທິ​ພົນ​ໃນ​ຂົງ​ເຂດ​ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ​ນັ້ນ “ພວກ​ເຮົາ​ຕ້ອງ​ໄດ້​ທຳ​ການ​ແຂ່ງ​ຂັນ​ຢ່າງ​ຂຸ້ນ​ຂ້ຽວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG