ການລົ້ມສະລາຍຂອງລັດຖະບານ ດາມັສກັສ ເຮັດໃຫ້ເກີດຄວາມເປັນຫ່ວງ ກ່ຽວກັບ ສິ່ງທີ່ຈະເກີດຂຶ້ນຕໍ່ໄປກັບກອງກໍາລັງ ສະຫະລັດ ໃນປະເທດທີ່ໄດ້ຮັບ ຜົນກະທົບຈາກສົງຄາມ, ຊຶ່ງໄດ້ເຮັດວຽກຮ່ວມກັນກັບພັນທະມິດ ເພື່ອປ້ອງກັນ ບໍ່ໃຫ້ກຸ່ມລັດອິສລາມກັບມາມີອຳນາດອີກ. ຄາລ໌ລາ ແບັບ ມີລາຍງານເພີ່ມເຕີມຈາກກະຊວງປ້ອງກັນປະເທດ, ເຊິ່ງພວກເຮົາຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ປະຊາຊົນ ຊີເຣຍ ໃນນະຄອນຫຼວງ ດາມັສກັສ ກຳລັງຕອບສະໜອງຕໍ່ໂລກ ທີ່ບໍ່ມີລະບອບການປົກຄອງຂອງ ອາຊາດ ຢູ່ໃນອຳນາດ ຊຶ່ງເປັນຄັ້ງທໍາອິດນັບ ຕັ້ງແຕ່ປີ 1971.
ລັດຖະມົນຕ່າງປະເທດຂອງ ສະຫະລັດ ອັນໂຕນີ ບລິງເກັນ
“ເປັນໄປບໍ່ໄດ້ທີ່ຈະບໍ່ຮູ້ສຶກຊາບຊຶ້ງໃຈກັບສາກແຫ່ງຄວາມຍິນດີ, ສາກແຫ່ງ ຄວາມໂລ່ງໃຈທີ່ອອກມາຈາກຊີເຣຍ. ການສິ້ນສຸດຂອງລະບອບການປົກຄອງນີ້ ຖືເປັນຄວາມພ່າຍແພ້ຂອງທຸກຄົນທີ່ສະໜັບສະໜູນຄວາມປ່າເຖື່ອນ ແລະການສໍ້ ລາດບັງຫຼວງຂອງລະບອບການປົກຄອງນີ້, ບໍ່ວ່າຈະເປັນອີຣ່ານ, ກຸ່ມເຮັສໂບລລາ ຫຼືຣັດເຊ. ດັ່ງນັ້ນ, ຊ່ວງເວລານີ້ຈຶ່ງເປັນໂອກາດຄັ້ງປະຫວັດສາດ, ແຕ່ກໍມີ ຄວາມສ່ຽງຢ່າງຫຼວງຫຼາຍເຊັ່ນກັນ.”
ຄວາມສ່ຽງທີ່ກອງກໍາລັງສະຫະລັດຕັ້ງໃຈຈະບັນເທົາໃນອາທິດນີ້ມີການໂຈມຕີ ເປົ້າໝາຍກຸ່ມໄອເອສ 75 ແຫ່ງໃນຊີເຣຍຕອນກາງ ດ້ວຍເຮືອບິນລົບ, ເຮືອ ບິນຖິ້ມລະເບີດ ບີ-52 ແລະເຮືອບິນລົບ ເອ-10. ການເຄື່ອນໄຫວດັ່ງກ່າວມີຈຸດ ປະສົງເພື່ອໃຫ້ແນ່ໃຈວ່າກຸ່ມກໍ່ການຮ້າຍຈະບໍ່ພະຍາຍາມສວຍໂອກາດຈາກສະ ຖານນະການ.
ໄມເກີນ ຣູບິນ, ສະຖາບັນວິສະຫະກິດແຫ່ງ ສະຫະລັດ
“ອັນຕະລາຍທີ່ແທ້ຈິງທີ່ຈະເກີດຂຶ້ນໃນອີກ 48 ຊົ່ວໂມງຂ້າງໜ້າຄື ຖ້າຫາກກຸ່ມ ໄອເອສຫຼົບໜີອອກຈາກຄ້າຍກັກຂັງທີ່ ອາລ ໂຮລ ໄດ້, ກໍອາດມີກຸ່ມກໍ່ການຮ້າຍ ແລະກຸ່ມຫົວຮຸນແຮງຫຼາຍພັນຄົນກະຈາຍຕົວບໍ່ພຽງແຕ່ໃນຊີເຣຍ ແລະຕາເວັນ ອອກກາງເທົ່ານັ້ນ, ແຕ່ຍັງຮວມເຖິງເຕີກີ ແລະຢູໂຣບອີກດ້ວຍ.”
ກອງທັບສະຫະລັດ ມີທະຫານປະມານ 900 ຄົນ ໃນຊີເຣຍ ເພື່ອຊ່ວຍໃຫ້ ກໍາລັງປະຊາທິປະໄຕຊີເຣຍ ປ້ອງກັນບໍ່ໃຫ້ກຸ່ມໄອເອສ ກັບມາມີອໍານາດອີກ, ໂດຍເຈົ້າໜ້າທີ່ລະບຸເຖິງຜົນປະໂຫຍດຫຼັກ 3 ປະການໃນຂະນະທີ່ລະບອບການ ປົກຄອງຂອງ ອາຊາດ ລົ້ມສະຫຼາຍແລ້ວ.
ໂຣເບີດ ວູດ, ຜູ້ແທນສໍາຮອງຂອງສະຫະລັດປະຈໍາສະຫະປະຊາຊາດ
“ທະຫານ ແລະບຸກຄະລາກອນຂອງພວກເຮົາທຸກຄົນໄດ້ຮັບການປົກປ້ອງ. ພວກເຮົາຕ້ອງການໃຫ້ແນ່ໃຈວ່າພັນທະມິດຂອງພວກເຮົາປອດໄພ ແລະໝັ້ນ ຄົງ. ພວກເຮົາຕ້ອງການໃຫ້ແນ່ໃຈວ່າ ຈະບໍ່ມີໄພພິບັດທາງມະນຸດສະທໍາ ເກີດຂຶ້ນ.”
ອະດີດປະທານາທິບໍດີທີ່ຖືກປົດຈາກຕໍາແໜ່ງໄດ້ໜີໄປນະຄອນຫຼວງ ມົສກູ. ບັນດານັກວິເຄາະເວົ້າວ່າການລົ້ມສະຫລາຍຂອງຊີເຣຍໄດ້ເຮັດໃຫ້ ຣັດເຊຍ ແລະອີຫຣ່ານ ອ່ອນແອລົງ.
ໄມເກີນ ຣູບິນ, ສະຖາບັນວິສະຫະກິດແຫ່ງອາເມຣິກາ
“ພວກເເຂົາສູນເສຍກຸ່ມເຮັສໂບລລາໄປ ຫຼືຢ່າງນ້ອຍກໍສູນເສຍຄວາມສາມາດ ໃນການສົ່ງສະບຽງໃຫ້ພວກເຂົາ. ພວກເຂົາສູນເສຍຊີເຣຍໄປ. ຄໍາຖາມຕອນນີ້ ຄືພວກເຂົາຈະຮັກສາການຄວບຄຸມກຸ່ມຮູຕີໄວ້ໄດ້ ຫຼືບໍ່ ຫຼືລັດອື່ນໆໃນພູມີພາກ ເຊັ່ນ ຊາອຸດີອາຣາເບຍ ຈະໄດ້ກິ່ນເລືອດໃນນໍ້າຫຼືບໍ່.”
ກະຊວງປ້ອງກັນປະເທດສະຫະລັດເວົ້າວ່າການສື່ສານກັບພັນທະມິດເປັນສິ່ງສໍາຄັນ, ທ່ານ ລອຍ ອອສຕິນ ລັດຖະມົນຕີປ້ອງກັນປະເທດສະຫະລັດ ໄດ້ເວົ້າກັບ ລັດຖະມົນຕີປ້ອງກັນປະເທດ ເຕີກີ ກ່ຽວກັບການພັດທະນາທີ່ກໍາລັງດໍາເນີນຢູ່. ພົນເອກ ເອຣິກ ຄູຣິນລາ, ຜູ້ບັນຊາການ ເຊັນຄອມ (CENTCOM) ແມ່ນຢູ່ໃນພູມີພາກນີ້. ລາວໄດ້ພົບປະກັບບັນດາພັນທະມິດໃນ ຈໍແດນ ເພື່ອຫາລືກ່ຽວກັບຊີເຣຍ ແລະເຈົ້າໜ້າທີ່ເວົ້າວ່າລາວວາງແຜນທີ່ຈະລົມກັບ ພັນທະມິດໃນພູມີພາກອື່ນໆໃນອີກບໍ່ພໍເທົ່າໃດມື້ຂ້າງໜ້ານີ້.
ອ່ານຂ່າວນີ້ເປັນພາສາອັງກິດ
The fall of Damascus has raised concerns about what’s next for U.S. troops based in the war-torn country, who have been working with allies to keep Islamic State from resurging.
Syrians in Damascus reacting to a world without the Assad regime in power, a first since 1971.
US Secretary of State Antony Blinken
“It's impossible not to be moved by the scenes of jubilation, the scenes of relief coming out of Syria.”
1:58 “The end of this regime is a defeat for all who enabled its barbarity and its corruption, none more than Iran, Hezbollah and Russia. So this moment presents a historic opportunity, but it also carries considerable risks.”
Risks that U.S. forces aimed to mitigate this week, striking 75 Islamic State targets in central Syria with fighter jets, B-52 bombers and A-10 combat aircraft. A move meant to ensure the terror group won’t try to take advantage of the situation.
Michael Rubin, American Enterprise Institute
“The real danger moving forward over the next 48 hours is that if the Islamic State escapes its prison camp at Al Hol, then you could have thousands of militants, thousands of extremists not only spreading across Syria and the Middle East, but also Turkey and Europe as well.”
The U.S. military has about 900 troops in Syria to help Syrian Democratic Forces prevent Islamic State from resurging, with officials stating three primary interests now that the Assad regime has fallen.
Robert Wood, US Alternate Representative to the UN
“Our soldiers and personnel and all are protected. We want to make sure that our allies are safe and secure. We want to make sure that there isn't a humanitarian catastrophe.”
The ousted former president has fled to Moscow. Analysts say the fall of Syria has weakened Russia, along with Iran.
Michael Rubin, American Enterprise Institute
“They've lost Hezbollah, or at least the ability to supply them. They've lost Syria.” // “The question now is whether they can keep their grip on the Houthis, or whether other states in the region, Saudi Arabia, for example, are going to smell blood in the water.”
The Pentagon says communication with allies is key. U.S. Secretary of Defense Lloyd Austin has spoken with his Turkish counterpart about the ongoing Syrian developments. CENTCOM commander General Erik Kurilla is in the region. He has met with Jordanian allies to discuss Syria and, officials say, he plans to speak with other regional allies in the coming days.
ຟໍຣັມສະແດງຄວາມຄິດເຫັນ