ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຈະເຮັດໃຫ້ ໂຄງການ ສອດແນມ ຂອງ ສຫລ ໂປ່ງໃສກວ່າເກົ່າ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃນກອງປະຊຸມ ຖະແຫຼງຂ່າວ ທີ່ທຳນຽບຂາວ (9 ສິງຫາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃນກອງປະຊຸມ ຖະແຫຼງຂ່າວ ທີ່ທຳນຽບຂາວ (9 ສິງຫາ 2013)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໃຫ້ຄຳໝັ້ນສັນ
ຍາວ່າ ຈະມີການຄວບຄຸມດູແລ ເພີ້ມຂຶ້ນ ກ່ຽວກັບ ໂຄງການຕິດ
ຕາມສິ້ງຊອມເບິ່ງ ຂອງລັດຖະບານສະຫະລັດ ທີ່ແນໃສ່ເພື່ອປົກ
ປ້ອງບໍ່ໃຫ້ປະເທດຊາດ ຖືກໂຈມຕີຈາກພວກກໍ່ການຮ້າຍນັ້ນ.

ໃນກອງປະຊຸມຖະແຫຼງຂ່າວເມື່ອວັນສຸກວານນີ້ທີ່ປະທານາທິບໍດີ
ໄດ້ກ່າວເຖິງບັນຫາພາຍໃນແລະຕ່າງປະເທດຈຳນວນນຶ່ງທີ່ທ່ານ
ໂອບາມາ ເວົ້າວ່າ ສະຫະລັດສາມາດ ແລະຈະຕ້ອງ ໃຫ້ມີຄວາມ
ໂປ່ງໃສຕື່ມຂຶ້ນ.

ທ່ານໂອບາມາ ກ່າວວ່າ ທ່ານເຊື່ອໝັ້ນວ່າ ໂຄງການຕິດຕາມສິ້ງ
ຊອມດັ່ງກ່າວຈະບໍ່ຖືກໃຊ້ໄປໃນທາງຜິດ ແຕ່ກໍເວົ້າວ່າຊາວອາເມຣິກັນຈຳເປັນຕ້ອງມີຄວາມ ເຊື່ອໝັ້ນ ໃນໂຄງການນີ້ ເຊັ່ນດຽວກັນ. ທ່ານໃຫ້ຄຳໝັ້ນສັນຍາວ່າ ຈະມີການປ່ຽນແປງ ກ່ຽວ
ກັບວິທີ ທີ່ໂຄງການດັ່ງກ່າວດຳເນີນການ ຮວມທັງ ທົບທວນເບິ່ງກົດໝາຍ ທີ່ມີຢູ່ໃນປັດຈຸບັນ ໂດຍລັດຖະສະພາ ແລະສ້າງຕັ້ງ ຄະນະກຳມະການທີ່ປຶກສາຂຶ້ນ ເພື່ອທົບທວນເບິ່ງອຳນາດ
ໃນການຕິດຕາມສິ້ງຊອມຂອງລັດຖະບານ.

ໃນລະຫວ່າງກອງປະຊຸມຖະແຫຼງຂ່າວນັ້ນ ທ່ານໂອບາມາ ຍັງເວົ້າເຖິງເລື່ອງ ທ້າວ Edward Snowden ອະດີດພະນັກງານສັນຍາຈ້າງຂອງອົງການສືບລັບສະຫະລັດ ທີ່ໄດ້ເປີດເຜີຍໃຫ້ ຊາບກ່ຽວກັບຂອບເຂດໃນການຕິດຕາມສິ້ງຊອມຂອງລັດຖະບານຮວມທັງໂຄງການຕິດຕາມ ເບິ່ງການໃຊ້ໂທລະສັບແລະອິນເຕີແນັດຂອງປະຊາຊົນ.

ທ່ານໂອບາມາເວົ້າວ່າ ທ່ານບໍ່ເຊື່ອວ່າທ້າວ Snowden ຊຶ່ງໃນເວລານີ້ກຳລັງລີ້ໄພເປັນການ ຊົ່ວຄາວຢູ່ປະເທດຣັດເຊຍນັ້ນ ເປັນຜູ້ທີ່ຮັກຊາດ.

Obama Calls for Surveillance Reforms
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG