ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Richardson ຮຽກຮ້ອງ ໃຫ້ວໍຊິງຕັນ ໂອ້ລົມ ກັບ ພຽງຢາງ


ທ່ານ Bill Richardson (ທີ 2 ຈາກຂວາ) ອະດີດເອກອັກຄະລັດຖະທູດ ສຫລ ປະຈຳອົງການສະຫະປະຊາຊາດ ແລະປະທານບໍລິສັດ Google ທ່ານ Eric Schmidt (ທີ 2 ຈາກຊ້າຍ) ກວດເບິ່ງປື້ມຂໍ້ມູນຂ່າວສານເທັກໂນໂລຈີ ທີ່ຫໍສະມຸດປະຊາຊົນ ໃນນະຄອນຫຼວງພຽງຢາງ (9 ມັງກອນ 2013)
ທ່ານ Bill Richardson (ທີ 2 ຈາກຂວາ) ອະດີດເອກອັກຄະລັດຖະທູດ ສຫລ ປະຈຳອົງການສະຫະປະຊາຊາດ ແລະປະທານບໍລິສັດ Google ທ່ານ Eric Schmidt (ທີ 2 ຈາກຊ້າຍ) ກວດເບິ່ງປື້ມຂໍ້ມູນຂ່າວສານເທັກໂນໂລຈີ ທີ່ຫໍສະມຸດປະຊາຊົນ ໃນນະຄອນຫຼວງພຽງຢາງ (9 ມັງກອນ 2013)
ອະດີດເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະ
ຊາຊາດ ທ່ານ Bill Richardson ຮຽກຮ້ອງໃຫ້ວໍຊິງຕັນເປີດການ
ເຈລະຈາກັບເກົາຫຼີເໜືອຖ້າປະເທດທີ່ຖືກໂດດດ່ຽວດັ່ງກ່າວຫາກ ຍຸຕິການທົດລອງລູກສອນໄຟ ແລະອາວຸດນິວເຄລຍ.

ທ່ານ Richardson ແລະທ່ານ Eric Schmidt ປະທານບໍລິສັດ
Google ໄດ້ເດີນທາງໄປຢ້ຽມຢາມເກົາຫຼີເໜືອໃນເດືອນແລ້ວນີ້
ໃນຄວາມພະຍາຍາມ ທີ່ບໍ່ສຳເລັດຜົນ ເພື່ອຈະປ່ອຍທ້າວ Ken-
neth Bae ຄົນອາເມຣິກັນເຊື້ອສາຍເກົາຫຼີທີ່ຖືກຄຸມຂັງຢູ່ໃນເກົາ
ຫຼີເໜືອນັ້ນ.

ໃນບົດສະແດງຄວາມເຫັນ ທີ່ພິມເຜີຍແຜ່ໂດຍໜັງສືພິມວໍຊິງຕັນ
ໂພສທ໌ສະບັບທີ່ອອກໃນມື້ວັນເສົາມື້ນີ້ ທ່ານ Richardson ເວົ້າ
ວ່າ ການຂາດຫຼືການບໍ່ມີການສົນທະນາໂດຍກົງຂອງຝ່າຍອາເມຣິກັນບໍ່ໄດ້ຊ່ອຍໃຫ້ມີການ ບັນລຸເປົ້າໝາຍຂອງສະຫະລັດເລີຍ. ທ່ານກ່າວວ່າ ໃນເມື່ອການລົງໂທດນັ້ນຖືວ່າເປັນຂໍ້ດີ ເມື່ອພິຈາລະນາເຖິງການແຜ່ຜາຍອາວຸດນິວເຄຼຍ ແລະການລະເມີດສິດທິມະນຸດຂອງພຽງ ຢາງ ແຕ່ການສົນທະນາກັນກໍເປັນເຄື່ອງມືທາງດ້ານການທູດ ທີ່ຖືກຕ້ອງຊອບທຳ. ທັງສອງ ຝ່າຍບໍ່ຄວນທີ່ຈະກີດກັນຕົນເອງໄວ້.

ທ່ານ Richardson ມ້ວນທ້າຍບົດຄວາມເຫັນຂອງທ່ານໂດຍກ່າວຢໍ້າວ່າ ຖ້າທ່ານກິມຈົງອຸນ ຜູ້ນຳຂອງເກົາຫຼີເໜືອຫາກມີຄວາມຈິງໃຈຕໍ່ຄຳເວົ້າທີ່ທ່ານໄດ້ກ່າວຕໍ່ປະຊາຊົນຂອງທ່ານກ່ຽວ ກັບການປັບປຸງຊີວິດການເປັນຢູ່ ຂອງພວກເຂົາແລ້ວ ທ່ານກໍຄວນທັບມ້າງ ວົງຈອນໃນການ ເພີ້ມທະວີຄວາມເຄັ່ງຕຶງ ຍົກເລີກການທົດລອງຕື່ມ ແລະເລີ້ມການສົນທະນາກັບສະຫະລັດ.

ກ່ຽວຂ້ອງກັນ

XS
SM
MD
LG