ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານກ່າວວ່າ ເຈົ້າໜ້າທີ່ ສະຫະລັດ ເດີນທາງໄປ ຊີເຣຍ ເພື່ອເຈລະຈາ ກ່ຽວກັບ ຊາວ ອາເມຣິກັນ ທີ່ຫາຍສາບສູນ


ຮູບຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ-ອາສຊາດ ຢູ່ໜ້າຂອງຕຶກທະນາຄານກາງ. ນະຄອນຫຼວງ ດາມາສກັສ, 24 ກຸມພາ, 2012.
ຮູບຂອງປະທານາທິບໍດີ ຊີເຣຍ ທ່ານ ບາຊາ ອາລ-ອາສຊາດ ຢູ່ໜ້າຂອງຕຶກທະນາຄານກາງ. ນະຄອນຫຼວງ ດາມາສກັສ, 24 ກຸມພາ, 2012.

ເຈົ້າໜ້າທີ່ລະດັບສູງຂອງ ສະຫະລັດ ທ່ານນຶ່ງເມື່ອບໍ່ດົນມານີ້ໄດ້ເດີນທາງໄປປະເທດ ຊີເຣຍ ສຳລັບການເຈລະຈາລະດັບສູງລັບ ແລະ ບໍ່ຄ່ອຍມີ ກ່ຽວກັບ ການປະກັນການສົ່ງຄືນຊາວ ອາເມຣິກັນ ສອງຄົນທີ່ໄດ້ຫາຍສາບສູນໄປໃນປະເທດທີ່ຖືກທຳລາຍໂດຍສົງຄາມເປັນເວລາຫຼາຍປີ, ອີງຕາມການກ່າວຂອງລູກສາວຂອງນຶ່ງໃນຜູ້ຫາຍສາບສູນນັ້ນໃນວັນຈັນວານນີ້.

ການເດີນທາງຂອງທ່ານ ແຄຊ໌ ພາແທລ (Kash patel), ຮອງຜູ້ຊ່ວຍຂອງ ປະທານາທິບໍດີ ດໍໂນລ ທຣຳ ແລະ ເຈົ້າໜ້າທີ່ປາບປາມລັດທິກໍ່ການຮ້າຍລະດັບສູງຂອງທຳນຽບຂາວ, ໄດ້ຖືກລາຍງານທຳອິດໂດຍໜັງສືບພິມ Wall Street Journal ໃນວັນອາທິດທີ່ຜ່ານມາ.

ສະຫະລັດ ແມ່ນບໍ່ໄດ້ໃຫ້ຄຳເຫັນໃນທັນທີ ກ່ຽວກັບ ລາຍງານດັ່ງກ່າວ.

ມັນບໍ່ໄດ້ມີການຢືນຢັນ ກ່ຽວກັບ ການເດີນທາງດັ່ງກ່າວໂດຍເຈົ້າໜ້າທີ່ ອາເມຣິກັນ ລະດັບສູງປະຈຳນະຄອນຫຼວງ ດາມາສກັສ ນັບຕັ້ງແຕ່ການປິດສະຖານທູດ ສະຫະລັດ ໃນນະຄອນຫຼວງດັ່ງກ່າວ ແລະ ໄດ້ຖອນເອກອັກຄະລັດຖະທູດຂອງເຂົາເຈົ້າໃນປີ 2012 ໃນຂະນະທີ່ສົງຄາມກາງເມືອງຂອງປະເທດດັ່ງກ່າວຮ້າຍແຮງຂຶ້ນ.

ແນວໃດກໍຕາມ, ເຈົ້າໜ້າທີ່ ສະຫະລັດ ຫຼາຍຄົນ, ທັງທະຫານ ແລະ ພົນລະເຮືອນ, ໄດ້ເດີນທາງໄປພາກສ່ວນທີ່ຖືກຄວບຄຸມໂດຍພວກຕໍ່ຕ້ານລັດຖະບານຂອງປະເທດດັ່ງກ່າວຫຼາຍປີນັບຕັ້ງແຕ່ນັ້ນມາ.

ການເດີນທາງທີ່ວ່ານັ້ນໄດ້ຖືກພິຈາລະນາດັ່ງກັບການຍົກລະດັບໂດຍລັດຖະບານທີ່ຖືກແຍກໂດດ ດ່ຽວໂດຍສາກົນຂອງປະທານາທິບໍດີ ບາຊາ ອາລ-ອາສຊາດ, ເຊິ່ງໄດ້ປະເຊີນກັບມາດຕະການລົງໂທດຂອງ ສະຫະລັດ ແລະ ຢູໂຣບ ສຳລັບບົດບາດຂອງພວກເຂົາໃນສົງຄາມດົນ 9 ປີນັ້ນ. ໃນສອງສາມເດືອນທີ່ຜ່ານມາ, ໃນຂະນະທີ່ສົງຄາມໄດ້ສະຫງົບລົງ, ປະເທດ ອາຣັບ ຈຳນວນນຶ່ງທີ່ໄດ້ຕໍ່ຕ້ານ ທ່ານ ອາສຊາດ ໄດ້ເລີ່ມທີ່ຈະເປີດສະຖານທູດຂອງເຂົາເຈົ້າຄືນໃນນະຄອນຫຼວງ ດາມາສ- ກັສ.

ທ່ານ ມາຈ໌ ຄາມາລມາສ (Majd Kamalmaz), ນັກຈິດຕະວິທະຍາຄລີນິກ ອາຍຸ 62 ປີຈາກລັດ ເວີຈິເນຍ, ໄດ້ຫາຍສາບສູນໃນປີ 2017 ແລະ ເຊື່ອວ່າຖືກຂັງໃນຄຸກລັດຖະບານ ຊີເຣຍ.

ນັກຂ່າວອິດສະຫຼະ ທ້າວ ອອສຕິນ ໄທສ໌ (Austin Tice), ອາຍຸ 39 ປີ, ໄດ້ຫາຍສາບສູນໄປດົນກວ່າຫຼາຍ. ທ້າວ ໄທສ໌, ຄົນທ້ອງຖິ່ນຂອງນະຄອນ ຮູສຕັນ ລັດເທັກຊັສ, ໄດ້ຫາຍຕົວໄປໃນວັນທີ 14 ສິງຫາ 2012,​ ຫຼັງຈາກລາວໄດ້ເຂົ້າໄປໃນລົດຄັນນຶ່ງຢູ່ເມືອງ ດາຣາຢາ ໃນເຂດຊານເມືອງຂອງ ນະຄອນຫຼວງ ດາມາສກັສ ເພື່ອເດີນທາງໄປປະເທດ ເລບານອນ ແລະ ຖືກຄວບຄຸມຕົວຢູ່ ດ່ານກວດກາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG