ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຜູ້​ບັນຊາ​ການ ທະຫານ​ເຮືອ ສະຫະລັດ ຢ້ຽມຢາມ ເຮືອບັນທຸກເຄື່ອງບິນ ຂອງຈີນ


ເຮືອບັນທຸກເຄຶ່ອງບິນ ລຳທຳອິດ ທີ່ສ້ອມແປງຈາກ ເຮືອບັນ
ທຸກເກົ່າເຮືອບິນ ຂອງຢູເຄຣນ ທີ່ເຫັນຈອດຢູ່ເມືອງ Dalian, ແຂວງ Liaoning ໃນປີ 2012.
ເຮືອບັນທຸກເຄຶ່ອງບິນ ລຳທຳອິດ ທີ່ສ້ອມແປງຈາກ ເຮືອບັນ ທຸກເກົ່າເຮືອບິນ ຂອງຢູເຄຣນ ທີ່ເຫັນຈອດຢູ່ເມືອງ Dalian, ແຂວງ Liaoning ໃນປີ 2012.

ກຸ່ມຜູ້​ບັນຊາ​ການທະຫານ​ເຮືອ​ ແລະ​ກັບຕັນ 27 ຄົນ ຂອງ​ສະ
ຫະລັດ ​ໄດ້​ໄປ​ຢ້ຽມຢາມເຮືອບັນທຸກເຄື່ອງບິນ ຊຶ່ງມີຢູ່ແຕ່ພຽງ
ລຳດຽວຂອງ​ຈີນ ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ ​ຍັງ​ມີຢູ່ຕໍ່ມາ ລະ
ຫວ່າງ​ສອງ​ປະ​ເທດ ກ່ຽວກັບການ​ອ້າງ​ເອົາ​ກຳມະສິດ​ໃນ​ທະ
​ເລ​ຈີນ​ໃຕ້​ນັ້ນ. ​

ໂຄສົກ​ຂອງ​ກອງທັບ​ທະຫານ​ເຮືອສະຫະລັດ ຮ້ອຍ​ໂທ Tim
Hawkins ​ໄດ້​ຢືນຢັນ​ກັບ VOA ວ່າ ຄະນະ​ຜູ້​ແທນ​ຂອງ​ສະ
ຫະລັດ​ໄດ້​ທຳ​ການ​ຢ້ຽມຢາມ “​ແບບ​ສັນຖະ​ວະໄມຕີ” ​ເຮືອບັນ
ທຸກເຄື່ອງບິນ Liaoning ​ໃນ​ວັນ​ຈັນ​ຜ່ານ​ມາ​ນີ້. ຊຶ່ງ​ໄດ້ຕິດຕາມ
ມາດ້ວຍການ​ໄປຢ້ຽມຢາມ​ໂຮງ ຮຽນນາຍ​ທະຫານ​ເຮືອ ​ໃນ​ມື້​ຕໍ່​ມາ​ນັ້ນ.

ທ່ານ Hawkins ​ໄດ້​ກ່າວ​ວ່າ “ມັນ​ເປັນ​ການວາງ​ແຜນໃນ​ການ​ແລກປ່ຽນ​ການ​ຢ້ຽມຢາມ​ນີ້
ມາ​ດົນ​ນານ​ແລ້ວ ຊຶ່ງມີຂຶ້ນຫລັງຈາກ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນກອງທັບເຮືອ​ຈີນ ​
ຕໍ່​ສະຫະລັດ ກ່ອນ​ໜ້າ​ນີ້​.”

ນີ້ແມ່ນແຜ່ນທີ່ຂອງບໍລິເວນທະເລຈີນໃຕ້ ທີ່ ຈີນ ອ້າງເອົາເປັນກຳມະສິດ
ນີ້ແມ່ນແຜ່ນທີ່ຂອງບໍລິເວນທະເລຈີນໃຕ້ ທີ່ ຈີນ ອ້າງເອົາເປັນກຳມະສິດ

Website ຂອງ​ກອງທັບ​ຈີນ ກ່າວ​ວ່າ ພວກເຂົ້າຮ່ວມໄດ້​ໂອ້​ລົມ​ສົນທະນາ​ກ່ຽວກັບເລື້ອງ
ຕ່າງ ​ຮວມມີ ການ​ຝຶກ​ແອບ ການ​ບໍລິຫານ​ຈັດການ ການ​ສະໜັບສະໜຸນ​ດ້ານ​ການ​ພະຍາບານ ​ແລະ​ການ​ວາງ​ແຜນ​ຍຸດ​ທະ​ສາດຂອງເຮືອບັນທຸກເຄື່ອງບ​. ລາຍ​ງານ​ຍັງ​ໄດ້​ກ່າວ​ອີກ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ທະຫານ​ເຮືອຂອງຈີນ ​ໄດ້ໄປ​ຢ້ຽມຢາມ​ສະຫະລັດ ​ໃນ​ເດືອນ​ກຸມພາ​ຜ່ານ​ມາ​ນີ້ ຊຶ່ງ​ເປັນ​ພາກສ່ວນນຶ່ງ​ຂອງໂຄງການ​ແລກປ່ຽນ​ປະຈຳ​ປີ ລະຫວ່າງ​ສະຫະລັດ ​ແລະ​ຈີນ.

ການ​ຢ້ຽມຢາມ​ດັ່ງກ່າວ ມີ​ຂຶ້ນ ຫຼັງ​ຈາກ​ທີ່​ກອງທັບ​ເຮື​ອສະຫະລັດ ມີ​ແຜນການ​ທີ່​ຈະ​ສົ່ງກຳ​ປັ່ນ​ລົບ ເຂົ້າໄປໃກ້ໆບໍລິເວນ 21 ກິ​ໂລ​ແມັດ ອ້ອມ​ແອ້ທ​ເກາະດອນທຽມ​ທີ່​ສ້າງ​ຂຶ້ນ ຊຶ່ງ​ຈີນ​ອ້າງເປັນ​ກຳມະສິດຂອງ​ນັ້ນ ຊຶ່ງ​ມັນສະ​ແດງ​ອອກ​ເຖິງ​ການ​ປະຕິ​ເສດຂອງວໍ​ຊີງ​ຕັນ ທີ່​ຈະ​ຮັບ​ຮູ້ການອ້າງກຳມະສິດຂອງຈີນ ​ໃນ​ທະ​ເລ​ຈີນ​ໃຕ້​ ​ໂດຍ​ສະ​ເພາະ ​ເກາະດອນທຽມ​ທີ່​ສ້າງ​ຂຶ້ນ​ມາ ທີ່​ທາງ​ສະຫະລັດ ຢືນຢັດ​ວ່າ ມັນ​ບໍ່​ສາມາດຈັດເຂົ້າ​ເປັນ​ອະທິປະ​ໄຕ​ຂອງ​ຕົນໄດ້ນັ້ນ.

ຕົ້ນ​ເດືອນ​ ນີ້ ຈີນ​ໄດ້​ກ່າວ​ເຕືອນ ​ເຖິງ​ການ​ເຂົ້າພົວພັນ ດ້ວຍການ “ກະທຳແບບທ້າທາຍ” ​ໃນ​ທະ​ເລ​ຈີນ​ໃຕ້ ໃນການໃຫ້ຄວາມເຫັນທີ່ປາກົດວ່າ​ວ່າ ​ຈະ​ແນໃສ່​ສະຫະລັດໂດຍກົງນັ້ນ. ຕໍ່​ມາ ລັດຖະມົນຕີ​ການປ້ອງກັນປະເທດສະຫະລັດ ທ່ານ Ash Carter ​ໄດ້​ກ່າວ​ວ່າ “ສະຫະລັດຈະ​ສົ່ງເຮືອບິນ ກຳປັ່ນ​ ​ແລະ​ປະຕິບັດ​ງານ​ ໃນບ່ອນໃດກໍຕາມທີ່​ທາງ​ກົດໝາຍ​ນາໆ​ຊາດອະນຸຍາດໃຫ້.”

XS
SM
MD
LG