ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາວຸດຂອງສະຫະລັດ ແ​ລະ NATO ຊ່ວຍ​ແຜ້ວທາງໃຫ້ຢູເຄຣນ ປະສົບຄວາມສໍາເລັດ ຢູ່ໃນສະໜາມລົບ


US, NATO Weapons Pave the Way for Ukraine's Battlefield Successes
please wait

No media source currently available

0:00 0:03:53 0:00

ລາຍງານກ່ຽວກັບ ຄວາມສໍາເລັດຂອງຢູເຄຣນ ຢູ່ໃນສະໜາມລົບ ແມ່ນມາຈາກການແຜ້ວທາງດ້ວຍອາວຸດຂອງ​ອົງ​ການ NATO ແລະ ສະຫະລັດ.

ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານທະຫານແກ່ຢູເຄຣນ ຫຼາຍກວ່າ 19 ຕື້ໂດລາ ນັບຕັ້ງແຕ່ວັນທີ 24 ກຸມພາປີກາຍນີ້​ເປັນ​ຕົ້ນມາ, ເມື່ອຣັດເຊຍ ຮຸກຮານປະ​ເທດເພື່ອນບ້ານຂອງຕົນ ເຊິ່ງນັ້ນ ສະເລ່ຍແລ້ວ ປະມານ 2 ພັນລ້ານໂດລາຕໍ່ເດືອນສໍາລັບອາວຸດ, ລູກປືນ, ການຝຶກແອບ ແລະ ຄວາມຈໍາເປັນທາງດ້ານຄວາມໝັ້ນຄົງຕ່າງໆ. ນັກຂ່າວ VOA ປະຈໍາທໍານຽບ 5 ແຈ ຄາລາ ບາບ (Carla Babb) ຈະພາ​ທ່ານ​ສຳ​ຫຼວງເບິ່ງວ່າ ອາວຸດຊະນິດໃດ ມີປະ ສິດທິພາບສູງທີ່ສຸດ ຢູ່ໃນສະໜາມລົບ, ອາວຸດຊະນິດໃດທີ່ນັກຊ່ຽວຊານກ່າວວ່າ ຍັງມີຄວາມຈໍາເປັນຢູ່, ແລະສິ່ງໃດທີ່ຍັງບໍ່ໄດ້ເກີດຂຶ້ນ ຢູ່ໃນບົດລາຍງານທ້າຍປີ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ປັດຈຸບັນ, ການຕໍ່ສູ້ສໍາລັບຊາວຢູເຄຣນ ແມ່ນການດວນ​ກັນ​ດ້ວຍປືນໃຫຍ່ ເຊິ່ງ​ເປັນການຍິງ​ຕໍ່​ສູ້ກັນ​ດ້ວຍປືນ​ໃຫຍ່ ຫຼາຍສິບພັນລູກຕໍ່ອາທິດ.

ທ່ານຊາມູຍ ເບັນເດັດ (Samuel Bendett), ຈາກສູນກາງຄວາມໝັ້ນຄົງໃໝ່ສໍາລັບຊາວອາເມຣິກັນ ກ່າວວ່າ:

“ມັນເປັນລະບົບປືນໃຫຍ່ ທີ່ໄດ້ຮັບໄຊຊະນະໃນຫຼາຍໆໂອກາດ ເພື່ອປົກປ້ອງປະ ຊາຊົນຊາວຢູເຄຣນຢ່າງແທ້ຈິງ.”

ນັກວິເຄາະ ແລະອະດີດເຈົ້າໜ້າທີ່ ກ່າວວ່າ ລະບົບທີ່ມີປະສິດທິພາບສູງທີ່ສຸດທີ່ສະຫະລັດໄດ້ຈັດສົ່ງໃຫ້ແກ່ຢູເຄຣນ ແມ່ນລະບົບປືນ​ໃຫຍ່ຮາວ​ວິດ​ເຊີ M777 ​ທີ່​ສ້າງໂດຍ​ອັງ​ກິດ ແລະລະບົບຈະຫຼວດເຄື່ອນທີ່ສູງ ເຊິ່ງໂດຍທົ່ວໄປແລ້ວແມ່ນຮູ້ກັນໃນຊື່ HIMARS.

ພົນໂທບໍານານ ເບັນ ຮອດເຈັສ (Ben Hodges), ເຊິ່ງເປັນອະດີດຜູ້ບັນຊາການກອງທັບສະຫະລັດ ຢູ່ໃນພາກພື້ນຢູໂຣບ ກ່າວຜ່ານສໄກປ໌ວ່າ:

“ມີແອນ້ອຍຊາຍຊາວຢູເຄຣນຫຼາຍຮ້ອຍຄົນທີ່ຕັ້ງຊື່ວ່າ Himars, ເນື່ອງຈາກວ່າ ໃນປັດຈຸບັນນີ້ ມັນມີຜົນກະທົບຫຼາຍຢູ່ທີ່ນັ້ນ. ແລະມັນກໍເປັນການຍິງທີ່ແນ່ນອນໃນໄລຍະໄກ ທີ່ສ້າງຄວາມແຕກຕ່າງ.”

ເຈົ້າໜ້າທີ່ຂອງກະຊວງປ້ອງກັນປະເທດ ບອກກັບ VOA ວ່າ ສະຫະລັດໄດ້ຈັດສົ່ງຈະ​ຫຼວດ HIMARS ໄປໃຫ້ແລ້ວ 20 ລະ​ບົບ. ສະຫະລັດ​ ຈັດສົ່ງຈະຫຼວດ GMLRS (GIMLERS) ສໍາລັບລະບົບ HIMARS ໄປໃຫ້ຢູເຄຣນ, ເຊິ່ງມີໄລ ຍະໄກຮອດ 90 ກິໂລແມັດ.

ພົນໂທບໍານານ ເບັນ ຮອດເຈັສ ກ່າວຜ່ານສໄກປ໌ວ່າ:

“ນັ້ນເປັນສິ່ງທີ່ດີ, ແຕ່ມັນມີບໍ່ພຽງພໍ. ລູກຈະຫຼວດ ATACMS ຍັງຖືກຍິງດ້ວຍລະບົບຈະ​ຫຼວດເຄື່ອນທີ່ HIMARS ໂດຍຈະສາມາດຍິງໄດ້ໄກຮອດ 300 ກິ ໂລແມັດ. ແລະປັດຈຸບັນ ຖ້າຢູເຄຣນ ມີລະບົບປືນໃຫຍ່ດັ່ງກ່າວ, ພວກເຂົາເຈົ້າກໍອາດຈະເຂົ້າຢຶດເອົາເມືອງເຊວາສໂຕໂປລ (Sevastopol) ແລະເມືອງສໍາຄັນ ອື່ນໆຢູ່ໃນແຫຼມໄຄຣເມຍ ໄດ້ແລ້ວ.”

ໃນຂະນະທີ່ ຣັດເຊຍ ໄດ້ປັບປຸງປະສິດທິພາບໃນ​ການ​ຕໍ່​ຕ້ານເຮືອບິນບໍ່ມີຄົນຂັບ ຫຼືໂດຣນຢູ່ໃນສະໜາມລົບ, ຢູເຄຣນກໍໄດ້ໃຊ້ໂດຣນສວິດເບລດ (Swithblade) ທີ່ຜະລິດໂດຍອາເມຣິກັນ. ສ່ວນໂດຣນ Phoenix Ghost ແລະໂດຣນເບຣັກຕາ ທີ່ຜະລິດໂດຍເທີກີ ແມ່ນໃຊ້ສໍາລັບ ການຕິດຕາມຂ່າວ, ສອດແນມ ແລະສໍາລັບການສໍາຫຼວດ.

ທ່ານຊາມູຍ ເບັນເດັດ ກ່າວວ່າ:

“ໂດຍທົ່ວໄປແລ້ວ ປະຊາຊົນຊາວຢູເຄຣນ ໃຊ້ລະບົບ UAV ເພື່ອສ້າງເປັນຮູບແບບຂຶ້ນມາຕິດຕໍ່ກັບກອງກໍາລັງພາກພື້ນດິນ, ເຊິ່ງມັນໄດ້ເຮັດໃຫ້ພວກເຂົາເຈົ້າສາມາດປ່ຽນແປງສະພາບໄດ້ຫຼາຍຂຶ້ນ. ຫຼາຍພາກສ່ວນຂອງພວກເຂົາເຈົ້າ ມີລັກສະນະທີ່ແທດເໝາະກັບຍຸດທະສາດ ແລະ ສໍາລັບການໂຈມຕີໃນໄລຍະໄກຂອງປືນໃຫຍ່ UAVs, ເພື່ອເຮັດໃຫ້ກອງກໍາລັງຂອງຢູເຄຣນ ຮັບຮູ້ສະຖານະການລ່ວງໜ້າໄດ້. ແລະໃນຫຼາຍເຫດຜົນແລ້ວ, ມັນງ່າຍສໍາລັບພວກເຂົາເຈົ້າທີ່ຈະໄດ້ຮູ້ວ່າ ກອງທະຫານຣັດເຊຍຢູ່ໃສ ແລະສາມາດເຮັດໃຫ້ມັນປະຕິບັດງານໄດ້ງ່າຍຂຶ້ນ.

ແຕ່ ຣັດເຊຍ ກໍໄດ້ສົ່ງໂດຣນເຂົ້າມາເປັນຈໍານວນຫຼາຍ ເຊັ່ນດຽວກັບພັນທະມິດ ອີຣ່ານຂອງພວກເຂົາ. ອີງຕາມລາຍງານຂອງທໍານຽບ 5 ແຈ ສາມາດຮັບຮູ້ໄດ້ວ່າ ຣັດເຊຍ ໄດ້ຈັດສົ່ງໂດຣນສໍາລັບໂຈມຕີ ທີ່ຜະລິດໂດຍອີຣ່ານເຂົ້າມາ ເຊິ່ງມີເປົ້າໝາຍຕໍ່ພື້ນຖານໂຄງລ່າງຂອງປະເທດຢູເຄຣນ.

ເພື່ອ​ຍິງ​ທຳ​ລາຍ​ໂດນ​ເຫຼົ່າ​ນີ້ ກອ​ງ​ທັບ​ອາ​ກາດ​ຢູ​ເຄ​ຣ​ນ ແລະ​ລະ​ບົບ​ປ້ອງ​ກັນ​ໄພ​ທາງ​ອາ​ກາດເຊັ່ນ​ລະບົບປືນແບກຍິງເຮືອບິນສ​ຕ​ຣິງ​ເກີ (Stringers) ​ເຊິ່ງ​ເປັນ​ລະ​ບົບ​ລູກ​ສອນ​ໄຟ​ໄລ່​ຕາມ​ຄວາມ​ຮ້ອນ ​ສາ​ມາດ​ຍິງໄດ້ໄລຍະໄກປະມານ 5 ກິໂລແມັດ, ໂດຍມັນມີຄວາມນ້ອຍພຽງພໍສໍາລັບແບກຍິງໄດ້. ນັກວິເຄາະກ່າວວ່າ ກອງທັບຢູເຄຣນ ໄດ້ຄາດການວ່າຈະຍິງໂດຣນທີ່ຜະລິດໂດຍອີຣ່ານຂອງຣັດເຊຍລົງລະຫວ່າງ 60 ຫາ 85 ເປີເຊັນ.

ໃນເດືອນແລ້ວນີ້, ທໍານຽບ 5 ແຈ ໄດ້ຈັດສົ່ງລະ​ບົບ NASAMS ສອງເຄື່ຶອງໄປໃຫ້ປະເທດຢູເຄຣນ ເຊິ່ງເປັນລະບົບ​ລູກ​ສອນ​ໄຟທີ່ທັນສະໄໝຂອງປະເທດ ເຊິ່ງສາມາດແນເປົ້າໝາຍໃສ່ໂດຣນ, ເຮືອບິນລົບ ແລະລູກສອນໄຟ​ເຫວິ່ນ.

ພົນເຮືອຕີບໍານານ ມາກ ມັອນ​ໂກເມີຣີ (Mark Montgomery) ກ່າວວ່າ:

“ຈາກສິ່ງທີ່ຂ້າພະເຈົ້າໄດ້ຍິນມາ ມັນຢູ່ໃນລະຫວ່າງ 30 ຕໍ່ 30, ເຊິ່ງມີລັກສະ ນະພະຍາຍາມຂັດຂວາງໄດ້ 35 ຕໍ່ 35 ຄັ້ງ. ມັນປະຕິບັດງານໄດ້ດີຫຼາຍ. ມັນປ້ອງກັນເມືອງໃຫຍ່ໆໄດ້ຫຼາຍເມືອງ.”

ແຕ່ ຢູເຄຣນ ຍັງຄົງຕໍ່ສູ້ເພື່ອປົກປ້ອງພວກເຂົາເຈົ້າເອງຈາກລູກສອນໄຟຂີປະນາວຸດ ອິສການເດີ Iskander ຂອງ ຣັດເຊຍ ທີ່ຍິງໂຈມຕີເລິກເຂົ້າໄປໃນດິນ ແດນຂອງຢູເຄຣນ.

ເຈົ້າໜ້າທີ່ບອກກັບ VOA ວ່າ ການແກ້ໄຂບັນຫາຂອງທໍານຽບ 5 ແຈ ແມ່ນຈະຕ້ອງສົ່ງລູກສອນໄຟເພ​ທຣິອອດໄປໃຫ້ ຢູເຄຣນ ເພື່ອຕໍ່ຕ້ານກັບອາວຸດຕ່າງໆເຫຼົ່ານັ້ນ. ແຕ່ພົນເຮືອຕີບໍານານ ມາກ ມັອນກອມເມີຣີ ເຕືອນວ່າ ສະຫະ ລັດຈໍາເປັນຕ້ອງໃຊ້ເວລາຢ່າງໜ້ອຍ 6 ເດືອນ ເພື່ອຝຶກແອບໃຫ້ຢູເຄຣນ ໃນການໃຊ້ອາວຸດທີ່ມີຄວາມຊັບຊ້ອນ ແລະມີລາຄາແພງດັ່ງກ່າວ.

ພົນເຮືອຕີບໍານານ ມາກ ມັອນໂກເມີຣີ ກ່າວວ່າ:

“ລູກສອນໄຟເພທຣິອອດລູກນຶ່ງ ມີລາຄາລະຫວ່າງ 3 ຫາ 4 ລ້ານໂດລາ, ເຊິ່ງມັນເປັນລະບົບທີ່ມີລາຄາແພງທີ່ສຸດ, ແລະມັນກໍຕ້ອງຈັດກຽມເງິນເປັນຈໍານວນຫຼາຍສໍາລັບຊື້ພວກມັນ.”

ໂດຍລວມແລ້ວ, ບັນດານັກວິເຄາະມີຄວາມເຫັນພ້ອມ​ນຳກັນວ່າ ອາວຸດຕ່າງໆທີ່ ສະຫະລັດແລະອົງການ NATO ມອບໃຫ້ກີຢິບ ໄດ້ຊ່ວຍປົກປ້ອງປະເທດບ້ານ ເກີດຂອງຢູເຄຣນຢ່າງຫຼວງຫຼາຍ, ດ້ວຍການຄາດການທີ່ສໍາຄັນ ຂອງອະດີດຜູ້ບັນຊາການກອງທັບສະຫະລັດ ຢູ່ໃນພາກພື້ນ ຢູໂຣບ.

ພົນໂທບໍານານ ເບັນ ຮອດເຈັສ, ອະດີດຜູ້ບັນຊາການກອງທັບສະຫະລັດ ຢູ່ໃນພາກພື້ນ ຢູໂຣບ ກ່າວວ່າ:

“ຖ້າພວກເຮົາຍັງຄົງຮັກສາການປະຕິບັດງານທີ່ພວກເຮົາກໍາລັງດໍາເນີນການຢູ່ນີ້, ຂ້າພະເຈົ້າຄິດວ່າ ຢູເຄຣນ ກໍາລັງຢູ່ໃນບາດກ້າວ ທີ່ຈະປົດ​ປ່ອຍໄຄຣເມຍ​ພາຍໃນທ້າຍເດືອນສິງຫາ ທີ່ຈະມາເຖິງນີ້.”

ແຫຼມໄຄຣເມຍ ຖືກຜະ​ໜວກຢ່າງຜິດກົດໝາຍໂດຍຣັດເຊຍ​ມາຕັ້ງແຕ່ປີ 2014, ເຊິ່ງໃຊ້ເປັນສູນກາງການສູ້ລົບກັບຢູເຄຣນ ຂອງຣັດເຊຍ. ການປົດປ່ອຍຂົງເຂດດັ່ງກ່າວ ຈະເປັນການເສຍໄຊຂະໜາດໃຫຍ່ ສໍາລັບມົສກູ.

The United States has committed more than $19 billion dollars in military aid to Ukraine since February 24, when Russia invaded its neighbor. That’s an average of about $2 billion per month for weapons, ammunition, training and other Ukrainian defense needs. VOA Pentagon correspondent Carla Babb takes a look at what weapons have been most effective on the battlefield, what weapons experts say are still needed, and what’s yet to come.

The battle for Ukraine is now a lethal artillery duel, with both sides burning through tens of thousands of rounds each week.
Samuel Bendett, Center for a New American Security

“It’s been the artillery systems that have really won the day on many occasions for the Ukrainian defenders.”

Analysts and former officials say the most effective systems the U.S. has provided to Ukraine are the U.K.-built M777 howitzers and High Mobility Artillery Rocket Systems, more commonly known as HIMARS.

Lt. Gen. (Ret.) Ben Hodges, Former Commander of U.S. Army Europe, Skype

“There are hundreds of Ukrainian baby boys that are named Himars now because it’s had such an impact there. And it is that long-range precision that is making such a difference.”

Defense officials tell VOA the U.S. has delivered 20 HIMARS to date. The U.S. has provided GMLRS (GIMLERS) rockets for these HIMARS systems, which have a range of about 90 kilometers.

Lt. Gen. (Ret.) Ben Hodges, Former Commander of U.S. Army Europe

That’s good, but that’s not enough. The ATACMS rocket also fired by HIMARS would give a range of 300 kilometers. If the Ukrainians had that now, they could already be hitting Sevastopol and other critical sites inside Crimea.”

As Russia improved its counter-drone capabilities on the battlefield, Ukraine used American-made Switchblade drones, Phoenix Ghost drones and Turkish-made Bayraktar ((Bear-ak-tar)) drones, or UAVs, for intelligence, surveillance and reconnaissance.

Samuel Bendett, Center for a New American Security

“Ukrainians have basically taken their UAV-to-ground force pairing to an art form. They are a lot more flexible. A lot of their units actually feature tactical and long-range UAVs for artillery strikes, for providing situational awareness to the Ukrainian forces. And in many cases, they are simply better aware of where Russians are and can react much faster.”

But Russia has an influx of drones, as well, from its ally, Iran. According to the Pentagon, Russia has deployed hundreds of Iranian-made attack drones to target critical infrastructure in Ukraine.

To knock them out of the sky, Ukrainian forces use air defense systems like American-made Stingers — heat-seeking missiles with a range of about five kilometers, small enough to carry on foot. Analysts say Ukrainian forces have managed to shoot down between 60 to 85% of Russia’s Iranian-made drones.

Last month, the Pentagon delivered two NASAMS to Ukraine — National Advanced Surface to Air Missile Systems — which can target drones, aircraft and cruise missiles.

Rear Adm. (Ret.) Mark Montgomery

“From what I hear it's in the 30s for 30; kind of 35 attempted intercepts, 35 intercepts. It's doing very well. It’s defending major cities.”

But Ukraine still struggles to defend itself from Russia’s Iskander ballistic missile striking deep inside Ukrainian territory.

The Pentagon’s solution, officials tell VOA, will be to send Patriot missiles to Ukraine to counter these weapons. But retired Rear Admiral Mark Montgomery warns the U.S. would likely need at least six months to a year to train Ukrainians to use the complex and costly system.

Rear Adm. (Ret.) Mark Montgomery

“Each round of Patriot is between $3 and $4 million apiece. That is a very expensive system. It would use up a lot of the money being set aside for them.”

Overall, analysts agree that U.S. and NATO weapons provided to Kyiv have critically helped Ukraine defend its homeland, with the former commander of U.S. Army Europe making this bold prediction:

Lt. Gen. (Ret.) Ben Hodges, Former Commander of U.S. Army Europe

“If we keep doing what we’re doing right now, then I think Ukraine is on track to liberate Crimea by the end of August.”

The Crimean Peninsula — illegally annexed by Russian since 2014 — serves as a hub for Russian fighters in Ukraine. Freeing it would be a huge blow to Moscow.

XS
SM
MD
LG