ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບເຮືອ ສຫລ ຢຶດອາວຸດ ທີ່ຂົນສົ່ງ ຢ່າງຜິດກົດໝາຍ ຢູ່ອ່າວ ເອເດນ

ນັກຊ່ຽວຊານຈາກບໍລິສັດ Ensign Sean Standard and Logistics Specialist ກໍາລັງຈົດລາຍການປືນອາກາ ຈໍານວນ ຫລາຍກວ່າ 1,000 ກະບອກ ທີ່ຖືກຢຶດໂດຍກໍ່າປັ່ນລົບຕິດລູກສອນໄຟນໍາວິຖີ USS Jason Dunham ຂອງກອງທັບເຮືອທີ 5 ຂອງສະຫະລັດນັ້ນ ຢູ່ອ່າວ ເອເດນ ໃນວັນທີ 28 ສິງຫາ 2018.

ກອງທັບເຮືອຂອງສະຫະລັດກ່າວວ່າ ເຂົາເຈົ້າໄດ້ເຂົ້າສະກັດກັ້ນ ການລັກລອບຂົນ
ສ່ົງອາວຸດຢ່າງຜິດກົດໝາຍ ຢູ່ອ່າວເອເດນ ທ້າມກາງສົງຄາມທີ່ກໍາລັງດໍາເນີນໄປຢູ່
ໃນເຢເມນ.

ກອງທັບເຮືອສະຫະລັດ ເວົ້າຢູ່ໃນຖະແຫລງການສະບັບນຶ່ງວ່າ "ກໍ່າປັ່ນລົບຕິດລູກ
ສອນໄຟນໍາວິຖີ USS Jason Dunham ຂອງກອງທັບເຮືອທີ 5 ນັ້ນຢຶດກໍ່າປັ່ນ ທີ່
ບັນທຸກອາວຸດເຖື່ອນຈາກເຮືອນ້ອຍໆທີ່ບໍ່ຕິດທຸງປະເທດໃດ ຢູ່ໃນເຂດ ໜ່ານນໍ້າສາ
ກົນໃນອ່າວເອເດນ." ການຢຶດເອົາອາວຸດດັ່ງກ່າວ ມີຂຶ້ນໃນວັນອັງ ຄານຜ່ານມານີ້.

ຖົງທີ່ມີປືນອາກາ 47 ທີ່ຖືກ ກອງທັບເຮືອ ສຫລ ຢຶດໄດ້ ໃນວັນທີ 28 ສິງຫາ, 2018
ຖົງທີ່ມີປືນອາກາ 47 ທີ່ຖືກ ກອງທັບເຮືອ ສຫລ ຢຶດໄດ້ ໃນວັນທີ 28 ສິງຫາ, 2018

ວີດິໂອຂອງກອງທັບສະຫະລັດ ທີ່ໄດ້ນຳ
ອອກເຜີຍແຜ່ອອກໃນເຊົ້າວັນສຸກມື້ນີ້ສະ
ແດງໃຫ້ເຫັນເຖິງການລັກລອບອາວຸດທີ່ຢູ່
ໃນການກ່ ວຫາຂອງກໍ່າປັ່ນນ້ອຍ ລໍານັ້ນ.

ຖະແຫລງການຂອງກອງທັບເຮືອ ຍັງກ່າວ
ອີກວ່າ ກໍ່າປັ່ນລົບ Dunham ໄດ້ເຫັນເຮືອ
ທີ່ແລ່ນຢູ່ແຄມຝັ່ງທະເລ, ຊຶ່ງເປັນເຮືອແບບ
ດັ້ງເດີມ ທີ່ມັກໃຊ້ຢູ່ໃນເຂດອ່າວເປີເຊຍ ເພື່ອສົ່ງ
ຄ່ຽນ "ກ່ອງບັນຈຸສິນຄ້າ" ໃຫ້ແກ່ກໍ່າປັ່ນນ້ອຍ. ກຳປັ່ນນ້ອຍແມ່ນບໍ່ໄດ້ຕິດທຸງປະເທດໃດ ຫລັງ
ຈາກເຈົ້າໜ້າທີ່ໄດ້ຂຶ້ນໄປກວດກາ ແລະຊອກ
ຄົ້ນອີງຕາມກົດໝາຍຂອງສາກົນ.

ຄະນະຂຶ້ນໄປຄົ້ນນັ້ນ ໄດ້ພົບເຫັນແກັດອາວຸດ
ທີ່ມີປືນອາກາ 47 ຫຼາຍກວ່າພັນກະບອກຢູ່
ເທິງກຳປັ່ນນ້ອຍ.

ກອງທັບເຮືອຂອງສະຫະລັດກ່າວອີກວ່າພວກຕົນ ບໍ່ຮູ້ແຫລ່ງທີ່ມາຂອງອາວຸດ ທີ່ປັດຈຸບັນນີ້ ຢູ່ພາຍໃຕ້ການຄຸ້ມຄອງຂອງພວກເຂົາເຈົ້າ ນັ້ນ.

ຈັກຂອງເຮືອກໍ່າປັ່ນດັ່ງກ່າວເພ, ອີງຕາມກອງທັບເຮືອຂອງສະຫະລັດ. “ພວກຄົນ
ຢູ່ໃນເຮືອ” ລໍາດັ່ງກ່າວ ໄດ້ນໍາຕົວໄປຂຶ້ນກໍ່າປັ່ນລົບ Dunham ແລະຈາກນັນ ກໍ
ຖືກນໍາສົ່ງໄປຫາ ໜ່ວຍຍາມຝັ່ງທະເລຂອງເຢເມນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG