ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອສະຫະລັດ ມີ ນາຍພົນສີ່ດາວ ແມ່ຍິງ ຄົນທຳອິດ (ວີດີໂອ ພາສາລາວ/ອັງກິດ)


US Navy Promotes First Woman to 4-star Admiral
please wait

No media source currently available

0:00 0:02:49 0:00

ເບິ່ງວີດີໂອ ກ່ຽວກັບລາຍງານນີ້.

ກອງທັບ​ເຮືອ​ສະຫະລັດ​ໄດ້​ມີນາ​ຍທະຫານ​ຍິງ ​ເປັນ​ຜູ້​ບັນ​ຊາ​ການ
ສູງ​ສຸດ​ອັນ​ດັບສອງຂອງ​ຕົນ​ ເປັນ​ເທື່ອ​ທຳ​ອິດ​ໃນ​ປະຫວັດສາດ
236 ປີ. ພົນ​ເຮື​ອ​ໂທ Michelle Howard ​ໄດ້​ຖືກ​ເລື່ອ​ນຊັ້ນ​ຂຶ້ນ
ເປັນນາຍ​ພົນ​ສີ່​ດາວ ຫລື​ພົນ​ເຮືອ​ເອກ ​ເມື່ອ​ວັນ​ທີ 1 ​ເດືອນກໍລະ
ກົດນີ້ ​ແລະ​ໄດ້ເຂົ້າ​ຮັບ​ໜ້າ​ທີ່​ໃໝ່​ຂອງ​ທ່ານນາງ ​ໃນ​ຖານະ​ຮອງ​
ຫົວໜ້າ​ປະຕິບັດການ​ກອງທັບ​ເຮືອສະຫະລັດ. ຜູ້​ສື່​ຂ່າວ​ວີ​ໂອ​ເອ
Zlatica Hoke ລາຍ​ງານ​ວ່າ ພົນ​ເຮືອ​ເອກ Howard ​ໄດ້​ສ້າງ​
ປະຫວັດສາດມາ ຕະຫລອດອາຊີບ​ທະຫານ ຂອງ​ທ່ານ​ນາງ
ຊຶ່ງ​ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.

ນາຍ​ພົນ Michelle Howard ​ໄດ້​ຮັບ​ດາວ​ເທິງ​ບ່າ​ດວງທີ 4 ຂອງ​ທ່ານ​ນາງ ໃນ​ພິທີທີ່​ຈັດ
ຂຶ້ນ​ ຢູ່​ປ່າຊ້າ​ແຫ່ງ​ຊາດ Arlington ຫລື Arlington National Cemetery ນອກ​ນະຄອນ
ຫລວງ​ວໍ​ຊິງ​ຕັນ ຊ້ອງ​ໜ້າຄອບຄົວຂອງ​ທ່ານ​ນາງ ​ແລະ​ເພື່ອນ​ທະຫານ ຈຳນວນ​ຫລາຍ​ຄົນ.
ທ່ານ​ນາງໄດ້​ມີ​ຄວາມ​ເຫັນ​ດັ່ງ​ນີ້.

“ຖ້າ​ທ່ານ​ບໍ່​ເຊື່ອ ​ມື້​ນີ້​ແມ່ນ​ເທື່ອ​ທຳ​ອິດ..ຕອນ​ທີ່​ຂ້າພະ​ເຈົ້າ​ເຂົ້າ​ມາເປັນ​ທະຫານ​ນັ້ນ ​
ແຜ່ນ​ສີ່​ດາວ​ແມ່ນ​ບໍ່​ມີ​ສຳ​ຫລັບ​ແມ່ຍິງ. ​ໄດ້​ມີ​ການ​ອະນຸມັດ​ໃຫ້ເຮັດ​ສັນຍາ​ພິ​ເສດ
ແລະ​
ຕອນ​ນີ້ພວກ​ທ່ານ​ກໍ​ແມ່ນກຳລັງ​ເຫັນ​ຊຸດ​ທຳ​ອິດ ​ໃນ​ປະຫວັດສາດ​ຊອງ​ກອງ
ທັບ​ເຮືອ​ຂອງ ສະຫະລັດ.”


ທ່ານ Ray Mabus ລັດຖະມົນຕີ​ກອງທັບ​ເຮືອສະຫະລັດ ຊຶ່ງ​ບໍ່​ແມ່ນ​ທະຫານ ເປັນຫົວ
ໜ້າ​ ແລະ​ເປັນ​ຜູ້​ທີ່​ເລື່ອນ​ຊັ້ນໃຫ້ ນາຍ​ພົນ Michelle Howard. ທ່ານ Mabus ​ເວົ້າ​ວ່າ​

“ກອງທັບ​ເຮືອ​ໄດ້​ເລືອກ​ເອົາ​ນາຍ​ທະຫານ​ຜູ້​ທີ່​ດີ​ທີ່​ສຸດ ມາ​ເປັນ​ຮອງ​ຫົວໜ້າ​
ປະຕິບັດການ​ກອງທັບ​ເຮືອ. ນັ້ນ​ຄື​ສິ່ງ​ດຽວ​ທີ່​ເກີດ​ຂຶ້ນ​ຢູ່​ທີ່​ນີ້​ ໃນ​ມື້​ນີ້.”

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ນັບ​ຕັ້ງ​ແຕ່​ປີ 1982 ​ເປັນ​ຕົ້ນ​ມາ ຊຶ່ງ​ເປັນ​ປີ​ທີ່​ທ່ານ​ນາງ​ຮຽນ​ຈົບ ​ຈາກ​ວິທະຍາຄານ​ທະຫານ​
ເຮືອນັ້ນ ທ່ານ​ນາງ Howard ກໍ​ແມ່ນ​ໄດ້​ບັນລຸ​ຜົນສຳ​ເລັດ ຫລາຍ​ສິ່ງ​ຫລາຍ​ຢ່າງ ທີ່​ເປັນອັນ​
ດັບ​ນຶ່ງ​ໃນ​ອາຊີບ​ຂອງ​ທ່ານ​ນາງ ເຊັ່ນວ່າ ​ເປັນ​ແມ່​ຍິງ​ອາ​ເມຣິກັນ​ຜິວ​ດຳ​ຄົນ​ທຳ​ອິດ ທີ່​ໄດ້​ຕຳ​
ແໜ່​ງນາຍ​ພົນສາມ​ດາວ ຢູ່​ໃນ​ກອງທັບ​ຂອງ​ສະຫະລັດ ​ແລະ​ບັດ​ນີ້​ເປັນ​ແມ່ຍິງ​ຄົນ​ທຳ​ອິດທີ່​
ໄດ້​ຮັບ​ຍົດພົນ​ເຮືອ​ເອກຂອງ​ກອງທັບ​ເຮືອ​ສະຫະລັດ. ທ່ານ​ນາງ​ຍັງ​ໄດ້​ເປັນ​ແມ່​ຍິງ​ອາ​ເມຣິ
ກັນ​ຜິວ​ດຳ​ຄົນ​ທຳ​ອິດ ທີ່​ໄດ້​ບັນຊາ​ການ​ກຳ​ປັ່ນ​ກອງທັບ​ເຮືອ.

ຫົວໜ້າ​ປະຕິບັດການ​ກອງທັບ​ເຮືອ ພົນເຮືອ​ເອກ Jonathan Greenert ກ່າວ​ວ່າກຽດຕິ
ຍົດທີ່​ທ່ານ​ນາງ Howard ​ໄດ້​ຮັບ​ນັ້ນ ​ແມ່ນ​ໝາ​ຍເຖິງ ພາລະໜ້າ​ທີ່​ເພີ່ມ​ຕື່ມ. ພົນເຮືອ​ເອກ Greenert ​ເວົ້າ​ວ່າ:

“ທ່ານ​ນາງ​ຈະ​ຕ້ອງ​ໄດ້​ແບກ​ຫາບ ພາລະ​ໃນ​ການ​ເປັນ​ແບບຢ່າງ ແຕ່ທ່ານ​ນາງ​
ກໍ​ພ້ອມ​ແລ້ວ​ທີ່​ຈະແບກ​ຫາບ​ພາລະ​ດັ່ງກ່າວ​ນັ້ນ​ ​ໄດ້​ດີຫລາຍ
​ແລະຂ້າພະ​ເຈົ້າ​
ກໍ​ຕື່ນ​ເຕ້ນ​ຫລາຍ​ກ່ຽວ ກັບ​ເລື້ອງ​ນີ້ ​ເພາະວ່າ​ພວກ​ເຮົາ​ຕ້ອງການ ​ແມ່ຍິງ​ຫລາຍ​
ຕື່ມ​ຂຶ້ນ ຢູ່​ໃນກອງທັບ​ເຮືອ.”


ພົນ​ເຮືອ​ເອກ Howard ຢູ່​ໃນ​ທຳນຽບຫ້າ​ແຈ ຫລື Pentagon ​ກໍ​ຄື ກ​ອງບັນຊາ​ການ​ກອງ
ທັບ​ສະຫະລັດ ໃນ​ວັນ​ທີ 11 ກັນຍາ ປີ 2001 ​ເວລາ​ພວກ​ກໍ່​ກາ​ນຮ້າຍ​ຈີ້​ເຮືອບິນ​ເຂົ້າ​ຕຳ​ Pentagon ​ແລະ​ໃນ​ປີ 2009 ກໍ​ໄດ້​ປະກອບສ່ວນ​ໃນ​ໜ່ວຍ​ສະ​ເພາະ​ກິດ​ຂອງ​ກອງທັບ​ເຮືອ
ທີ່​ຖືກ​ສົ່ງ​ໄປ​ຊ່ວຍ​ກູ້​ເອົາ​ກຳ​ປັ່ນ​ພານິດ​ Maersk Alabama ​ຂອງສະຫະລັດ ແລະ​ກັບຕັນ ​Richard Phillips ທີ່​ຖືກ​ພວກ​ໂຈນ​ທະ​ເລ​ໂຊ​ມາ​ເລຍ ​ຈີ້​ເອົາ​ໄປ. ພົນ​ເຮືອ​ເອກ Howard ​ກ່າວວ່າ:

“ຂ້າພະ​ເຈົ້າ​ຫາ​ກໍເຂົ້າ​ມາ​ຮັບ​ຕຳ​ແໜ່​ງ ​ຜູ້​ບັນຊາ​ການ​ເຮືອໄດ້​ພຽງ​ສາມ​ມື້ເທົ່າ​ນັ້ນ ​
ເວລາ​ພວກ​ເຮົາ​ໄດ້​ຂ່າວ​ວ່າ ກັບຕັນ
Philips ​ໄດ້​ຖືກ​ຈີ້​ເອົາ​ໂຕ​ໄປ.”

ໃນຫລາຍໆ​ປີຜ່ານມາ​ບໍ່​ດົນນີ້ ແມ່ຍິງ​ອາ​ເມຣິກັນ​ທີ່ຮັບ​ໃຊ້​ໃນ​ກອງທັບ ຫລາຍໆ​ຄົນ​ແມ່ນ​
ໄດ້​ທັບ​ມ້າງສິ່ງ​ຂີດ​ຂວາງ​ຫລາຍ​ຢ່າງ​ຫລາຍ​ອັນ ​ແລະ​ສາມາດ​ແຂ່ງຂັນ​ເອົາຫລາຍໆ​ຕຳ​ແໜ່ງ
ທີ່​ແຕ່​ກ່ອນ​ນີ້​ບໍ່​ເປີດ​ໃຫ້​ເຂົາ​ເຈົ້າ. ພົນ​ເຮືອ​ເອກ Howard ກ່າວ​ວ່າ ການ​ເລື່ອນ​ຊັ້ນ​ຂອງ​ທ່ານ​
ນາງ ສາມາດ​ເປັນ​ກຳລັງ​ໃຈ​ຊຸກຍູ້​ຕື່ມ​ອີກໄດ້ ​ໂດຍ​ກ່າວ​ຕໍ່ໄປວ່າ:

“ຍົດ​ຊັ້ນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​ມື້​ນີ້ ​ແມ່ນ​ບອກ​ໃຫ້​ພວກ​ເຂົາ​ເຈົ້າ​ຮູ້​ວ່າ ​ເຂົາ​ເຈົ້າ​
ສາມາດ​ໄຕ່​ເຕົ້າ​ຂຶ້ນ​ມາ​ຈາກ​ຊັ້ນທະຫານ​ສະໝັກ ​ໄປ​ເປັນຈ່າ​ເອກ​ໄດ້​ໃນ​ກອງ
ທັບ​ເຮືອ ຫລື​ຈາກ​ຊັ້ນ​ເຮືອ​ຕີ ຂຶ້ນ​ໄປ​ເປັນຮອດ​ພົນ​ເ​ຮື​ອ​ເອກ​ໄດ້.”


ພົນ​ເຮືອ​ເອກ Howard ​ເປັນ​ນາຍ​ທະຫານ​ຍິງ​ຄົນທີ​ສາມ ​ໃນ​ກ​ອງທັບ​ຂອງ​ສະຫະລັດ ທີ່
​ໄດ້ຊັ້ນຮອດ​ສີ່​ດາວ. ອີກສອງ​ຄົນແມ່ນ​ນາຍ​ພົນ​ເອກ​ກອງທັບ​ບົກ ​ແລະກອງທັບ​ອາກາດ.

ທ່ານ Ray Mabus ລັດຖະມົນຕີ​ກອງທັບ​ເຮືອສະຫະລັດ ​ເວົ້າ​ຕື່ມ​ວ່າ:

“ພວກ​ເຮົາ ​ໃນ​ຖານະ​ກອງທັບ​ເຮືອ ​ແລະ​ໃນ​ຖານະ​ປະ​ເທດ​ນຶ່ງ ​ແມ່ນ​ຕ້ອງ​ໄດ້​ຢຸດ​
ເຊົາ​ເຮັດ​ໃຫ້ ​ພອນ​ສະຫວັນ​ແລະ​ຄວາມ​ສາມາດ ສູນ​ເສຍ​ ໄປ​ລ້າໆ ຍ້ອນ​ການ​ຖື​
ຜິວ​ພັນ ຍ້ອນ​ເພດ ຫລື​ສິ່ງ​ອື່ນ​ໃດ​ກໍ​ຕາມ.”

ບັນດາ​ເຈົ້າ​ໜ້າ​ທີ່​ຈາກ​ທຸກ​ເຫລົ່າ​ຂອງ​ກອງທັບ​ສະຫະລັດ ​ໄດ້​ປະກາດແຜນການ ທີ່​ຈະ​ເປີດ​
ຕຳ​ແໜ່​ງ​ໃນ​ໜ່ວຍສູ້​ລົບຕ່າງ​ໆ ​ໃຫ້​ແກ່​ທະຫານ​ແມ່ຍິງ ຜູ້​ທີ່​ມີ​ຮ່າງກາຍ​ແຂງ​ແຮງ​ ແລະ​ປະຕິ
ບັດຜົນງານ​ໄດ້ມາດຕະຖານ ພາຍ​ໃນ​ປີ 2016.

ເບິ່ງວີດີໂອພາສາລາວ ກ່ຽວກັບທະຫານແມ່ຍິງ ໃນກອງທັບເຮືອສະຫະລັດ:

XS
SM
MD
LG