ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໑ ພຶດສະພາ ໒໐໒໔

ກອງ​ທັບ​ເຮືອ ສະ​ຫະ​ລັດ ຂັບ​ເຮືອ​ບິນ ຜ່ານ​ຊ່ອງ​ແຄບ​ ໄຕ້​ຫວັນ ນຶ່ງວັນຫຼັງ​ຈາກ​ການ​ເຈ​ລະ​ຈາ​ດ້ານປ້ອງ​ກັນ​ປະ​ເທດ​ກັບ ຈີນ


ເຮືອ​ບິນສອດ​ແນມ P-8A Poseidon ຂອງ ສະ​ຫະ​ລັດ ບິນ​ຢູ່​ໃກ້​ກັບ​ໂຄ​ງ​ສ້າງ ແລະ ຕຶກ​ຂອງ ຈີນ ຢູ່​ເກາະ​ທຽມ Fiery Cross Reef ໃນ​ໝູ່​ເກາະ Spratly ໃນ​ທະ​ເລຈີນ​ໃຕ້, 20 ມີ​ນາ 2022.
ເຮືອ​ບິນສອດ​ແນມ P-8A Poseidon ຂອງ ສະ​ຫະ​ລັດ ບິນ​ຢູ່​ໃກ້​ກັບ​ໂຄ​ງ​ສ້າງ ແລະ ຕຶກ​ຂອງ ຈີນ ຢູ່​ເກາະ​ທຽມ Fiery Cross Reef ໃນ​ໝູ່​ເກາະ Spratly ໃນ​ທະ​ເລຈີນ​ໃຕ້, 20 ມີ​ນາ 2022.

ກອງ​ເຮືອ​ທີ 7 ຂອງ ສະ​ຫະ​ລັດ ໄດ້​ກ່າວ​ວ່າ​ເຮືອ​ບິນ P-8A Poseidon ຂອງກອງ​ທັບ​ເຮືອ​ໄດ້​ບິນ​ຜ່ານ​ຊ່ອງ​ແຄບ​ ໄຕ້​ຫວັນ ໃນ​ວັນ​ພຸດມື້ນີ້, ນຶ່ງວັນຫຼັງ​ຈາກຫົວ​ໜ້າ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ສະ​ຫະ​ລັດ ແລະ ຈີນ ໄດ້​ຈັດ​ການ​ເຈ​ລະ​ຈາ​ຄັ້ງ​ທຳ​ອິດ​ຂອງ​ພວກ​ເພິ່ນ​ ນັບ​ຕັ້ງ​ແຕ່​ເດືອນ​ພະ​ຈິກ 2022 ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ.

ເຮືອ​ບິນ​ລາດ​ຕະ​ເວນ ແລະ ສອດ​ແນມ “ໄດ້​ບິນ​ຜ່ານ​ຊ່ອງ​ແຄບ​ ໄຕ້​ຫວັນ ໃນ​ໜ່ານ​ຟ້າ​ສາ​ກົນ,” ກອງ​ເຮືອ​ທີ 7 ໄດ້​ກ່າວ​ໃນ​ຖະ​ແຫຼງ​ຂ່າວ​ສະ​ບັບ​ນຶ່ງ.

ຖະ​ແຫຼງ​ຂ່​າວ​ໄດ້​ເວົ້າ​ວ່າ “ດ້ວຍ​ການ​ປະ​ຕິ​ບັດ​ງານ​ຢູ່​ພາຍ​ໃນ​ຊ່ອງ​ແຄບ ໄຕ້​ຫວັນ ໂດຍ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສາ​ກົນ​ນັ້ນ, ສະ​ຫະ​ລັດ ສະ​ໜັບ​ສະ​ໜູນ​ສິດ ແລະ ເສ​ລີ​ພາບ ​ໃນ​ການ​ເດີນ​ເຮືອ​ຂອງ​ທຸກ​ປະ​ເທດ.”

ເຖິງ​ແມ່ນ​ວ່າ ​ຊ່ອງ​ແຄບ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່ກວ້າງ 160 ກິ​ໂລ​ແມັດ ​ທີ່ແຍກ​ ຈີນ ອອກ​ຈາກ​ເກາະ​ທີ່​ປົກ​ຄອງ​ຕົນ​ເອງ​ຢ່າງ​ເປັນ​ປະ​ຊາ​ທິ​ປະ​ໄຕ ​ແມ່ນ​ເຂ​ດ​ນ້ຳ​ສາ​ກົນ​ກໍ​ຕາມ, ຈີນ ພິ​ຈາ​ລະ​ນາ​ວ່າ​ ການ​ເດີນ​ທາງຂອງ​ເຮືອ​ບິນ ແລະ ກຳ​ປັ່ນ​ທະ​ຫານຂອງຕ່າງປະເທດ ​ຜ່ານ​ມັນ​ນັ້ນ ​ເປັນ​ການ​ທ້າ​ທາຍ​ຕໍ່​ອຳ​ນາດ​ອະ​ທິ​ປະ​ໄຕ​ຂອງ​ເຂົາ​ເຈົ້າ. ຈີນ ໄດ້ອ້າງ​ເອົາ​ເກາະ ໄຕ້ຫວັນ, ໂດຍ​ຂົ່ມ​ຂູ່​ທີ່​ຈະ​ປ້ອງ​ກັນ​ດ້ວຍ​ກຳ​ລັງ ​ຖ້າ​ມີ​ຄວາມ​ຈຳ​ເປັນ ເຖິງ​ແມ່ນກອງ​ທັບ ສະ​ຫະ​ລັດ ຈະ​ສະ​ໜັບ​ສະ​ໜູນ​ເກາະ​ດັ່ງ​ກ່າວ​ກໍ​ຕາມ.

ຈີນ ບໍ່​ໄດ້​ຕອບ​ໂຕ້​ໃນ​ທັນ​ທີ​ຕໍ່​ລາຍ​ງານ​ນັ້ນ, ແຕ່​ໃນ​ອະ​ດີດ​ໄດ້​ອອກ​ການ​ປະ​ທ້ວງ​ທີ່​ຮຸນ​ແຮງ ແລະ ນຳ​ໃຊ້​ການ​ປ້ອງ​ກັນ​ຕ່າງໆ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ເດີນ​ທາງຂອງ​ກຳ​ປັ່ນ​ ແລະ ເຮືອ​ບິນ​ທະ​ຫານ​ຜ່ານ​ຊ່ອງ​ແຄບ​ດັ່ງ​ກ່າວ, ໂດ​ຍ​ສະ​ເພາະ​ຈາກ ສະ​ຫະ​ລັດ.

ຈີນ ຍັງ​ໄດ້​ສົ່ງ​ກຳ​ປັັ່ນ​ກອງ​ທັບ​ເຮືອ ແລະ ເຮືອ​ບິນ​ລົບ​ເຂົ້າ​ໄປ​ໃນ​ຊ່ອງ​ແຄບ​ ແລະ ເຂດ​ອື່ນໆ​ຢູ່​ອ້ອມ​ເກາະ​ນັ້ນຢ່າງ​ເປັນ​ປະ​ຈຳ.

ຖະ​ແຫຼງ​ການ​ຂອງກອງ​ເຮືອ​ທີ 7 ໄດ້​ກ່າວ​ວ່າ “ດ້ວຍ​ການ​ປະ​ຕິ​ບັດ​ການ​ພາຍ​ໃນ​ຊ່ອງ​ແຄບ ໄຕ້​ຫວັນ ໂດຍ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ສາ​ກົນ​ນັ້ນ, ສະ​ຫະ​ລັດ ສະ​ໜັບ​ສະ​ໜູນ​ສິດ​ທິ ແລະ ເສ​ລີ​ພາບ​ໃນ​ການ​ເດີນ​ເຮືອ​ຂອງ​ທຸກ​ປະ​ເທດ. ການ​ບິນ​ຜ່ານ​ຂອງ​ເຮືອ​ບິນ​ໃນ​ຊ່ອງ​ແຄບ ໄຕ້​ຫວັນ ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ສະ​ຫະ​ລັດ ຕໍ່​ເຂດ​ອິນ​ໂດ-ປາ​ຊີ​ຟິກ ທີ່​ເສ​ລີ ແລະ ເປີດກວ້າງ. ກອງ​ທັບ ສະ​ຫະ​ລັດ ຈະ​ຂັບ​ເຮືອ​ບິນ, ເດີນ​ເຮືອ ແລະ ປະ​ຕິ​ບັດ​ການ​ຢູ່​ທຸກ​ບ່ອນ​ທີ່​ກົດ​ໝາຍ​ສາ​ກົນ​ອະ​ນຸ​ຍາດ​ໃຫ້​ໄປ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG