ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ປະກາດ ສ້າງຕັ້ງ ສາຍພົວພັນ ຄືນໃໝ່ ກັບຫວຽດນາມ ໃນວັນທີ 11 ກໍລະກົດ


ພວກທະຫານ ຢູ່ເທິງກ່ຳປັ່ນ USS Blue Ridge ຍູ້ເຮືອບິນເຮລິຄອບເຕີ ລົງສູ່ທະເລ ເພື່ອທີ່ຈະໃຫ້ມີພື້ນທີ່ ຮັບເອົາເຮືອບິນຍົກຍ້າຍ ຈາກໄຊງ່ອນ ລົງໄດ້ ເມື່ອວັນທີ 29 ເມສາ 1975.
ພວກທະຫານ ຢູ່ເທິງກ່ຳປັ່ນ USS Blue Ridge ຍູ້ເຮືອບິນເຮລິຄອບເຕີ ລົງສູ່ທະເລ ເພື່ອທີ່ຈະໃຫ້ມີພື້ນທີ່ ຮັບເອົາເຮືອບິນຍົກຍ້າຍ ຈາກໄຊງ່ອນ ລົງໄດ້ ເມື່ອວັນທີ 29 ເມສາ 1975.

ຊາວປີ ຫຼັງຈາກທີ່ ໄຊງ່ອນ ໄດ້ຕົກຢູ່​ໃນ​ກຳມື​ຂອງຫວຽດນາມເໜືອ ອະດີດ ປະທາ
ນາທິບໍດີ Bill Clinton ໄດ້ປະກາດສ້າງຕັ້ງສາຍພົວພັນດ້ານທາງ​ດ້ານການທູດ
ແບບປົກກະຕິ ກັບຫວຽດນາມ. ນັ້ນແມ່ນ 20 ປີ ກ່ອນ ໃນວັນທີ 11 ກໍລະກົດ ປີ 1997.

ປະທານາທິບໍດີ Bill Clinton ກວດແຖວທະຫານ ກອງກຽດຕິຍົດ ໃນລະຫວ່າງ ພິທີຕ້ອນຮັບ ຢ່າງເປັນທາງການ ໃນນະຄອນຫຼວງຮ່າໂນຍ ເມື່ອວັນທີ 17 ພະຈິກ ປີ 2000.
ປະທານາທິບໍດີ Bill Clinton ກວດແຖວທະຫານ ກອງກຽດຕິຍົດ ໃນລະຫວ່າງ ພິທີຕ້ອນຮັບ ຢ່າງເປັນທາງການ ໃນນະຄອນຫຼວງຮ່າໂນຍ ເມື່ອວັນທີ 17 ພະຈິກ ປີ 2000.

“ໃນຊ່ວງເວລານີ້ ໄດ້ມອບໂອກາດໃຫ້ພວກເຮົາ ເພື່ອຮຳແຜຂອງພວກເຮົາເອງ”
ທ່ານ ຄລິນຕັນ ໄດ້ກ່າວ ​ໂດຍ​ໃຊ້ຄຳເວົ້າທີ່ກະຕຸ້ນຈິດໃຈ ຊຶ່ງໄດ້ຖືກໃຊ້ໂດຍ ທ່ານ
Lincoln ຢູ່ຕອນທ້າຍຂອງສົງຄາມກາງເມືອງ ສະຫະລັດ ທີ່ວ່າ “ພວກເຂົາເຈົ້າໄດ້
ຕ້ານທານ ຕໍ່ເວລາມາໄດ້ດົນນານແລ້ວ. ບັດນີ້ ພວກເຮົາສາມາດ ເຄື່ອນ​ໄຫວ​ໄປ
ສູ່ການ​ມີ​ພື້ນຖານຮ່ວມກັນ.”

ທ່ານ ຄລິນຕັນ ໃນຄັ້ງນຶ່ງເຄີຍເປັນນັກສຶກສາປະທ້ວງ ຕໍ່ຕ້ານ ສົງຄາມ ໄດ້ຫລີກເວັ້ນ
ການເກນເຂົ້າເປັນທະຫານ ຊຶ່ງເປັນບັນຫາທີ່ມີຂຶ້ນ ໃນລະຫວ່າງການໂຄສະນາຫາສຽງ
ເປັນປະທານາທິບໍດີ ຂອງທ່ານ.

ການສ້າງຕັ້ງສາຍພົວພັນ​ແບບປົກກະຕິ ໄດ້ເລີ້ມຂຶ້ນ​ເມື່ອ​ນຶ່ງ​ປີກ່ອນ ​ໃນ​ປີ 1994 ​ເວລາ
​ສະຫະລັດ​ໄດ້​ຍົກ​ເລີກ​ການ​ຂວ້ຳ​ບາດ​ທາງ​ດ້ານ​ການ​ຄ້າ ທີ່​ມີ​ມາ​ເປັນ​ເວລາ 19 ປີ ຕໍ່​
ຫວຽດນາມ ​ເພື່ອ​ເປັນ​ການ​ສະໜອ​ງຕອບ​ຕໍ່​ການ​ຮ່ວມ​ມື​ຂອງ​ຫວຽດນາມ ​ໃນ​ການ​
ຊອກ​ຫາ​ທະຫານ​ອາ​ເມຣິກັນ 2,238 ຄົນ​ທີ່​ຍັງ​ຫາຍ​ສາບ​ສູນ​ໄປ ​ໃນ​ປາງສົງຄາມ.

ທະຫານສະຫະລັດ ປົກຄຸມຫີບບັນຈຸຊາກສົບ ດ້ວຍທຸງຊາດ ທີ່ເຊື່ອວ່າເປັນຂອງທະຫານສະຫະລັດ ທີ່ຫາຍສາບສູນໄປ ໃນປາງສົງຄາມຫວຽດນາມ, ຢູ່ພິທີສົ່ງຊາກສົບກັບຄືນ ທີ່ສະໜາມບິນ Noi Bai ຂອງຮ່າໂນຍ ເມື່ອວັນທີ 9 ທັນວາ 2008.
ທະຫານສະຫະລັດ ປົກຄຸມຫີບບັນຈຸຊາກສົບ ດ້ວຍທຸງຊາດ ທີ່ເຊື່ອວ່າເປັນຂອງທະຫານສະຫະລັດ ທີ່ຫາຍສາບສູນໄປ ໃນປາງສົງຄາມຫວຽດນາມ, ຢູ່ພິທີສົ່ງຊາກສົບກັບຄືນ ທີ່ສະໜາມບິນ Noi Bai ຂອງຮ່າໂນຍ ເມື່ອວັນທີ 9 ທັນວາ 2008.

​ເຖິງ​ແມ່ນ​ໄດ້​ມີການ​ເຄື່ອນ​ໄຫວ​ດັ່ງກ່າວ​ກໍ​ຕາມ ​ແຕ່ການ​ເກັບ​ພາສີ​ແພງ​ຕໍ່​ການ​ສົ່ງ​ອອກ
ຂອງ​ຫວຽດນາມ​ແມ່ນ​ຍັງ​ມີ​ຢູ່ຕໍ່​ມາ ​ເພື່ອ​ລໍຖ້າ​ການ​ໄດ້​ຮັບ​ຖານະ​ພິ​ເສດ​ທາງດ້ານ​ການ​ຄ້າ
ຊຶ່ງ​ຫວຽດນາມ​ອາດ​ຈະ​ໄດ້​ຮັບ​ຫລັງ​ຈາກ​ໄດ້​ຂະຫຍາຍ​ການ​ປະຕິ​ຮູບຕະຫລາດ​ເສລີ ​
ຂອງ​ຕົນ.

ສະມາຊິກ​ສະພາ​ສູງ ຈອນ ​ແມັກເຄນ ທີ່​ສັງກັດ​ພັກຣີພັບ​ບລີ​ກັນ ​ເປັນ​ຜູ້​ໃຫ້​ຄຳແນະນຳ
​ຕໍ່​ທ່ານ​ຄລິນ​ຕັນ ກ່ຽວ​ກັບ​ການ​ຕັດສິນ​ໃຈ​ໃນ​ປີ​ 1995. ທ່ານ​ແມັກເຄນ ແມ່ນ​ອະດີດ ​
ນັກ​ບິນ​ກອງທັບ​ເຮືອ​ສະຫະລັດ ທີ່​ຖືກ​ກັງ​ຂັງ​ເປັນ​ເວລາ 5 ປີ​ ໃນ​ຖານຊະ​ເລີຍ​ເສິກ
ຢູ່​ທີ່​ຮາ​ໂນ່ຍ ​ໃນລະຫວ່າງ​ ສົງຄາມ​ຫວຽດນາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG