ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ນັກວິເຄາະມີຄວາມເຫັນແບ່ງກັນ ກ່ຽວ​ກັບວ່າ ສະຫະລັດ-ເກົາຫຼີເໜືອ ຄວນ​ຈະ​ເຈ​ລະ​ຈາ​ການຄວບຄຸມອາວຸດ ຫຼື ປົດອາວຸດນິວເຄລຍ?


ພາບຖ່າຍສໍາຄັນ-ຮູບພາບນີ້ ຖ່າຍໄດ້ໃນວັນທີ 2 ກຸມພາ 2024, ແລະໄດ້ຮັບການເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫຼື KCNA ໃນວັນທີ 3 ກຸມພາ 2024, ສະແດງໃຫ້ເຫັນການຍິງທົດລອງລູກສອນໄຟຕໍ່ຕ້ານເຮືອບິນ ໃນຂົງເຂດທະເລຕາເວັນຕົກຂອງເກົາຫຼີ.
ພາບຖ່າຍສໍາຄັນ-ຮູບພາບນີ້ ຖ່າຍໄດ້ໃນວັນທີ 2 ກຸມພາ 2024, ແລະໄດ້ຮັບການເຜີຍແຜ່ໂດຍອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫຼື KCNA ໃນວັນທີ 3 ກຸມພາ 2024, ສະແດງໃຫ້ເຫັນການຍິງທົດລອງລູກສອນໄຟຕໍ່ຕ້ານເຮືອບິນ ໃນຂົງເຂດທະເລຕາເວັນຕົກຂອງເກົາຫຼີ.

ໃນ​ຂະ​ນະທີ່ພຽງຢາງ ສືບຕໍ່ເສີມ​ຂະ​ຫຍາຍໂຄງການນິວເຄລຍ ແລະລູກສອນໄຟຂອງຕົນ ໃນຂະນະທີ່ປະຕິເສດການຮ່ວມມືກັບວໍຊິງຕັນ, ບັນດານັກວິເຄາະໄດ້​ມີ​ຄວາມ​ເຫັນແບ່ງກັນວ່າ ສະຫະລັດ ຄວນຈະສືບຕໍ່ດຳ​ເນີນ​ນະ​ໂຍ​ບາຍປົດ​ອາ​ວຸດ ນິວເຄລຍ ຫຼື ພິຈາລະນາທາງເລືອກ​ຕໍ່ຄວາມເປັນໄປໄດ້ໃນການຄວບຄຸມອາວຸດດັ່ງ​ກ່າວ.

ເກົາຫຼີເໜືອ ໄດ້ເພີ້ມຄວາມເຄັ່ງຕຶງຢູ່ໃນພາກພື້ນດ້ວຍການຍິງລູກສອນໄຟ ແລະຂູ່ວ່າ ຈະເຂົ້າຍຶດເອົາເກົາຫຼີໃຕ້ ຖ້າສົງຄາມຫາກເກີດຂຶ້ນ.

ການຍິງຄັ້ງຫຼ້າສຸດຂອງພວກເຂົາ ມີຂຶ້ນໃນວັນສຸກແລ້ວນີ້, ເຊິ່ງປະເທດດັ່ງກ່າວໄດ້ທົດ​ລອງ ໃນອັນທີ່ພວກເຂົາເອີ້ນວ່າ ລູກສອນໄຟຕໍ່ຕ້ານເຮືອບິນຊະນິດໃໝ່ ແລະໄດ້ທຳການທົດລອງ “ລູກສອນໄຟຄ​ຣູ​ສຫົວລົບທີ່ມີພະລັງ” ຢູ່ນອກຝັ່ງທາງທິດຕາເວັນຕົກ, ອີງຕາມລາຍງານຂອງອົງການຂ່າວສູນກາງທາງການເກົາຫຼີເໜືອ ຫຼື KCNA.

ນີ້​ແມ່ນ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຄ​ຣູ​ສ ຄັ້ງ​ທີ 4 ຂອງ​ປີນີ້, ລຸນຫຼັງການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະນາວຸດໄລຍະ​ໄກໄວກວ່າສຽງ ເມື່ອ​ວັນ​ທີ 14 ມັງກອນ​ແລ້ວນີ້.

ທ່ານເວເດັນ ພັດເທລ (Vedant Patel) ຮອງ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ໃນລະຫວ່າງການ​ຖະ​ແຫຼງຂ່າວວັນ​ທີ 24 ມັງກອນ​ຜ່ານມານີ້ວ່າ ສະຫະລັດ ມີຄວາມ "ກະຕືລືລົ້ນ​ ໃນ​ການ​ພົວພັນ​ຮ່ວມມືກັບ​ເກົາຫຼີ​ເໜືອ" ​ເພື່ອ "ຄຸ້ມ​ຄອງ​ຄວາມ​ສ່ຽງ​ທາງ​ການ​ທະຫານ" ​ແລະ​ສືບ​ຕໍ່​ເປົ້າ​ໝາຍໃນ "ການ​ປົດ​ອາວຸດ​ນິວ​ເຄລຍຢ່າງ​ຄົບ​ຖ້ວນສົມບູນ".

ໃນຂະນະ​ທີ່​ເກົາຫຼີ​ເໜືອ​ເລັ່ງ​ທົດ​ລອງ​ລູກ​ສອນ​ໄຟຂອງຕົນ, ເຊິ່ງມີຈໍານວນ 100 ລູກ​ນັບ​ຕັ້ງແຕ່​ເດືອນ​ມັງກອນ​ປີ 2022 ເປັນຕົ້ນມາ, ນັກ​ວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ມັນ​ຈະ​ກາຍ​ເປັນ​ເລື່ອງ​ຍາກ​ຂຶ້ນ ສໍາລັບ ສະຫະລັດ ທີ່​ຈະ​ປະຕິບັດ​ນະ​ໂຍບາຍ​ ປົດອາວຸດນິວເຄລຍ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG