ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະນາໆຊາດ ຕອບໂຕ້ຕໍ່ ການທົດລອງ ລະເບີດໄຮໂດຣເຢັນ ຂອງ ເກົາຫລີເໜືອ


US Mulls Response to North Korea's ‘Provocation’
please wait

No media source currently available

0:00 0:02:11 0:00

ສະຫະລັດ ​ແລະ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໂລກອື່ນໆ ກຳລັງ​
ພາກັນ​ພິຈາລະນາ ກ່ຽວ​ກັບບາດກ້າວ​ໃນ​ຂັ້ນ​ຕໍ່​ໄປ​ຂອງ​ເຂົາ​ເຈົ້າ
​ຕໍ່​ເກົາຫລີ​ເໜືອ ຫລັງ​ຈາ​ກພຽງ​ຢາງໄດ້​ທຳ​ການ​ ໃນອັນ​ທີ່​ພຽງ​ຢາງ
ຮ້ອງ​ວ່າ ການ​ທົດ​ລອງລະ​ເບີດ​ໄຮ​ໂດຣ​ເຈັນ ຢ່າງ “ສຳ​ເລັດຜົນ”.
ບັນດາ​ເຈົ້າ​ໜ້າ​ທີ່ສະຫະລັດ ຍັງມີ​ຄວາມ​ສົງ​ໄສ​ກ່ຽວກັບ​ລາຍ​ລະ
ອຽດ​ຂອງ​ການ​ທົດ​ລອງດັ່ງກ່າວ ​ແຕ່ແນວ​ໃດ​ກໍ​ຕາມສະຫະລັດ
​ແມ່ນໄດ້​ຕອບ​ໂຕ້ ​ດ້ວຍ​ການປະນາມ​ ຢ່າງ​ວ່ອງ​ໄວ. ນັກ​ຂ່າວ
ວີ​ໂອ​ເອ Pam Dockins​ມີລາຍ​ງານ​ເລື້ອງນີ້ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ເອົາລາຍ​ລະອຽດ​
ມ​າສະ​ເໜີ​ທ່ານ.

ຂ່າວ​ກ່ຽວ​ກັບ​ການ​ທົດ​ລອງ​ໃຕ້​ດິນ ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ສຽງ​ຮ້ອງໂຮຊົມ​ເຊີຍຢູ່​ໃນເກົາຫລີ​ເໜືອ ​ແຕ່​ໄດ້​ຮັບ​ການ​ຕຳ​ໜິຕິຕຽນ​ຢ່າງ​ແຮງ​ຈາກວໍຊິງ​ຕັນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ສະຫະລັດກຳລັງ​ດຳ​ເນີນງານ​ເພື່ອ​ຈະ​ທຳ​ການ​ຕອບ​ໂຕ້​ຢ່າງ​ເໝາະ​ສົມ.

ທ່ານ John Kirby ​ໂຄສົກ​ກະຊວງຕ່າງປະ​ເທດ ກ່າວ​ວ່າ “​ເປັນ​ທີ່​ແຈ້ງ​ຂາວ​ວ່າ ນີ້​ຈະ
ເປັນ​ການ​ຕັດສິນ​ໃຈ​ຂອງ​ສາກົນ. ນີ້​ບໍ່​ພໍ​ພຽງ​ແຕ່​ກ່ຽວ​ກັບປະ​ເທດໜຶ່ງ​ປະ​ເທດ​ດຽວ​ຢູ່
​ທີ່​ນີ້. ສະຫະ​ປະຊາຊາດ ມີ​ເຄື່ອງ​ມືສຳ​ລັບ​ທີ່​ຈະ​ນຳ​ໃຊ້​ຢູ່​ແລ້ວ.”

ທຳນຽບຂາວ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ຖ​ະ​ແຫລ​ງການ​ກ່ຽວ​ກັບ​ຄວາມ​ບໍ່ພໍ​ໃຈ ​ໄດ້​ມາຈາກ​ບັນ
ດາ​ປະ​ເທດຕ່າງໆ ​ທີ່​ຮວມທັງຣັດ​ເຊຍ ​ແລະ​ຈີນ ສອງປະ​ເທດຊຶ່ງ​ບໍ່​ຄ່ອຍ​ເຫັນ​ດີ​ເຫັນ​ພ້ອມ ​ກັບສະຫະລັດພໍ​ເທົ່າ​ໃດ.

ທ່ານ Josh Earnest ​ໂຄສົກ​ທຳນຽບຂາວ ກ່າວ​ວ່າ “ນັ້ນ​ເປັນການ​ຊີ້​ບອກ​ໃຫ້​ເຫັນ​ວ່າ​
ຜົນ​ປະ​ໂຫຍ​ດຂອງສະຫະລັດ ສາມາດ​ທີ່​ຈະກ້າວ​ໄປ​ສູ່ຜົນສຳ​ເລັດ​ໄດ້ ​ໂດຍຜ່ານ​ການ​
ພົວພັນ​ທາງ​ດ້ານ​ການ​ທູດທີ່​ມີຫລັກການ ສະ​ເພາະ​ເຈາະ​ຈົງ ໜັກ​ແໜ້ນ​ ​ແລະ​ນັ້ນ​ແມ່ນ​
ສິ່ງ​ທີ່​ເຮົາ​ຈະ​ດຳ​ເນີນ​ການ​ຕໍ່​ໄປ.”

ເກົາຫລີ​ເໜືອ ​ແລະ​ຜູ້ນຳ​ຂອງ​ຕົນ ທ່ານ Kim Jong Un ​ໄດ້​ຖືກ​ບີບ​ຄັ້ນ​ຢູ່​ແລ້ວ ດ້ວຍ​ການ
​ລົງ​ໂທດຈາກສະຫະລັດ ​ແລະ ສະຫະ​ປະຊາ​ຊາດ ທີ່​ເກົາຫລີ​ເໜືອ​ໄດ້ ລະ​ເມີດ​ໃນ​ດ້ານນິວ
​ເຄລຍ​ຄັ້ງ​ກ່ອນໆ.

​ທ່ານ Robert Manning ​ໄດ້​ກ່າວຕໍ່ວີ​ໂອ​ເອ ​ຜ່ານ​ທາງ skype ວ່າ ເຖິງ​ຢ່າງ​ໃດ​ກໍ​ດີ
ສະຫະລັດ​ຄວນ​ຈະ​ຊຸກຍູ້​ ​ໃຫ້​ມີ​ການ​ລົ​ງໂທດ​ທາງດ້ານເສດຖະກິດ ຂອງ​ນາໆຊາດ​ ໃນ​
ຂອບ​ເຂດ​ທີ່​ກວ້າງຂວາງ​.

ທ່ານ Manning ກ່າວ​ວ່າ “​ໃນ​ຄຳ​ເວົ້າອີກ​ຢ່າງ​ໜຶ່ງກໍ​ຄື ​ຍຶດເອົາບັດ​ສິນ​ເຊື່ອ​ຂອງ ທ່ານ
Kim Jong Un ໄປ​. ຂ້າພະ​ເຈົ້າ​ຄິດ​ວ່ານັ້ນ​ຈະ​ກໍ່​ໃຫ້​ເກີດ​ຄວ​າມ​ເຈັບ​ປວດ​ ຢ່າງ​ໃຫຍ່
ໃນ​ເວລາ​ທີ່​ທ່ານ​ໄດ້​ໃຫ້​ຄຳໝັ້ນ​ສັນຍາ​ວ່າ ລະບອບ​ການ​ປົກຄອງ​ຂອງ​ທ່ານ ຈະ​ປັບ​ປຸງ​
ເສດຖະກິດ​ໃຫ້​ດີ​ຂື້ນ ຊຶ່ງ​ຍາກ​ທີ່​ຈະ​ເລີ້ມ​ຕົ້ນ​ໄດ້​ນັ້ນ.”

ທ່ານ Barry Blechman ທີ່​ກ່າວ​ຕໍ່​ວີ​ໂອ​ເອ ຜ່ານ​ທາງ skype ​ເຊັ່ນ​ດຽວ​ກັນ​ເວົ້າ​ວ່າ
ອຳນາດງັດ​ງ້າງຂອງ​ສະຫະລັດ ​ຕໍ່ເກົາຫລີ​ເໜືອ ແມ່ນ​ຢູ່​ໃນ​ຂີດຈຳກັດ ​ໂດຍປາດ​ສະ​ຈາກ​
ການ​ຊ່ວຍ​ເຫ​ລື​ອເປັນ​ການ​ສະ​ເພາະ​ຈາກປະ​ເທດໃດໜຶ່ງ.

ທ່ານ Blechman ທີ່​ສູ​ນກາງ Stimson ກ່າວ​ວ່າ “ພວກ​ເຮົາມີສະພາ​ຄວາມໝັ້ນຄົງສະ
ຫະ​ປະຊາ​ຊາດ​ເພື່ອ​ຈັດຕັ້ງ​ການລົງ​ໂທດ​ທີ່​ໜັກ​ຂຶ້ນນັບ​ມື້. ພວກ​ເຮົາ​ຈະຊຸກ​ຍູ້​ເຂົາ​ອອກ​
ໄປຈາກ​ລະບົບ​ທະນາຄານ​ສາກົນ ​ແຕ່​ນັ້ນຍັງ​ບໍ່​ເປັນ​ທີ່​ພຽງພໍ ຕາບ​ໃດ​ທີ່ຈີນຍັງອະ​ນຸ
​ຍາດ​ໃຫ້ການ​ຊ່ວຍ​ເຫຼືອຂັ້ນພື້ນຖານ​ເພື່ອ​ຄວາມ​ຢູ່ລອດດຳ ​ເນີນຕໍ່​ໄປ ຢູ່​ທີ່​ນັ້ນ.”

ທ່ານ​ກ່າວ​ວ່າ ຄວາມ​ພະຍາຍາມ​ເພື່ອ​ກົດດັນ​ທາງ​ດ້ານເສດຖະກິດເພີ້ມ​ຂື້ນ​ຕໍ່ເກົາຫລີ​ເໜືອ
ນັ້ນ ຈະ​ມີ​ຜົນ​ຢູ່ໃນຂອບ​ເຂດ​ຈຳກັດ ຈົນ​ກວ່າ​ວ່າ ຈີນປະຕິບັດ​ຢ່າງ​ເຕັມທີ່​ກ່ຽວກັບການ​ລົງ​
ໂທດ​ສາກົນ ​ທີ່ມີຢູ່​ແລ້ວ​ນັ້ນ ​ຕໍ່​ພຽງ​ຢາງ.

The United States and other world powers are considering their next move against North Korea, after Pyongyang conducted what it said was a "successful" hydrogen bomb test.U.S. officials have cast doubt on North Korea's description of the test, but nevertheless, have responded with swift condemnation.VOA State Department correspondent Pam Dockins has the story.

Word of the underground test resulted in cheers in North Korea, but drew a harsh reaction in Washington.

Officials said the U.S. is still working on the appropriate response.

"Clearly, this is going to be an international decision.This is not just about one nation here.The U.N. has tools at its disposal."

The White House noted that statements of disapproval had come from countries including Russia and China, two nations that are not always in agreement with the U.S.

"That is an indication that the interests of the United States can be successfully advanced through principled, focused, tenacious diplomatic engagement and that is what we are going to continue to pursue."

North Korea and its leader, Kim Jong Un, are already being squeezed by U.S. and U.N. sanctions for the country's previous nuclear violations.

The U.S., however, should push for a broader international economic penalty, says Robert Manning, who spoke to VOA via Skype.

"In other words, take away Kim Jung Un's credit cards.I think that would cause some real pain at a time when he has promised that his regime is going to improve the economywhich is a long shot to start with."

U.S. leverage on North Korea is limited without outside help from one particular country, says Barry Blechman, who also spoke via Skype.

"We got the U.N. Security Council to establish tighter and tighter sanctions.We have gotten them pushed out of the international banking system, but it is still not enough so long as the Chinese continue to allow a kind of fundamental level of survival to continue there."

He says efforts to exert more economic pressure on North Korea will have limited results until China fully complies with existing international sanctions against Pyongyang.

XS
SM
MD
LG