ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ສະຫະລັດຈະໄປຫາລື ກັບພັນທະມິດ ໃນເອເຊຍ


ທ່ານ Kurt Campbell ລັດຖະມຸນຕີ​ຊ່ອຍ​ວ່າການ​ກະຊວງ​​ຕ່າງປະ​ເທດ​ສະຫະລັດ​​(ຄົນທີ 2 ຈາກຊ້າຍ) ທີ່ກອງ​ປະຊຸມ​ຂອງສູນ​ກາງ​ສຶກສາ​ດ້ານ​ຍຸດ​ທະ​ສາດ​ແລະ​ລະຫວ່າງຊາດ(CSIS) ທີ່​ກຸງ​ວໍ​ຊິງ​ຕັນ​, ວັນທີ 29 ກັນຍາ 2010
ທ່ານ Kurt Campbell ລັດຖະມຸນຕີ​ຊ່ອຍ​ວ່າການ​ກະຊວງ​​ຕ່າງປະ​ເທດ​ສະຫະລັດ​​(ຄົນທີ 2 ຈາກຊ້າຍ) ທີ່ກອງ​ປະຊຸມ​ຂອງສູນ​ກາງ​ສຶກສາ​ດ້ານ​ຍຸດ​ທະ​ສາດ​ແລະ​ລະຫວ່າງຊາດ(CSIS) ທີ່​ກຸງ​ວໍ​ຊິງ​ຕັນ​, ວັນທີ 29 ກັນຍາ 2010

ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ໃນ​ວົງ​ການ​ລັດຖະບານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ຈະ​ເດີນທາງ​ ກັບ​ຄືນ​ໄປ​ຍັງ​ເອ​ເຊຍ​ໃນ​ສັບປະດາ​ໜ້າ​ນີ້ ເພາະ​ຢາກ​ຮູ້​ວ່າ​ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫລີ​ໃຕ້​ແລະຍີ່ ປຸ່ນ​ຈະ​ມີ​ຄວາມ​ເຫັນ​ແນວ​ໃດກ່ຽວ​ກັບ​ລູກ​ຊາຍ​ຫລ້າ​ຂອງ​ທ່ານກິມຈົງ​ອິລ ຜູ້​ນໍາ​ສູງ​ສຸດ​ຂອງ​ເກົາ ຫລີ​ເໜືອ​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ​ລາຍ​ງານ​ວ່າ ນອກ​ນີ້​ແລ້ວ ທ່ານ Kurt Campbell ລັດຖະ ມຸນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ຮັບຜິດຊອບກິດຈະການ​​ເອ​ເຊຍຕາ ​ເວັນ​ອອກ​ແລະ​ຍ່ານ​ມະຫາສະມຸດ​ປາຊີ​ຟິກ ຍັງ​ຈະ​ພະຍາຍາມ​ຊອກ​ຫາ​ທາງ​ຜ່ອນຄາຍ​ຄວາມ ​ເປັນ​ຫ່ວງ​ກັງວົນ​ຂອງຈີນ ​ກ່ຽວ​ກັບ​ເຈດ​ຕະນາ​ຂອງສະຫະລັດ​ໃນ​ທະ​ເລ​ຈີນ​ໃຕ້ນັ້ນ ​ເຊ່ນ​ກັນ.

ທ່ານ Kurt Campbell ກ່າວ​ວ່າ ສະຫະລັດ​ຮູ້ຈັກ​ໜ້ອຍ​ ຫລາຍ​ກ່ຽວ​ກັບ​ທ້າວກິມຈົງ​ອຸນ ​ແລະ​ກໍາລັງ​ຊອກ​ຫາ​ລາຍ​ລະອຽດ​ເພີ່ມ​ຕື່ມ ​ເຊ່ນດຽວ​ກັນ​ກັບ​ຄົນ​ອື່ນໆ​ນັ້ນ. ທ່ານ Campbell ກ່າວ​ຕໍ່​ໄປ​ວ່າ ທາງ​ກຸງ​ວໍ​ຊິ​ຕັນຈະເອົາ​ທ່າ​ທີ ລະມັດລະວັງ​ຕໍ່​ໄປ ແລະ​ຮັບ​ຟັງ​ຢ່າງ​ລະມັດລະວັງຄວາມ ​ເຫັນທີ່​ພວກ​ພັນທະ​ມິດ​ໃນ​ຂົງ​ເຂດ​ ຈະ​ສະ​ແດງອອກ​ມາ​ນັ້ນ ຊຶ່ງ​ທ່ານ Campbell ກ່າວ​ດັ່ງ​ນີ້:

ຈຸດສໍາຄັນຂອງພວກເຮົາໃນເວລານີ້ ກໍຄືໃຫ້ມີ ຄວາມລະມັດລະວັງ ໃຫ້ເປັນທີ່ແນ່ໃຈວ່າພວກເຮົາ ຢູ່ໃນການປຶກສາຫາລືກັບປະເທດພັນທະມິດຂອງ ພວກເຮົາໃນຂົງເຂດນັ້ນຢ່າງຖີ່ຖ້ວນ ຕະຫລອດ​ເວລາ. ຂ້າພະເຈົ້າຈະໄປຍີ່ປຸ່ນແລະເກົາຫລີໃຕ້​ໃນ ອາທິດໜ້ານີ້ ຊຶ່ງແນ່ນອນວ່າ ພວກເຮົາກໍຕ້ອງການ ຢາກຈະໄດ້ຍິນ ໄດ້ຟັງທັດສະນະ ຂອງພວກເຂົາ ເຈົ້າ. ທ່າທີຂອງພວກເຮົາ ກ່ຽວກັບສິ່ງທີ່ຈຳເປັນ ສຳລັບ​ການ​ພົວພັນກັນຄືນໃໝ່ ໃນເລຶ່ອງການເຈລະຈາຫົກຝ່າຍກ່ຽວ​ກັບ​ນິວ​ເຄລຍ ແລະການພົວພັນດ້ານອື່ນໆນັ້ນ ຍັງຄົງສະໝໍ່າສະເໝີຢູ່ຄື​ເກົ່າ. ເວົ້າຢ່າງກົງໄປກົງ ມາແລ້ວ ກໍ​ແມ່ນວ່າ ພວກເຮົາຈະລໍຄອຍແລະຕິດຕາມເບິ່ງ ຢ່າງລະມັດລະວັງ.”

ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ທ່ານ P.J. Crowley ​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ ສະຫະລັດ ກໍໄດ້​ສະ​ແດງ​ຄວາມ​ເຫັນ​ອອກ​ມາ ຢ່າງລະມັດລະວັງ​ເຊ່ນ​ກັນ​ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ຕ່າງໆຂອງ​ກອງ​ປະຊຸມ​ພັກ​ກໍາມະກອນ​ຂອງ​ເກົາຫລີ​ເໜືອ ​ໃນ​ສັບປະດາ​ນີ້. ​ທ່ານ Crowley ກ່າວ​ວ່າ:

“ຂ້າພະເຈົ້າຢາກຈະຄາດຄະເນເອົາວ່າ ນີ້ອາດເປັນການສະແດງກ່ຽວ​ກັບ​ສະພາບ​ການ​ໂຕ​ຈິງ​ແທ້ໆທີ່​ກໍາລັງ​ຜັນ​ຂະຫຍາຍ​ອອກຢູ່ໃນເກົາຫລີເໜືອ ​ຊຶ່ງພວກເຮົາ​ກໍາລັງ​ຕິດຕາມເບິ່ງຢ່າງ​ໃກ້ຊິດ ແລະມັນກໍຍັງໄວເກີນໄປ ທີ່ພວກເຮົາຈະຕີ​ລາຄາໄດ້ວ່າ ມັນ​ມີ​ຄວາມ​ໝາຍ​ແນວ​ໃດ​ກັນ​ແທ້.”

ທ້າວກິມຈົງອຸນ ນັ່ງຢູ່ໃນແຖວໜ້າ ຮ່ວມກັບບັນດາ ສະມາຊິກອາວຸໂສຂອງພັກ ໃນກອງປະຊຸມອາທິດນີ້, ວັນທີ 29 ກັນຍາ 2010.
ທ້າວກິມຈົງອຸນ ນັ່ງຢູ່ໃນແຖວໜ້າ ຮ່ວມກັບບັນດາ ສະມາຊິກອາວຸໂສຂອງພັກ ໃນກອງປະຊຸມອາທິດນີ້, ວັນທີ 29 ກັນຍາ 2010.

ອົງການ​ຂ່າວ​ທີ່​ລັດ​ເປັນ​ຜູ້​ຄວບ​ຄຸມ​ຂອງ​ເກົາຫລີ​ເໜືອ ປະກາດ​ໃຫ້​ຮູ້​ໃນ​ວັນ​ພຸດ​ອາທິດ​ນີ້​ວ່າ ທ້າວ​ກິມຈົງ​ອຸນ ທີ່​ເຊື່ອ​ກັນ​ວ່າ ຢູ່​ໃນໄວ 27 ຫລື 28 ປີນັ້ນ ​ໄດ້​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ​ສະມາ ຊິກໃນ​ຄະນະ​ກໍາມະການ​ສູນ​ກາງພັກ​ກໍາມະ ກອນ​ເກົາຫລີ​ເໜືອ ​ແລະ​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນ ​ຮອງ​ປະທານ​ຂອງຄະນະ​ກໍາມາ​ທິການກາງ​ກອງທັບ​ເຊ່ນ​ກັນ ​ແລະ​ໄດ້​ຖືກ​ເລື່ອນ​ຊັ້ນ​ໃຫ້​ເປັນ ​ນາຍ​ພົນ​ສີ່ດາ​ວ ​ໃນ​ກອງທັບ​ແຫ່ງ​ຊາດ.

ກ່ຽວ​ກັບ​ການ​ຊ້ອມ​ລົບ​ຮ່ວມ​ທາ​ງທະ​ເລ​ຂອງ​ກອງທັບສະຫະລັດ​ແລະ​ເກົາຫລີ​ໃຕ້​ໃນ​ເຂດ​ທະ​ເລ​ເຫລືອງ​ນັ້ນ ທ່ານ Campbell ໄດ້​ເວົ້າຢູ່ໃນ​ຄໍາ​ປາ​ໃສຕໍ່​ກອງ​ປະຊຸມ​ຂອງສູນ​ກາງ​ສຶກສາ​ດ້ານ​ຍຸດ​ທະ​ສາດ​ແລະ​ລະຫວ່າງຊາດທີ່​ກຸງ​ວໍ​ຊິງ​ຕັນ​ວ່າ ການ​ຊ້ອມ​ລົບ​ທີ່​ວ່າ​ນີ້​ບໍ່​ໄດ້​ແນ​ໃສ່​ຈີນ ​ແຕ່ ​ເປັນ​ການ​ສົ່ງສັນຍານ​ທີ່​ແຈ້ງຂາວ​ໄປ​ຍັງ​ເກົາ​ຫລີ​ເໜືອ​ວ່າ ​ການ​ເກາະ​ຜິດ​ໃດໆ​ໃນ​ອະນາ​ຄົດ​ ເຊ່ນ​ການ​ຍິງ​ເຮືອ​ລົບ​ເກົາຫລີ​ໃຕ້​ລໍາ​ນຶ່ງຈົມ​ນໍ້າໃນ​ເດືອນມີນາ​ຜ່ານ​ມາ ທີ່ໄດ້​ເອົາ​ຊີວິດທະຫານ ເຮືອໄປ 46 ຄົນ​ນັ້ນ ​ຈະ​ໄດ້​ຮັບ​ການ​ຕອບ​ໂຕ້​ແນວ​ໃດ​. ​ເກົາຫລີ​ໃຕ້​ກ່າວ​ວ່າ ການ​ສືບສວນ​ ສອບ​ສວນ​ລົງ​ຄວາມ​ເຫັນ​ວ່າ ລະ​ເບີດ​ຕໍ​ປີ​ໂດ​ຂອງ​ເກົາຫລີ​ເໜືອໄດ້​ທໍາລາຍ​ແລະເຮັດ​ໃຫ້​ເຮືອ​ລົບ Cheonan ຈົມ​ນໍ້າ​ ​ແຕ່​ກຸງ​ພຽງ​ຢາງ​ປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງກ່າວ.

ສະຫະລັດຈະໄປຫາລື ກັບພັນທະມິດ ໃນເອເຊຍ
ສະຫະລັດຈະໄປຫາລື ກັບພັນທະມິດ ໃນເອເຊຍ

ພ້ອມ​ດຽວ​ກັນ​ນີ້ ລັດຖະມຸນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ​ ກໍ​ໄດ້​ມີ​ຄວາມ​ເຫັນ​ທີ່​ແນ​ໃສ່​ເພື່ອ​ຜ່ອນ​ຄາຍຄວາມ​ເປັນ​ຫ່ວງ​ຂອງ​ຈີນ​ ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ທີ່​ເປັນ​ບັນຫາ​ຂັດ​ແຍ່ງ​ກັນລະຫວ່າງ​ຈີນ​ກັບປະ​ເທດ​ເພື່ອນ​ບ້ານ ບ່ອນ​ທີ່​ຈີນໄດ້​ເພີ່ມ​ການ​ມີໜ້າ​ຂອງ​ກອງທັບ​ເຮືອ​ຂອງ​ຕົນ​ຂຶ້ນ​ນັ້ນ. ​ໃນ​ຖ້ອຍ​ຖະ​ແຫລ​ງທີ່​ກຽມ​ໄວ້​ລ່ວງ​ໜ້າ ຕໍ່​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງ​ຂອງ​ຂົງ​ເຂດ​ອ່າຊ່ຽນ ໃນ​ເດືອນ​ກໍລະກົດຜ່ານ​ມາ​ນັ້ນ ທ່ານ​ນາງ​ຮີນ​ລາຣີ ຄລິນ​ຕັນ ລັດຖະມຸນຕີ​ການ​ຕ່າງປະ​ເທດສະຫະ ລັດ​ກ່າວ​ວ່າ ສະຫະລັດມີ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ ​ໃນ​ການ​ມີເສລີພາບ​ຂອງ​ການ​ເດີນ​ເຮືອ ການ​ເປີດ​ກວ້າງ​ໃນ​ການ​ຊົມ​ໃຊ້​ທາງ​ທະ​ເລ​ຮ່ວມ​ກັນຂອງ​ເອ​ເຊຍ ​ແລະການເຄົາລົບ​ນັບຖືກົດ ໝາຍ​ສາກົນ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ.

ທ່ານ Campbell ກ່າວ​ວ່າ ​ເປົ້າ​ໝາຍ​ຂອງ​ນະ​ໂຍບາຍ​ສະຫະລັດ​ແມ່ນຮັບປະກັນໃຫ້​ມີ​ສະ ພາບ​ແວດ​ລ້ອມ​ທີ່​ທຸ່ນ​ທ່ຽງແລະ​ທໍານາຍ​ໄດ້​ຫລາຍ​ຂຶ້ນ ຊຶ່ງ​ທ່ານ Campbell ກ່າວຕໍ່​ໄປ​ວ່າ:

“ແລະພວກເຮົາກໍບໍ່ມີເຈດຕະນາຈະເຂົ້າຂ້າງຝ່າຍໃດ ຫລືຂຸດເຂ່ຍສ້າງຄວາມເຄ່ງ ຕຶງໃນຂົງເຂດທະເລຈີນໃຕ້ນັ້ນ. ຄວາມຕ້ອງການຂອງພວກເຮົາ ​ແມ່ນສ້າງໃຫ້ ມີການໂອ້ລົມສົນທະນາກັນ ​ໃຫ້​ມີ​ສະພາບ​ການ​ ທີ່ພໍຄາດຄະເນໄດ້​ໃນ​ລະດັບ​ໃດ​ລະດັບ​ນຶ່ງ ແລະ​ເວົ້າກົງໆແລ້ວ ຂ້າພະເຈົ້າຈະເວົ້າເຊັ່ນກັນວ່າ ຢູ່​ໃນ​ກອງ​ປະຊຸມ​ສະພາ​ຄວາມ​ໝັ້ນຄົງແຫ່ງ​ຂົງ​ເຂດອາ​ຊ່ຽນ ຫລື ARF ນັ້ນ ທ່ານນາງລັດຖະມົນ ຕີຕ່າງປະເທດຄລິນຕັນ ກໍໄດ້ປະກາດທ່າທີຂອງອາເມຣິກາ​ອອກ​ມາ ຢ່າງແຈ້ງ ຂາວໄປແລ້ວ ຊຶ່ງທ່ານນາງໄດ້ເວົ້າ ຫລັງຈາກ​ຫລາຍໆປະເທດ ຫລາຍສິບ​ປະ​ ເທດ​ໄດ້​ກ່າວ ນັ້ນ​ກໍ​ຄື​ທ່ານ​ນາງໄດ້ເວົ້າເຖິງຄວາມຈຳເປັນ ທີ່ຈະຕ້ອງຮັກສາ​ໄວ້​ ຊຶ່ງສັນຕິພາບແລະສະຖຽນລະພາບໃນຂົງເຂດທະເລຈີນໃຕ້ນັ້ນ ເອົາໄວ້.”

ພ້ອມ​ດຽວ​ກັນ​ນີ້ ທ່ານ Campbell ​ໄດ້​ກ່າວຊົມ​ເຊີຍທ່ານ​ນາ​ໂອ​ໂຕ​ ກັນ ນາຍົກລັດຖະ ມຸນຕີຍີ່ປຸ່ນ​ ​ສໍາລັບ​ການ​ຮັບ​ມືຂອງ​ທ່ານ​ກັບການຜິດ​ຖຽງ​ກັນ​ກັບ​ຈີນ ​ໃນ​ເລື້ອງ​ການ​ກັກ​ໂຕ​ ພວກ​ລູກ​ເຮືອ​ຫາ​ປາ​ລໍາ​ນຶ່ງຂອງ​ຈີນ​ ທີ່​ຍີ່ປຸ່ນ​ໄດ້​ຈັບ​ໄປ​ຢູ່ໃນ​ເຂດ​ນ່ານນໍ້າ​ທີ່​ເປັນ​ບັນຫາ​ໂຕ້​ແຍ່ງ​ກັນ ​ໃນ​ທະ​ເລ​ຈີນ​ໃຕ້​ນັ້ນ. ທ່ານ Campbell ກ່າວ​ວ່າ ທ່ານ​ກັນ​ໄດ້ດໍາ​ເນີນ​ການ​ໄປ ດ້ວຍ ຄວາມເຂົ້າ​ໃຈຂອງ​ລັດຖະບຸລຸດ​ ​ໃນຄວາມ​ຈໍາ​ເປັນ​ຂອງ​ທັງ​ສອງ​ປະ​ເທດ​ ທີ່​ຈະ​ຕ້ອງທໍາງານ ​ຮ່ວມ​ກັນ​ເພື່ອ​ແກ້​ໄຂ​ບັນຫາ​ນີ້ ​ແລະ​ທ່ານ​ທໍານາຍ​ວ່າ ຄວາມ​ເສຍ​ຫາຍໃດໆ​ທີ່​ໄດ້​ເກີດ​ຂຶ້ນ​ແລ້ວ​ນັ້ນ ຈະ​ໄດ້​ ຮັບການ​ປົວ​ແປງ​ຄືນ​ໂດຍໄວ.

XS
SM
MD
LG