ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວໍຊິງຕັນ ເປີດກວ້າງຕໍ່ ການດໍາເນີນການທູດ ກັບເກົາຫລີເໜືອ


ທ່ານ Kurt Campbell ທູດອາວຸໂສ ຂອງສະຫະລັດ ທີ່ກຸງໂຊນ, ເກົາຫລີໃຕ້.
ວັນທີ 1 ກຸມພາ 2012.
ທ່ານ Kurt Campbell ທູດອາວຸໂສ ຂອງສະຫະລັດ ທີ່ກຸງໂຊນ, ເກົາຫລີໃຕ້. ວັນທີ 1 ກຸມພາ 2012.

ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ຂອງ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ວ່າ ກຸງ​ວໍ​ຊິງ​ຕັນ​ແມ່ນ​ເປີດ​ກວ້າງສໍາ​ລັບການ​ດໍາ​ເນີນ​ການ​ທາງ​ການ​ທູດ​ກັບ​ເກົາຫລີ​ເໜືອ ກ່ຽວ​ກັບ​ໂຄງການ​ນີວ​ເຄລຍຂອງ​ເກົາຫລີ​ເໜືອ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນນັ້ນ ​ແຕ່​ວ່າ ທໍາ​ອິດ​ທາງ​ກຸງ​ພຽງ​ຢ້າງ​ຈະ​ຕ້ອງ​ປະຕິບັດ​ຕາມ​ຄໍາ​ໝັ້ນ​ສັນຍາ​ຂອງ​ຕົນ​ກ່ຽວ​ກັບ​ນີວ​ເຄລຍທີ່​ໄດ້​ໃຫ້​ໄວ້​ ​ແລະ​ປັບປຸງ​ສາຍ​ພົວພັນ​ກັບ​ເກົາຫລີ​ໃຕ້​ໃຫ້​ດີ​ຂຶ້ນ​ເສຍ​ກ່ອນ.

ທ່ານ Kurt Campbell ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະເທດ​ສະຫະລັດ​ ​ໃຫ້​ຄວາມ​ເຫັນ​ດັ່ງກ່າວ​ໃນ​ວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ທີ່​ກຸງ​ໂຊນ ກັບ​ທ່ານ Lim Sung-nam ທູດ​ພິ​ເສດ​ດ້ານ​ນີວ​ເຄລຍຂອງ​ເກົາຫລີ​ໃຕ້.

ທ່ານ Campbell ກ່າວ​ວ່າ ສະຫະລັດ​ກໍາລັງ​ລໍຖ້າ​ເບິ່ງ​ວ່າ ທ່ານ​ກິມຈົງ​ອຸນ ຜູ້​ນໍາ​ຄົນ​ໃໝ່​ຂອງ​ເກົາຫລີ​ເໜືອ​ຕຽມ​ພ້ອມ​ແລ້ວ​ຫລື​ບໍ ​ເພື່ອ​ຈະ​ເອົາ​ບາດກ້າວ​ຕ່າງໆ​ທີ່​ຈໍາ​ເປັນ ກ່ອນ​ການ​ພົບ​ປະ​ເຈລະຈາ​ເລື້ອງ​ການ​ປົດ​ອາ ວຸດ​ນີວ​ເຄລຍ​ເກົາ​ຫຼີ​ເໜືອ 6 ຝ່າຍ​ທີ່​ຕົກ​ຢູ່​ໃນ​ສະພາບ​ບໍ່​ໄປ​ບໍ່​ມາ​ດົນ​ນານ ​ແລ້ວນັ້ນ ​ສາມາດ​ໄຂ​ຄືນ​ໄດ້​ນັ້ນ.

ສະຫະລັດ​ແລະ​ເກົາຫລີ​ໃຕ້​ໄດ້​ຢືນຢັ​ດໃຫ້​ກຸງ​ພຽງ​ຢ້າງ ​ປະລະ​ຖິ້ມໂຮງ ງານ​ຫລອມ​ທາດ​ຢູ​ເຣນຽມຂອງ​ຕົນ ອັນ​ເປັນ​ເງື່ອນ​ໄຂ​ລ່ວງ​ໜ້າສໍາລັບ​ການ​ຟື້ນ​ການ​ພົບ​ປະ​ເຈລະຈາ​ກັນ​ຄືນ​ນັ້ນ.

ນາຍົກລັດຖະມົນຕີ​ເກົາຫລີ​ໃຕ້ ທ່ານ Kim Hwang-sik ກ່າວ​ໃນ​ວັນ ພຸດ​ມື້​ນີ້​ວ່າ ການ​ເຈລະຈາ 6 ຝ່າຍ​ສາມາດ​ໄຂ​ຄືນ​ໄດ້ ຖ້າ​ຫາກເກົາ​ຫລີ ເໜືອ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຈິງ​ໃຈ​ຂອງ​ຕົນ​ແທ້.

ນັບ​ແຕ່​ການ​ເຖິງ​ແກ່​ອະສັນ​ຍະກໍາ​ຂອງ​ມື້ລາງຜູ້​ນໍາ ກິມຈົງ​ອີລ ຂອງ​ເກົາຫລີ​ເໜືອ​ທີ່ ​ບໍ່​ຄາດ​ໄວ້​ກ່ອນ​ໃນ​ເດືອນ​ທັນວາ​ຜ່ານ​ມາ ລູກ​ຊາຍພ້ອ​ມທັງ ເປັນ​ຜູ້ສືບ​ທອດ​ອໍານາດຂອງທ່ານ ຄື​ທ່ານ​ກິມຈົງ​ອຸນນັ້ນ ບໍ່​ໄດ້​ສະ​ແດງ​ຮ່ອງຮອຍ​ໃດໆ​ໃຫ້​ເຫັນ​ວ່າ ທ່ານ​ຈະ​ທໍາ​ການ​ຍິນ​ຍອມ​ ​ເພື່ອ​ປັບປຸງສາຍ​ພົວພັນ​ກັບ​ປະ​ເທດ​ອື່ນໆໃນ​ໂລກ​ໃຫ້​ດີ​ຂຶ້ນ​ນັ້ນ.

ແຕ່​ໃນ​ຫວ່າງ​ບໍ່​ເທົ່າ​ໃດ​ສັບປະດາ​ຜ່ານ​ມາ​ນີ້ ທາງ​ກຸງ​ພຽງ​ຢ້າງ​ໄດ້​ກ່າວ ແຍ້ມ​ອອກ​ມາ​ວ່າ ຕົນ​ເປີດ​ກວ້າງ​ໃນ​ການ​ງົດໂຄງການ​ຫລອມ​ທາດ​ຢູ​ເຣນຽມຂອງ​ຕົນ​ໄວ້ ຖ້າ​ຫາກ​ຕົນ​ສາມາດໄດ້​ຮັບ​ການ​ຊ່ອຍ​ເຫລືອ​ເຂົ້າ ປາ​ອາ​ຫານ​ທີ່​ຕົນ​ຕ້ອງການ​ທີ່​ສຸດ​ຈາກ​ສະຫະລັດ​ນັ້ນ.

XS
SM
MD
LG