ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ບອກຜູ້​ນຳ ອາ​ຊຽນ ໃຫ້​ເລືອກ ລະ​ຫວ່າງ ຈີນ ກັບ ສະ​ຫະ​ລັດ


ບັນ​ດາ​ຜູ້​ນຳ ແລະ ຜູ້​ແທນ ອາ​ຊ​ຽນ ຖ່າຍ​ຮູບ​ນຳ​ກັນ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ອາ​ຫານ​ທ່ຽງ ນອກ​ຈາກກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 33 ໃນ​ປະ​ເທດ ສິງ​ກະ​ໂປ. 14 ພ​ະ​ຈິກ, 2018.
ບັນ​ດາ​ຜູ້​ນຳ ແລະ ຜູ້​ແທນ ອາ​ຊ​ຽນ ຖ່າຍ​ຮູບ​ນຳ​ກັນ ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ອາ​ຫານ​ທ່ຽງ ນອກ​ຈາກກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 33 ໃນ​ປະ​ເທດ ສິງ​ກະ​ໂປ. 14 ພ​ະ​ຈິກ, 2018.

ເຈົ້າ​ໜ້າ​ທີ່ອະ​ວຸ​ໂສ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ທ່ານ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ເອກ​
ອັກຄະລັດຖະທູດ ແລະ ຜູ້ນຳຄົນອື່ນໆຈາກບັນດາປະເທດ ເອເຊຍຕາເວັນອອກສຽງ
ໃຕ້ວ່າ ພາກພື້ນອິນໂດ-ປາຊີຟິກ ແມ່ນ “ຂົງເຂດບູລິມະສິດຂອງພວກເຮົາ” ເຖິງແມ່ນ
ໃນຂະນະທີ່ ຈີນ ໄດ້ລ່ວງລ້ຳເຂົ້າໄປໃນເຂດທີ່ພວກເຮົາພິຈາລະນາວ່າ ເປັນຫຼັງບ້ານ
ຂອງເຂົາເຈົ້າກໍຕາມ.

ຮອງ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ ຮັບ​ຜິດ​ຊອບ ເລື່ອງ​ຄວາມ​ປອດ​ໄພ​ເຂດ​ອິນ​ໂດ-ປາ
ຊີຟິກ ທ່ານ ແຣນດອລ ຊຣີເວີ (Randall Shriver), ໄດ້ຂຶ້ນກ່າວຄຳ ປາໄສໃນສະພາ
ທຸລະກິດ ສະຫະລັດ-ອາຊຽນ ເມື່ອວັນພຸດທີ່ຜ່ານມາ.

ທ່ານ​ໄດ້​ກ່າ​ວ​ຢ້ຳ​ເຖິງ​ຄວາມ​ຈຳ​ເປັນ ​ສຳ​ລັບຫຼາຍ​ປະ​ເທດ​ໃນ​ພາກ​ພື້ນນັ້ນ ທີ່​ຈະ​ພິ​ຈາ​
ລະນາທາງເລືອກຕ່າງໆທີ່ສະເໜີໃຫ້ໂດຍ ສະຫະລັດ ແລະ ຈີນ, ເຊິ່ງແຂ່ງຂັນກັນເພື່ອ
ອິດທິພົນທາງພູມສາດການເມືອງ ແລະ ເສດຖະກິດໃນຂົງເຂດດັ່ງກ່າວ, ກ່ອນທີ່ຈະ
ສ້າງແຜນຍຸດທະສາດ ອິນໂດ-ປາຊີຟິກສະເພາະຕົວຂອງເຂົາເຈົ້າຂຶ້ນມາ.

ທ່ານ ຊ​ຣີ​ເວີ ໄດ້​ກ່າວ​ວ່າ “ເຈົ້າ​ຈະ​ບໍ່​ເລືອກ​ລະ​ຫວ່າງ ປະ​ເທດ ຫຼື ນະ​ຄອນຫຼວງ ແຕ່​ເຈົ້າ​
ສາມາດເລືອກທີ່ຈະເຄົາລົບສຳລັບ ອຳນາດອະທິປະໄຕ ແລະ ເອກະລາດຂອງທຸກປະ
ເທດ ຈາກໃຫຍ່ ແລະ ນ້ອຍ. ເຈົ້າສາມາດເລືອກຂໍ້ແກ້ໄຂຄວາມຂັດແຍ້ງທີ່ສັນຕິໄດ້ບໍ່?
ເຈົ້າສາມາດເລືອກການຄ້າ ແລະ ການລົງທຶນ ທີ່ເສລີ, ຍຸຕິທຳ ແລະ ຕອບແທນຊຶ່ງກັນ
ແລະກັນ, ເຊິ່ງລວມມີ ການປົກປ້ອງຊັບສິນທາງປັນຍາໄດ້ບໍ່? ເຈົ້າສາມາດເລືອກທີ່ຈະ
ສະໜັບສະໜູນ ຄວາມຊື່ສັດຕໍ່ກົດລະບຽບສາກົນ ແລະ ບັນທັດຖານຕ່າງໆ ລວມທັງເສ
ລີພາບໃນການເດີນເຮືອ ແລະ ການບິນຂ້າມຜ່ານບໍລິເວນໃດນຶ່ງໄດ້ບໍ່?”

ທ່ານ ຊ​ຣິ​ເວີ ໄດ້​ກ່າວ​ວ່າສິ່ງ​ດັ່ງ​ກ່າວນີ້ບໍ່​ແມ່ນ “ທ່າ​ທີ ຫຼື ກົດ​ເກນ ຫຼື ການ​ປະ​ເມີ​ນ​ຄ່າ​ຂອງ
ສະຫະລັດ ແຕ່ແມ່ນສຳລັບທົ່ວໂລກຫຼາຍກວ່າ.” ທ່ານໄດ້ກ່າວຄຳປາໄສຂອງທ່ານ ໃນ
ຂະນະທີ່ກຳລັງມີຄວາມສົງໄສເພີ່ມຂຶ້ນ ກ່ຽວກັບ ໂຄງການ ນຶ່ງແລວທາງ ນຶ່ງເສັ້ນທາງ
ຂອງ ຈີນ, ເປັນໂຄງການລົງທຶນດ້ານພື້ນຖານໂຄງລ່າງ ທີ່ມາພ້ອມກັບ “ຄວາມສ່ຽງດ້ານ
ໜີ້ສິນ, ຄວາມສ່ຽງດ້ານການປົກຄອງ (ເຊັ່ນ ການສໍ້ລາດບັງຫຼວງ ແລະ ການຈັດຊື້), ພື້ນ
ຖານໂຄງລ່າງຖືກປະຖິ້ມ, ຄວາມສ່ຽງຕໍ່ສິ່ງແວດລ້ອມ ແລະ ຄວາມສ່ຽງຕໍ່ສັງຄົມ,” ອີງ
ຕາມທະນາຄານໂລກ.

ສະ​ມາ​ຄົມ​ປະ​ຊາ​ຊາດ ເອ​ເຊຍ​ຕາ​ເວັນ​ອ​ອກ​ສຽງ​ໃຕ້ ຫຼື ອາ​ຊຽນ ແມ່ນ​ກຸ່ມ​ທີ່​ມີ 10 ປະ​ເທດ​
ໃນພາກພື້ນ ພ້ອມກັບຍອດຜະລິດຕະພັນພາຍໃນປະສານກັນ ປະມານ ສອງພັນສີ່ຮ້ອຍ
ຕື້ໂດລາ, ກັບປະຊາກອນ 630 ລ້ານຄົນ, ແລະ ພື້ນທີ່ດິນກວມເອົາຫຼາຍກວ່າ ສີ່ລ້ານສີ່
ແສນ ຕາກິໂລແມັດ, ອີງຕາມເວັບໄຊ້ຂອງ ສະພາດັ່ງກ່າວ. ອາຊຽນ ຖືກສ້າງຕັ້ງຂຶ້ນໃນປີ
1967 ໂດຍປະເທດ ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ ແລະ ໄທ, ນັບຕັ້ງ
ແຕ່ນັ້ນມາໄດ້ຂະຫຍາຍອອກ ໂດຍລວມມີປະເທດ ບຣູໄນ ດາຣູຊາລາມ, ກຳປູເຈຍ,
ລາວ, ມຽນມາ ແລະ ຫວຽດນາມ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG