ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ປະຊາຄົມ ທັງສອງຟາກ ກຳແພງ ສ​ຫລ ກັບ ເມັກຊິກໂກ ມີປະຕິກິລິຍາ ຕໍ່ການມີໜ້າ ​ຂອງ ທະ​ຫານ ສ​ຫລ ທີ່ຊາຍແດນ


Many Residents of Border Communities Say Extra Troops Unnecessary
please wait

No media source currently available

0:00 0:02:29 0:00

ພາຍໃນທ້າຍອາທິດນີ້ ພວກທະຫານຫຼາຍກວ່າ 5,200 ຄົນຈະຖືກສົ່ງ ໄປປະຈຳການ ຢູ່ຊາຍແດນທາງພາກຕາເວັນຕົກສຽງໃຕ້ ຂອງສະຫະລັດ ກັບ ເມັກຊິກໂກ ຍ້ອນໄດ້ມີ
ການຄາດຄະເນວ່າ ພວກກອງຄາລະວານຄົນເຂົ້າເມືອງ ຈາກອາເມຣິກາກາງ ກຳລັງ
ເດີນທາງມຸ້ງໜ້າ ມາທາງເໜືອ. ການໄປມີໜ້າຂອງ ພວກທະຫານດັ່ງກ່າວພວມດຶງດູດ
ເອົາປະຕິກິລິຍາຂອງທັງພວກທີ່ອາໄສຢູ່ແລະພວກເຮັດວຽກເຮັດການຢູ່ໃນປະຊາຄົມ
ແຖບຊາຍແດນທັງສອງກໍ້າຂອງກຳແພງ ດັ່ງກ່າວ. ນັກຂ່າວຂອງວີໂອເອ ເອລີຊາເບັດ
ລີ ສົ່ງລາຍງານເລື້ອງນີ້ ມາຈາກ ແຊນດິເອໂກ ລັດຄາລີຟໍເນຍ ດັ່ງສາລີຈະສະເໜີທ່ານ ໃນອັນດັບຕໍ່ໄປ.

ປະຊາຄົມ ແຊນ ອີຊີໂດຣ ເປັນບ້ານເຮືອນຂອງພວກຜູ້ຄົນ ທີ່ມີ​ການຂ້າມ ຊາຍແດນ
ໄປມາຫຼາຍ​ທີ່​ສຸດ ຢູ່ທາງຊີກໂລກຕາເວັນຕົກ.

ນາງ ໂຣຊີ ເລີມາ ທີ່ເຮັດວຽກຢູ່ໃນຮ້ານອາຫານແຫ່ງນຶ່ງເວົ້າວ່າ:

ພວກນັກທ່ອງທ່ຽວທີ່ມາຈາກ ທີຮົວນາ ພວກ ຜູ້ຄົນທີ່ພາກັນມາເຮັດວຽກ ຈາກ ທີຮົວ
ນາ ແຕ່ວ່າພວກເຂົາເຈົ້າ ມີເອກະສານ ຖືກຕ້ອງ.”

ຢູ່ບ່ອນຂ້າມຊາຍແດນອີກແຫ່ງນຶ່ງຫ່າງອອກໄປ 15 ນາທີ ກໍຈະເຫັນນາງໂຣຊີ ເຮັດ
ວຽກຢູ່ຮ້ານອາຫານແຫ່ງນີ້ ທີ່ເມືອງ ມີ ແຣນຊີໂຕ. ນາງເວົ້າວ່າ:

“ແມ່ນ ຂ້ອຍມີຄອບຄົວຢູ່ ທີຮົວນາ. ແມ່ຂ້ອຍ ຢູ່ຫັ້ນ. ຂ້ອຍໄປຫາແມ່ຂ້ອຍອາທິດລະ
ສອງເທື່ອ. ເພິ່ນບໍ່ສະບາຍແລະກໍເຖົ້າ ແລ້ວ.

ເວລາລາວໄດ້ຍິນຂ່າວວ່າ ຈະມີທະຫານໄປຢູ່ຊາຍແດນ ທາງພາກຕາເວັນຕົກ ສຽງ
ໃຕ້ 5,200 ຄົນ ລາວກໍເວົ້າວ່າ ລາວບໍ່ເຫັນວ່າມີເຫດຜົນອັນໃດ ເພາະວ່າ ຢູ່ຫັ້ນບໍ່ມີ
ຫຍັງເກີດຂຶ້ນ. ພວກເຮົາບໍ່ເຫັນວ່າມີຫຍັງຜິດກົດໝາຍ ຫຼືມີອັນໃດທີ່ບໍ່ ດີເກີດຂຶ້ນຢູ່ໜີ້.

ເຫດຜົນສຳລັບພວກທະຫານດັ່ງກ່າວກໍຄື ກອງຄາລະວານຂອງພວກຍ້າຍຖິ່ນ ຖານ ທີ່ມາຈາກອາເມຣິກາກາງ ທີ່ກຳລັງເດີນທາງມຸ້ງໜ້າຂຶ້ນມາທິດເໜືອ. ປະທານາທິດີ
ທຣຳ ກ່າວວ່າ ສະມາຊິກຂອງພວກແກັ່ງ ກັບພວກ “ຄົນບໍ່ດີ” ແມ່ນປະປົນຢູ່ໃນຂະ
ບວນຄົນພວກນັ້ນ ທັງໄດ້ບັນລະຍາຍກອງຄາລະວານດັ່ງ ກ່າວວ່າ ເປັນການ “ຮຸກ
ຮານ” ສະຫະລັດ.

ທ່ານ ເຄວິນ ມັກຄາລີນັນ ຫົວໜ້າດ່ານພາສີແລະກວດຄົນເຂົ້າເມືອງກ່າວວ່າ:

”ເຖິງຢ່າງໃດກໍດີ ອີງຕາມຈຳນວນທີ່ໃຫຍ່ຫຼວງຂອງກອງຄາລະວານດັ່ງກ່າວ ຊຶ່ງ
ອາດຈະມາເຖິງ ຊາຍແດນນັ້ນ ທາງກະຊວງຮັກສາຄວາມປອດໄພແຫ່ງຊາດ ຈຶ່ງ
ຕ້ອງໄດ້ຂໍ ຄວາມຊ່ອຍເຫຼືອຕື່ມ ຈາກກະຊວງປ້ອງກັນປະເທດ.”

ທ່ານອັງຣິເກ ໂມໂຣນ ຜູ້ກໍ່ຕັ້ງອົງການ​ Border Angels ກ່າວວ່າ:

“ ມັນເປັນການສົ່ງສານ ສະແດງໃຫ້ເຫັນເຖິງ ຄວາມກຽດຊັງ. ພວກເຮົາບໍ່ຕົກຢູ່
ໃນພາວະສົງຄາມ. ສອງປະເທດນີ້ ບໍ່ໄດ້ ເຮັດສົງຄາມກັນ.

ສ່ວນທ່ານ ເຮຊຸສ ເວລາສໂກ​ ນັກທ່ອງທ່ຽວຊາວເມັກຊິກໂກກໍກ່າວວ່າ:

“ຂ້າພະເຈົ້າບໍ່ຄິດວ່າ ໝົດທຸກຄົນທີ່ມານຳຂະບວນພວກຍົກຍ້າຍຖິ່ນຖານນັ້ນ
ຈະເປັນຄົນຊົ່ວໝົດ. ພວກເຂົາເຈົ້າພາກັນສະແຫວງຫາຄວາມຝັນຂອງອາເມ
ຣິກັນ ຄວາມໝັ້ນຄົງ ກວ່າເກົ່າ ເວົ້າອີກຢ່າງນຶ່ງກໍຄື ຊີວິດທີ່ດີກວ່າເກົ່າ.”

ພວກອົງການຕ່າງໆທີ່ຊ່ອຍເຫຼືອຄົນເຂົ້າເມືອງ ພວມພາກັນຕຽມພ້ອມໄວ້ ຖ້າວ່າພວກກຸ່ມຄາລາວານຈະມາເຖິງທີ່ນີ້ແທ້.

ທ່ານ ອັງຣິເກເວົ້າຕື່ມວ່າ “ພວກເຮົາໝົດທຸກຄົນຢູ່ໃນທ່າຕຽມພ້ອມສະເໝີ ໃນ

ເມື່ອຮູ້ສຶກວ່າ ມັນອາດຈະເກີດຂຶ້ນ.”

ສູນກາງ The Christ United Methodist Ministry Center ໄດ້ຈັດຫາທີ່ຢູ່
ອາໄສຊົ່ວຄາວໃຫ້ແລ້ວ ຈັດຫາເຄື່ອງນຸ່ງຫົ່ມ ແລະອາຫານການກິນໃຫ້ ສຳລັບ
ບາງຄົນ ຜູ້ທີ່ໄດ້ຖືກຢຸດຢັ້ງໄວ້ ໂດຍພວກລາດຕະເວນຊາຍແດນ ແລະພວກທີ່
ກຳລັງເຮັດເຈ້ຍເຮັດສໍ ແລະພວກຖືກປ່ອຍເຂົ້າມາຍັງ ສະຫະລັດ.

ນາງເມລິສຊາ ວິລລຽມສັນ ຜູ້ອາສາສະໝັກຊ່ອຍວຽກຄົນນຶ່ງກ່າວວ່າ:

“ພວກເຂົາເຈົ້າເປັນຄົນຖືກຄວບຄຸມໂຕ ທີ່ມີປ້ອງ ຂາໃສ່ໄວ້ ເພື່ອຕິດຕາມໂຕ. ພວກເຂົາເຈົ້າບໍ່ມີເງິນ ເພາະສະນັ້ນຄົນພວກນີ້ ສ່ວນຫຼາຍຈະບໍ່ມີຊ່ອງທາງທີ່
ຈະໄປໃສມາໃສໄດ້. ພວກເຂົາເຈົ້າກຳລັງລໍຖ້າ ທີ່ຈະຕິດຕໍ່ກັບຍາດພີ່ນ້ອງ ຜູ້ທີ່
ກຳລັງພະຍາຍາມທີ່ຈະຊື້ປີ້ມາໃຫ້ພວກເຂົາເຈົ້າ.

ແລ໊ະ ນັ້ນບໍ ຄືປະຕິກິລິຍາຂອງຜູ້ອາສາສະໝັກ ຕໍ່ການມີທະຫານຫຼາຍຂຶ້ນຢູ່
ຊາຍແດນ? ແລ້ວນາງ ເມລິສຊາ ກໍກ່າວຕື່ມວ່າ: “ຂ້າພະກໍເປັນຜູ້ນຶ່ງທີ່ປ່ອນບັດ. ຂ້າພະເຈົ້າກໍມີອຳນາດ ໂດຍຜ່ານຄະແນນ ສຽງຂອງຂ້າພະເຈົ້າ ແລະຜູ້ອື່ນໆກໍ
ຄືກັນ.”

ການມີໜ້າຂອງພວກທະຫານ ພຽງແຕ່ຈະສະໜັບສະໜູນພວກລາດຕະເວນ
ຊາຍແດນຊື່ໆ ໂດຍມີໜ້າທີ່ ເຊັ່ນວາງແຜນສະໜັບສະໜູນ ດ້ານສຸຂະພາບ ແລະ
ການກໍ່ສ້າງບ່ອນຢູ່ອາໄສຊົ່ວຄາວເທົ່ານັ້ນ.

By the end of the week, more than 5,200 soldiers will be deployed to the southwestern border of the U.S. and Mexico in anticipation of a caravan of migrants from Central America heading northward. The military presence is drawing reaction from those who live and work in border communities on both sides of the fence. VOA'S Elizabeth Lee reports from San Diego, California]]

The community of San Ysidro is home of the busiest land border crossing in the Western Hemisphere.

"Tourist coming from Tijuana, people who come to work from Tijuana, but they have papers."

Fifteen minutes away at another border crossing, Rosi Lerma can be found working at this restuarant...Mi Ranchito

"Yeah, I have family in Tijuana. My mom is there. Yeah. I go to see my mom twice a week. She's kind of sick and old."

When she heard news of more than 5,200 troops coming to the southwest border…

"I don't see the point in that because nothing happens here. // We don't see illegals or bad things happening here."

The reason for the troops is the caravan of Central American migrants making their way northward. President Trump says gang members and "bad people" are mixed in with the caravan and described it as an "invasion" of the U.S.

"Due to the large size of the potential caravans that may arrive at the border however, the Department of Homeland Security has further requested the support of the Department of Defense."

"It's really a message of hate. We're not at war. These two countries are not at war."

"I don't think that all those who are coming on the caravan are bad. They're looking for the American dream, more stability, in other words, a better life."

Organizations that help migrants are preparing if the caravan comes here.

"We're all on high alert realizing that this could happen."

The Christ United Methodist Ministry Center is already providing temporary shelter, clothing and food for some of the people who have been stopped by border patrol, processed and released into the U.S.

"They are detainees that are being tracked by ankle bracelets. They don't have money so a lot of them don't have a means to go anywhere. They're waiting to get communication with their family members who are trying to purchase tickets for them.

And, that volunteer's reaction to more troops at the border?...

"I'm a voter. I have a power through that vote and everyone else does too."

The military presence will only be able to support border patrol with duties such as planning medical support and any construction of temporary housing.








XS
SM
MD
LG