ກອງທັບເຮືອສະຫະລັດ ມີ ນາຍພົນສີ່ດາວ ແມ່ຍິງ ຄົນທຳອິດ
ກອງທັບເຮືອສະຫະລັດ ໄດ້ມີນາຍທະຫານຍິງ ເປັນຜູ້ບັນຊາການ ສູງສຸດອັນດັບສອງຂອງຕົນ ເປັນເທື່ອທຳອິດໃນປະຫວັດສາດ 236 ປີ. ພົນເຮືອໂທ Michelle Howard ໄດ້ຖືກເລື່ອນຊັ້ນຂຶ້ນ ເປັນນາຍພົນສີ່ດາວ ຫລືພົນເຮືອເອກ ເມື່ອວັນທີ 1 ເດືອນກໍລະ ກົດນີ້.