ສະມາຊິກສອງຄົນ ຂອງກຳລັງແນວໂຮມ ພາຍໃຕ້ການນຳພາໂດຍສະຫະລັດຢູ່ໃນ
ປະເທດຊີເຣຍ ຊຶ່ງເປັນຄົນອາເມຣິກັນນຶ່ງຄົນ ແລະອັງກິດອີກນຶ່ງຄົນໄດ້ ເສຍຊີວິດ
ຈາກລະເບີດແຄມທາງ ໃນຕອນແລງວັນພະຫັດທີ່ຜ່ານມາ ອີງຕາມພວກເຈົ້າໜ້າທີ່
ສະຫະລັດ. ອີກຫ້າຄົນໄດ້ຮັບບາດເຈັບ.
ເຈົ້າໜ້າທີ່ສະຫະລັດສອງຄົນທີ່ບໍ່ຂໍອອກຊື່ ກ່າວຕໍ່ອົງການຂ່າວຣອຍເຕີີ້ວ່າ ການໂຈມ
ຕີໄດ້ມີຂຶ້ນ ໃກ້ໆກັບເມຶອງແມນບິຈ ໃນພາກເໜືອຂອງຊີເຣຍ.
ຖະແຫຼງການໃນຂັ້ນຕົ້ນ ຂອງກອງທັບສະຫະລັດ ບໍ່ໄດ້ແຈ້ງໃຫ້ຊາບວ່າ ການໂຈມຕີ
ໄດ້ເກີດຂຶ້ນຢູ່ໃສ ແລະບໍ່ໄດ້ເປີດເຜິຍຊື່ ແລະສັນຊາດຂອງບັນດາຜູ້ເຄາະຮ້າຍ ໂດຍ
ກ່າວພຽງແຕ່ວ່າ ເຂົາເຈົ້າໄດ້ເປັນສະມາຊິກຂອງກຳລັງແນວໂຮມ.
ໂຄສົກຂອງກອງທັບສະຫະລັດ ພັນເອກຣາຍອັນ ດິລລຽນ ບໍ່ໄດ້ກ່າວໂດຍທັນທີວ່າ
ໃຜເປັນຜູ້ຮັບຜິດຊອບຕໍ່ການໂຈມຕີ ແຕ່ໄດ້ກ່າວເພີ້ມວ່າ “ພວກເຮົາໄດ້ຊັ່ງຊາໃນຂັ້ນ
ຕົ້ນ ແລະຄິດກ່ຽວກັບເລື່ອງນີ້ ແຕ່ພວກເຮົາຈະບໍ່ບອກໃຫ້ຊາບຈົນກວ່າການສືບສວນ
ເສັດສິ້ນລົງ.”
ກະຊວງປ້ອງກັນປະເທດອັງກິດຢືນຢັນກ່ຽວກັບການຕາຍຂອງບຸກຄົນທີສອງ ທີ່ມາ
ຈາກພາຍໃນຖັນແຖວ ກອງທັບຂອງຕົນ. ໂຄສົກກະຊວງປ້ອງກັນປະເທດກ່າວວ່າ ສະມາຊິກທະຫານອັງກິດ ໄດ້ຢູ່ກັບກຳລັງທະຫານສະຫະລັດໃນເວລາມີການໂຈມຕີ
ແລະກ່າວວ່າ ກຳລັງແນວໂຮມພວມທຳການປະຕິບັດງານຕໍ່ຕ້ານກຸ່ມລັດອິສລາມ.
ການໂຈມຕີຢູ່ໃກ້ເມືອງແມນບິຈ ອະດີດທີ່ໝັ້ນອັນແຂງແຮງຂອງກຸ່ມລັດອິສລາມ
ບ່ອນທີ່ກຳລັງສະຫະລັດຕັ້ງຢູ່່ນັ້ນ ໄດ້ເກີດຂື້ນນຶ່ງມື້ ຫຼັງຈາກປະທານາທິບໍດີສະຫະລັດ
ທ່ານດໍຣໂນລ ທຣໍາ ກ່າວວ່າ ທ່ານຈະຖອນກຳລັງທະຫານສະຫະລັດ ໃນອະນາຄົດ
ອັນໃກ້ໆນີ້.
ປະທານາທິບໍດີດໍໂນລ ທຣໍາ ໄດ້ກ່າວຢູ່ໃນຄຳປາໄສ ທີ່ລັດໂອຮາຍໂອ ໃນພາກກາງ
ຂອງສະຫະລັດໂດຍບໍ່ໄດ້ໃຫ້ລາຍລະອຽດໃດໆວ່າ “ພວກເຮົາຈະຖອນອອກຈາກຊີ
ເຣຍ ຄືໃນບໍ່ຊ້ານີ້. ບັດນີ້ປ່ອຍໃຫ້ຄົນອື່ນເປັນຜູ້ກຳກັບ. ໃນບໍ່ຊ້າ ໃນບໍ່ຊ້ານີ້ພວກ
ເຮົາຈະຖອນອອກໄປ.”
ເຈົ້າໜ້າທີ່ປ້ອງກັນປະເທດສະຫະລັດຄົນນຶ່ງກ່າວວ່າ ເຖິງຢ່າງໃດກໍດີ ການປະ ຕິບັດ
ງານຂອງສະຫະລັດຢູ່ໃນຊີເຣຍຍັງຈະບໍ່ມີການປ່ຽນແປງ ແລະກ່າວຕື່ມວ່າກຳລັງທະ
ຫານສະລັດຢູ່ທີ່ນັ້ນ ເພື່ອເອົາຊະນະກຸ່ມ IS.
ສະຫະລັດມີກຳລັງທະຫານຫຼາຍກວ່າ 2000 ຄົນ ໃນຊີເຣຍ 60 ຄົນໄດ້ເສຍຊີວິດ ນັບ
ແຕ່ການໂຈມຕີເພື່ອທຳລາຍກຸ່ມ IS ໄດ້ເລີ້ມຂື້ນໃນນປີ 2014.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ