ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ທັບ​ເຮືອ​ສະ​ຫະ​ລັດ ສົ່ງ​ກຳ​ປັ່ນ ​ເຂົ້າ​ໄປ​ປະ​ຕິ​ບັດ​ງານ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ທີ່​ມີ​ການ​ຂັດ​ແຍ້ງ​ກັນ


ກຳ​ປັ່ນ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Milius (DDG-69) ຖືກ​ສົ່ງ​ໄປ​ປະ​ຕິ​ບັດ​ງານ ໃຕ້​ພື້ນ​ທະ​ເລ ຢູ່​ໃນ​ເຂດ​ທີ່​ບໍ່​ມີ​ການ​ເປີດ​ເຜີຍ​ແຫ່ງ​ນຶ່ງ ຂອງ​ທະ​ເລ​ຈີນ​ໃຕ້ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 10 ເມ​ສາ 2023. (U.S. Navy/Handout via Reuters)
ກຳ​ປັ່ນ​ພິ​ຄາດ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Milius (DDG-69) ຖືກ​ສົ່ງ​ໄປ​ປະ​ຕິ​ບັດ​ງານ ໃຕ້​ພື້ນ​ທະ​ເລ ຢູ່​ໃນ​ເຂດ​ທີ່​ບໍ່​ມີ​ການ​ເປີດ​ເຜີຍ​ແຫ່ງ​ນຶ່ງ ຂອງ​ທະ​ເລ​ຈີນ​ໃຕ້ ໃນ​ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່ ເມື່ອ​ວັນ​ທີ 10 ເມ​ສາ 2023. (U.S. Navy/Handout via Reuters)

ກຳ​ປັ່ນ​ລົບ​ລຳ​ນຶ່ງ​ຂອງ​ສະ​ຫະ​ລັດ ແລ່ນ​ຜ່ານ​ບໍ​ລິ​ເວນ ຕັ້ງ​ຢູ່​ໃກ້​ຄຽງ​ກັບ​ໝູ່​ເກາະ​ທີ່​ອ້າງ​ກຳ​ມະ​ສິດ​ໂດຍ​ຈີນ ຟີ​ລິບ​ປິນ ພ້ອມ​ກັບ​ປະ​ເທດ​ອື່ນໆແລະ​ໄຕ້​ຫວັນ ໃນ​ຂະ​ນະ​ທີ່​ຈີນ​ ທຳ​ການ​ຊ້ອມ​ລົບ​ທາງ​ທະ​ຫານເປັນ​ມື້​ທີສາມ ຢູ່​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ ທີ່​ປົກ​ຄອງ​ຕົນ​ເອງ.

ກອງ​ທັບ​ເຮືອ​ສະ​ຫະ​ລັດ ກ່າວ​ວ່າ ກຳ​ປັ່ນ​ພິ​ຄາດ ​ຕິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ USS Milius ໄດ້​ແລ່ນປະ​ຕິ​ບັດ​ງານ​ເພື່ອ​ເສ​ລີ​ພ​າບ​ໃນ​ການ​ເດີນ​ເຮືອໃກ້​ກັບເກາະ​ຫາດ Mischief Reef ໃນ​ໝູ່​ເກາະ​ສ​ແປ​ຣັດ​ລີ ຊຶ່ງ​ເປັນ​ກຸ່ມ​ຂອງ ​ສິບກວ່າ​ເກາະ​ດອນ ຕັ້ງ​ຢູ່​ລະ​ຫວ່າງ​ຫວຽດ​ນາມ ກັບ​ຟີ​ລິບ​ປິນ ເພື່ອ​ສະ​ໜັບ​ສະ​ໜຸນ​ຕໍ່ “ການ​ນຳ​ໃຊ້​ທະ​ເລ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ.”

“ກຳ​ປັ່ນ USS Milius ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ເກາະ​ Mischief Reef ຊຶ່ງ​ມີ​ສະ​ພາບພົ້ນນ້ຳ​ຂຶ້ນ​ມາ ​ໃນ​ເວ​ລາ​ນ້ຳ​ລົງ​ນັ້ນ ບໍ່​ມີ​ສິດ​ເປັນ​ດິນ​ແດນ​ໃນ​ທະ​ເລ ພາຍ​ໃຕ້​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ” ກອງ​ທັບ​ເຮືອ​ສະ​ຫະ​ລັດ​ກ່າວ.

ກອງ​ທັບ​ເຮືອ​ໄດ້​ສົ່ງ​ກຳ​ລັງ​ແລ່ນ​ເຂົ້າ​ໄປ​ໃກ້​ໝູ່​ເກາະ​ສ​ແປ​ຣັດ​ລີ ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ເພື່ອ​ປະ​ທ້ວງ ​ຕໍ່​ອັນ​ທີ່​ສະ​ຫະ​ລັດ ​ເອີ້ນ​ວ່າ “ການ​ອ້າງ​ກຳ​ມະ​ສິດ​ທາງ​ທະ​ເລ​ເກີນ​ຂອບ​ເຂດ​” ຂອງ​ຈີນ.

ຈີນ​ໄດ້​ຖົມ​ດິນ​ຫຼາຍ​ພັນ​ເຮັກ​ຕາ​ເປັນ​ເກາະ​ທຽມ ໃສ່​ເກາະ​ຫີນ​ປະ​ກາ​ລັງ ໃນ​ເຂດ​ໝູ່​ເກາະ​ສ​ແປ​ຣັດ​ລີ ແລະ​ກ່າວ​ອ້າງ​ ໃນ​ວັນ​ຈັນ​ວານນີ້​ວ່າ ສະ​ຫະ​ລັດ ໄດ້ “ລ່ວງ​ລ້ຳ​ແບບ​ຜິດ​ກົດ​ໝາຍ” ເຂົ້າ​ໄປ​ໃນ​ດິນ​ແດນ​ຕົນ.

ປັກ​ກິ່ງ​ກ່າວ​ອ້າງວ່າ ທຸກໆ​ເກາະ​ດອນ​ໃນ​ທະ​ເລ​ຈີນ​ໃຕ້ ແມ່ນ​ຖືກ​ຈຳ​ກັດ​ຮັດ​ແຄບ ແລະ​ໃຫ້​ຢຸດ​ເຊົາ​ກິດ​ຈະ​ກຳ​ທາງ​ດ້ານ​ການ​ຄ້າ ​ໂດຍ​ກຳ​ປັ່ນ​ແຕ່​ຟີ​ລິບ​ປິນ​ໄປ​ຫວຽດ​ນາມ. ຈີນ ບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນ ໄຕ້​ຫວັນແລະ​ຫວຽດ​ນາມ​ຕ່າງ​ກໍ​ອ້າງ​ເອົາ​ກຳ​ມະ​ສິດ​ທັງ​ໝົດ ຫຼື​ເປັນ​ບາງ​ສ່ວນ ເປັນ​ດິນ​ແດນ​ຂອງ​ຕົນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG