ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ​ຂໍໃຫ້ຈີນ ອະທິບາຍ ຫຼືດັດແກ້ ການອ້າງ ກຳມະສິດ ທາງທະເລ (ວີດີໂອ/ສະໄລດ໌ແຜນທີ່)


ທ່ານ ທ່ານ Russell ນັກການທູດລະດັບສູງຂອງສະຫະລັດ ຮັບຜິດ ຊອບກ່ຽວກັບເຂດ​ເອ​ເຊຍ​ຕາ​ເວັນ​ອອກ.
ທ່ານ ທ່ານ Russell ນັກການທູດລະດັບສູງຂອງສະຫະລັດ ຮັບຜິດ ຊອບກ່ຽວກັບເຂດ​ເອ​ເຊຍ​ຕາ​ເວັນ​ອອກ.
ນັກ​ການ​ທູດລະດັບ​ສູງສຸດ ຂອງສະຫະລັດ ​ຮັບຜິດຊອບກ່ຽວກັບ
ເຂດ​ເອ​ເຊຍ​ຕາ​ເວັນ​ອອກ ໄດ້​ສະ​ເໜີແນະ​ວ່າ ການ​ອ້າງ​ເອົາ​ກຳ
ມະສິດໃນເຂດ​ນໍ້າ​ແດນ​ດິນ​ຢ່າງ​ກ້ວາງຂວາງ​ຂອງຈີນ ​ໃນ​ທະ​ເລ​
ຈີນ​ໃຕ້ນັ້ນ ​ແມ່ນບໍ່ສອດຄ່ອງ ກັບກົດໝາຍ​ນາໆ​ຊາດ ​ແລະ​ສົມ
ຄວນຈະໄດ້ຮັບການໃຫ້​ຄວາມ​ກະຈ່າງ​ແຈ້ງ ​ຫຼືດັດ​ແປງແກ້ໄຂ.

ຈີນ ອ້າງ​ເອົາກຳມະສິດເກືອບ​ທັງໝົດ ໃນພື້ນທີ່ 3 ລ້ານ 5 ​ແສນ​
ຕະ​ລາງ​ກິ​ໂລ​ແມັດ ຂອງ​ທະ​ເລ​ຈີນ​ໃຕ້ ​ໂດຍ​ອ້າງ​ເຫດຜົນ ​ທີ່​ຕົນ
​ເຫັນ​ວ່າເປັນ​ສິດທິ​ທາງ​ປະຫວັດ​ສາດພາຍໃຕ້​ອັນ​ທີ່​ຮ້ອງ​ວ່າເສັ້ນ
​ຂີດ​ໝາຍໃນການອ້າງກຳມະສິດຂອງຈີນ ຫລື nine-dash line.
ຫວຽດນາມ ຟິລິບ​ປີນ ​ໄຕ້​ຫວັນ ​ມາ​ເລ​ເຊຍ ແລະ​ບຣູ​ໄນ ຕ່າງກໍ​
ອ້າງ​ເອົາ​ບາງ​ສ່ວນ​ຂອງ​ຂົງ​ເຂດ​ດັ່ງກ່າວ.

ການອ້າງກຳມະສິດ ເອົາເຂດນໍ້າແດນດິນ ໃນທະເລຈີນໃຕ້
ການອ້າງກຳມະສິດ ເອົາເຂດນໍ້າແດນດິນ ໃນທະເລຈີນໃຕ້


ໃນການໃຫ້ການ​ຕໍ່ລັດຖະສະພາ ​ໃນ​ວັນ​ພຸດ​ວານ​ນີ້ ລັດຖະມົນ​ຕີ​
ຊ່ວຍວ່າການກະຊວງ​ການຕ່າງປະ​ເທດສະຫະລັດ ຮັບຜິດຊອບ
ກິດຈະການເອ​ເຊຍ​ຕາ​ເວັນ​ອອກ ​ແລະປາຊິ​ຟິກ ທ່ານ Denny
Russel ​ໄດ້ກ່າວ​ວ່າ ການ​ນໍາໃຊ້​ໃດໆກໍຕາມ ເສັ້ນ​ຂີດໝາຍ
nine-dash line ເພື່ອອ້າງເອົາ​ສິດທິ​ທາງ​ທະ​ເລ ຕ້ອງ​ອິງ​ຕາມ
​ຮູບຮ່າງ​ໜ້າດິນ ​ເຊັ່ນ​ວ່າແຄມຝັ່ງທ​ະ​ເລ​ຂອງປ​ະ​ເທດ​ຫຼື​ບັນດາ​ໝູ່
​ເກາະ​ຕ່າງໆ.

ທ່ານ Russell ກ່າວ​ວ່າ “​ແລະ​ການ​ອ້າງຂອງຈີນໃດໆເອົາ​ສິດທິ​ທາງ​ທະ​ເລທີ່​ບໍ່​ໄດ້​ອີງ​ຕາມ​
ຮູບ​ຮ່າງໜ້າດິນນັ້ນ ແມ່ນຈະບໍ່ສອດຄ່ອງ ກັບກົດໝາຍ​ນາໆ​ຊາດ. ຈີນ​ສາມາດ​ທີ່​ຈະ​ເນັ້ນ
ໜັກໃນ​ຄວາມ​ເຄົາລົບ​ຂອງ​ຕົນ​ຕໍ່​ກົດໝາຍ​ນາໆ​ຊາດ ​ໂດ​ຍການໃຫ້​ຄວາມ​ກະຈ່າງ​ແຈ້ງ ​ຫລື
ດັດ​ແປງແກ້ໄຂ ການ​ອ້າງກຳມະສິດຂອງ​ຕົນ ​ເພື່ອ​ໃຫ້ມັນສອດຄ່ອງກັບກົດ​ໝາຍ​ທາງ​ທະ​ເລ
ຂອງນາໆຊາດ.”

ທ່ານ Russell ກ່າວ​ວ່າ ມີ “​ຄວາມເປັນ​ຫ່ວງເພີ້ມຂຶ້ນ” ທີ່​ຈີນ​ກໍາ​ລັງ​ພະຍາຍາມຫາທາງ
ເສີມຂະຫຍາຍການຄວບ​ຄຸມ​ເອົາ​ຂົງ​ເຂດດັ່ງກ່າວແບບຄ່ອຍເປັນຄ່ອຍໄປ ​ທັງໆທີ່ໄດ້ຮັບ
ການຄັດຄ້ານ ຈາກ​ບັນດາ​ປະ​ເທດ​ເພື່ອນ​ບ້ານຂອງ​ຕົນ. ທ່ານ​ໄດ້ກ່າວ​ອ້າງ​ເຖິງການເອົາ
ບາດກ້າວຫຼາຍໆຢ່າງຂອງ​ຈີນ ຊຶ່ງຫວ່າງ​ມໍ່ໆ​ມາ​ນີ້​ໄດ້ເຮັດໃຫ້ເກີດ “​ຄວາມ​ເຄັ່ງ​ຕຶງເພີ້ມ
ທະວີຂຶ້ນ.”

china
please wait
Embed

No media source currently available

0:00 0:00:51 0:00

Interactive Map of China, Japan, South Korea Air Zones - ແຜນທີ່ ປັບປ່ຽນໄດ້ ທີ່ສະແດງເຂດອາກາດ ຂອງຈີນ ຍີ່ປຸ່ນ ແລະເກົາຫລີໃຕ້ ພ້ອມກັບ ຄໍາອະທິບາຍ (ຄລິກແຕ່ລະເຂດເພື່ອອ່ານຄໍາອະທິບາຍເປັນພາສາອັງກິດ):

XS
SM
MD
LG