ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກອງທັບເຮືອ ສຫລ ປ່ຽນທິດທາງ ກັບເຂົ້າໄປ ທະເລຈີນໃຕ້ ເພື່ອສົ່ງສັນຍານ ໃຫ້ປັກກິ່ງຮູ້


ເຮືອບິນລົບອາຍພົ່ນ F-35B Lightning II ຂອງບໍລິສັດ Lockheed Martin ບິນລົງຈອດ ເຖິງກຳປັ່ນລົບ USS Wasp ປະຈຳການຢູ່ໃນຂົງເຂດອິນໂດ ປາຊີຟິກ ຂອງພາກພື້ນ ທະເລຈີນຕາເວັນອອກ, ວັນທີ 5, ມີນາ 2018.
ເຮືອບິນລົບອາຍພົ່ນ F-35B Lightning II ຂອງບໍລິສັດ Lockheed Martin ບິນລົງຈອດ ເຖິງກຳປັ່ນລົບ USS Wasp ປະຈຳການຢູ່ໃນຂົງເຂດອິນໂດ ປາຊີຟິກ ຂອງພາກພື້ນ ທະເລຈີນຕາເວັນອອກ, ວັນທີ 5, ມີນາ 2018.

ເປັນທີ່ຈະແຈ້ງແລ້ວວ່າ ກອງທັບເຮືອສະຫະລັດ ພວມສົ່ງກຳປັ່ນລົບອີກຈຳນວນນຶ່ງເຂົ້າໄປໃນເຂດທະເລຂອງເອເຊຍທີ່ມີບັນຫາຂັດແຍ້ງກັນນັ້ນ ເພື່ອພິສູດໃຫ້ເຫັນວ່າ ພະຍາດໂຄວິດ-19 ກໍຈະບໍ່ສາມາດຢຸດຢັ້ງຕົນໄດ້ ຕໍ່ການຂັດຂວາງໃນການຂະຫຍາຍອິດທິພົນທາງທະເລຂອງຈີນ ອີງຕາມຄຳເວົ້າຂອງບັນດານັກສັງ ເກດການ.

ຄູ່ປໍລະປັກໃນສົງຄາມເຢັນຂອງສະຫະລັດ ຄືຈີນ ຊຶ່ງອ້າງເອົາກຳມະສິດ ໃນທະ ເລຈີນໃຕ້ປະມານ 90 ເປີເຊັນນັ້ນ ກໍຈະບໍ່ສາມາດຢຸດຢັ້ງກິດຈະກຳຕ່າງໆດ້ານທະຫານ ຢູ່ໃນທະເລເຂດຮ້ອນທີ່ອຸດົມສົມບູນດ້ວຍຊັບພະຍາກອນໄດ້ເລີຍ ເຖິງແມ່ນຈະມີການລະບາດຂອງພະຍາດດັ່ງກ່າວໃນປະເທດຂອງຕົນກໍຕາມ. ວໍຊິງຕັນ ດຽວນີ້ ຢາກໃຫ້ພັນທະມິດຂອງຕົນຢູ່ໃນເຂດເອເຊຍ ຊຶ່ງເປັນພວກປະເທດທີ່ນ້ອຍກວ່າແລະຍ້ານກົວຕໍ່ການເຂົ້າຄວບຄຸມຂອງຈີນນັ້ນ ຮູ້ວ່າ ພວກເຂົາເຈົ້າບໍ່ໄດ້ຖືກຫຼົງລືມໃນຂະນະທີ່ໂຣກລະບາດພວມຄຸມຄາມໃນທົ່ວສະຫະລັດຢູ່ນັ້ນ ອີງ ຕາມຄຳເວົ້າຂອງບັນດານັກວິເຄາະ.

“ເປັນທີ່ແນ່ນອນແລ້ວວ່າ ມັນມີແຮງຈູງໃຈ ທີ່ຈະສຸມກິດຈະກໍາຕ່າງໆຕິດຕໍ່ກັນຢູ່ເລື້ອຍໆ ແລະເຮັດໃຫ້ມັນເຫັນໄດ້ຫຼາຍຂຶ້ນ ແລະເພີ້ມຄວາມເຂັ້ມແຂງໃຫ້ສູງຂຶ້ນ ພຽງແຕ່ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າກັບຄືນມາພົວພັນແລ້ວ” ນັ້ນແມ່ນຄຳເວົ້າຂອງທ່ານຄໍລິນ ໂຄ ນັກຄົ້ນຄວ້າດ້ານຄວາມໝັ້ນຄົງທາງທະເລ ຢູ່ທີ່ມະຫາວິທະຍາໄລເທັກໂນໂລຈີ ໜານຢາງ ໃນສິງກະໂປ.

ວໍຊິງຕັນ ສົ່ງກຳປັ່ນລົບຫຼາຍລຳເຂົ້າໄປໃນທະເລຈີນໃຕ້ ໃນແຕ່ລະປີແລະກິດຈະ ກຳນີ້ ໄດ້ເພີ້ມຫຼາຍຂຶ້ນ ຫຼັງຈາກທີ່ປະທານາທິບໍດີ ດໍໂນລ ທຣຳ ໄດ້ເຂົ້າມາ ດຳລົງຕຳແໜ່ງ ໃນປີ 2017.

ທ່ານຄາລ ເທເຢີ ສາສະດາຈານຜູ້ຊົງຄຸນນະວຸດທີ ຢູ່ມະຫາວິທະຍາໄລ ລັດນິວເຊົາເວລສ໌ໃນອອສເຕຣເລຍ ໄດ້ກ່າວວ່າ “ການໂຄສະນາຊວນເຊື່ອຂອງຈີນນັ້ນ ກໍແມ່ນວ່າ ລັດຖະບານສະຫະລັດ ບໍ່ສາມາດຄວບຄຸມໂຄວິດໄດ້ແລະອາເມຣິກາ ເຮັດທຸກສິ່ງທຸກຍ່າງນີ້ ພຽງແຕ່ສະແດງໃຫ້ເຫັນວ່າ ຕົນບໍ່ໄດ້ອ່ອນແອລົງ ແລະຫລຸດນ້ອຍຖອຍລົງ ແລະພວກເຂົາເຈົ້າ ແມ່ນພຽງພະຍາຍາມຈະລອງໃຈພວກເຮົາ” ຊຶ່ງທ່ານເທເຢີ ອ້າງອີງເຖິງທັດສະນະຂອງປັກກິ່ງກ່ຽວກັບການເຄື່ອນໄຫວຄັ້ງຫຼ້າສຸດຂອງກອງທັບເຮືອສະຫະລັດ.

ໂດຍສະເພາະການຕັດສິນໃຈ ໃນວັນທີ 17 ເມສາ ຜ່ານມານັ້ນ ທີ່ບໍ່ເອົາພວກເຮືອບິນຖິ້ມລະເບີດ ໄປປະຈຳການຢູ່ເກາະກວມທີ່ເປັນດິນແດນຂອງສະຫະລັດ ໄດ້ກໍ່ໃຫ້ເກີດມີຫຼາຍຄຳຖາມ ກ່ຽວກັບວ່າ ກອງທັບສະຫະລັດແມ່ນ “ພ້ອມແລ້ວ” ສຳລັບຈີນຫຼືບໍ່ ຫຼືແມ່ນກະທັງ “ຢ້ານ” ກອງທັບປົດປ່ອຍປະຊາຊົນຂອງຈີນ ດັ່ງທີ່ທ່ານໂຄ ໄດ້ກ່າວໃຫ້ຄວາມເຫັນຕື່ມນັ້ນ.

ກຳປັ່ນລົບຂະໜາດນ້ອຍຂອງກອງທັບເຮືອສະຫະລັດລຳນຶ່ງ ຊື່ວ່າ ມອນໂກເມີຣີ (Montgomery) ໄດ້ແລ່ນຜ່ານເກາະ ໃນເຂດທະເລຈີນໃຕ້ ທີ່ມີບັນຫາຂັດແຍ້ງກັນ ໃນເດືອນມັງກອນຜ່ານມານີ້ ຊຶ່ງເປັນການເຄື່ອນໄຫວຢູ່ໃນນ່ານນ້ຳແຫ່ງນັ້ນ ທີ່ໄດ້ຖືກໂຄສະນາເຜີຍແຜ່ເປັນເທື່ອທຳອິດໃນປີນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG