ທະຫານສະຫະລັດໄດ້ສັງຫານພວກຫົວຮຸນແຮງ al-Shabab ໃນ ໂຊມາເລຍຫົກຄົນ ໃນການໂຈມຕີທາງາກາດ ເທື່ອທີສີ່ ໃນສັບປະດານີ້ ອີງຕາມກອງບັນຊາການສະຫະ
ລັດໃນອາຟຣິກາ ຫຼື AFRICOM ນັ້ນ.
ການໂຈມຕີຄັ້ງຫຼ້າສຸດ ໄດ້ມີຂຶ້ນໃນວັນອັງຄານສັບປະດານີ້ ໃນເຂດອ່າວໂຊມາເລຍ
ແລະໄດ້ທຳລາຍລົດຄັນນຶ່ງ ອີງຕາມເຈົ້າໜ້າທີ່ AFRICOM ທີ່ໄດ້ບອກວີໂອເອ.
ໃນວັນຈັນຜ່ານມານີ້ ທະຫານສະຫະລັດເວົ້າວ່າ ໄດ້ທຳການໂຈມຕີສອງຄັ້ງໃນໂຊມາ
ເລຍ ສັງຫານພວກຫົວຮຸນແຮງ al-Shabab ສີ່ຄົນ ເພື່ອປ້ອງກັນກຳລັງ ຂອງໂຊມາ
ເລຍ “ທີ່ພວມຕໍ່ສູ້ກັບພວກຫົວຮຸນແຮງ al-Shabab ຢູ່”.
AFRICOM ກ່າວວ່າ ການໂຈມຕີອີກຄັ້ງນຶ່ງ ຂອງສະຫະລັດ ໃນວັນອາທິດຜ່ານມາ ໄດ້ຂ້າ
ພວກ al-Shabab ຫົກຄົນ ຢູ່ໃກ້ໆກັບເມືອງ ດີໂຣ ຊານເລ ໃນເຂດ Lower Shabelle ແລະການໂຈມຕີ ໃນວັນທີ 2 ມັງກອນ ກໍໄດ້ສັງຫານພວກຫົວຮຸນແຮງ 10 ຄົນໃນເຂດດັ່ງ
ກ່າວ.