ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປ. ໄບ​ເດັນ ​ລະ​ນຶກ​ເຖິງ​ ທະ​ຫານ​ສະ​ຫຼະ​ຊີ​ບ​ໃນ​ສະ​ໜາມ​ລົບ ໂດຍ​ການ​ຮຽກ​ຮ້ອງໃຫ້​ຈື່​ຈຳ​ທະ​ຫານ​ ທີ່​ໄດ້​ສະ​ຫລະ​ຊີ​ວິດ​ໄປ

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນໄດ້​ໄປ​ເຖິງ​ສຸ​ສານ​ແຫ່ງ​ຊາດອາ​ລິງ​ຕັນ ພ້ອມ​ກັບຮອງ​ປະ​ທາ​ນາ​ທິ​ບໍ​ດີຄາ​ມາ​ລາ ແຮ​ຣີ​ສ ແລະລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດລອຍ ອອ​ສ​ຕິນ ເພື່ອ​ວາງ​ພວງ​ມາ​ລາ ໃສ່​ຂຸ​ມ​ຝັງສົ​ບ ຂອງ​ນັກ​ລົບ​ນີ​ລະ​ນາມ ໃນ​ວັນ Memorial Day ໃນວັນ​ທີ 30 ພຶດ​ສະ​ພາ 2022

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ໄດ້​ເຂົ້າ​ຮ່ວ​ມ​ພິ​ທີໃນ​ວັນ​ລະ​ນຶກ​ເຖິງ​ພວກ​ທະ​ຫານ ​ທີ່ສະ​ຫລະ​ຊີບຢູ່​ສະ​ໜາມ​ລົບ ຫລື Memorial Day ຢູທີ່ສຸສານ ແຫ່ງຊາດອາ​ລິງ​ຕັນໃນ ວັນຈັນວານນີ້ ໂດຍເອີ້ນມັນເປັນ "ພິທີກຳອັນ ສັກສິດ" ເພື່ອສະທ້ອນ ແລະລະນຶກເຖິງການເສຍສະຫຼະຂອງຜູ້ຊາຍ ແລະແມ່ຍິງທີ່ເສຍຊີວິດ ໄປໃນຂະນະທີ່ ຮັບໃຊ້ຢູ່​ໃນ​ກອງ​ທັບຂອງປະເທດ.

"ມື້ນີ້ພວກເຮົາຂໍ​ກ່າວຄໍາປະຕິຍານ ທີ່ຂວັນ​ຫາຍຂອງພວກເຮົາຄືນ​ອີກ. ເປັນ​ຄຳ​ປະ​ຕິ​ຍານ​ທີ່​ງ່າຍ​ດາຍ. ເພື່ອຈື່ຈຳ ໄວ້," ທ່ານກ່າວ​ຕໍ່​ຢູ່​ບ່ອນທີ່ສະມາຊິກຄອບຄົວຂອງພະນັກງານທະຫານທີ່ເສຍ​ຊີ​ວິດ​ໄປ​ເຕົ້າ​ໂຮມ​ກັນຢູ່.

ໃນສະຫະລັດ, ວັນຈັນສຸດທ້າຍຂອງເດືອນພຶດສະພາແມ່ນຖືເປັນວັນ Memorial ເປັນວັນທີ່ໃຫ້ກຽດແກ່ສະມາຊິກ ນັກລົບທີ່ເສຍຊີວິດໃນ ຂະນະທີ່ຮັບ​ໃຊ້ຢູ່ໃນກອງ ທັບ. ຊາວ​ອາ​ເມ​ຣິ​ກັນ​ຫຼາຍ​ຄົນ​ພາກັນ​ລະນຶກ​ເຖິງວັນ​ພັກ​ລັດ ຖະບານ​ກາງທີ່​ວ່ານີ້ ​ໂດຍ​ການ​ໄປ​ຢ້ຽມ​ຊົມ​ອະນຸສອນ​ສະຖານ​ເພື່ອ​ລະ​ນຶກ​ເຖິງ​ສົງຄາມປາງ​ຕ່າງໆ ຫຼື​ບໍ່​ກໍ​ໄປສຸສານ​ ​ແລະ​ວາງ​ພວງ​ມາ​ລາ​ໃສ່​ຂຸມຝັງ​ສົບ.

ທ່ານໄບ​ເດັນກ່າວ​ວ່າ ມື້​ນີ້​ຍັງ​ເປັນ​ວັນ​ຄົບຮອບ 7 ປີ ​ແຫ່ງ​ການ​ເສຍ​ຊີວິດ​ຂອງ​ລູກ​ຊາຍ​ຂອງ​ທ່ານ ກໍ​ຄື​ທ່ານໂບ ໄບ​ເດັນ, ນັກ​ລົບ​ເກົ່າ. ທ່ານໄບ​ເດັນກ່າວວ່າ ເຖິງແມ່ນວ່າທ່ານ​ໂບ ໄບ​ເດັນ ໄດ້ເສຍຊີວິດໄປຍ້ອນໂຣກມະເຮັງ ບໍ່ແມ່ນ ຢູ່ໃນຫນ້າທີ່ກໍ​ຕາມ “ຂ້າພະເຈົ້າໄດ້ເຫັນລາວໃນວັນເມມ​ໂມ​ຣຽວ (Memorial) ສະ​ເໝີ."

ທະຫານສະຫະລັດໄດ້ຕໍ່ສູ້ເພື່ອປະຊາທິປະໄຕ -ຊຶ່ງ​ເປັນສາເຫດທີ່ "ຕ້ອງການຄວາມ​ເອົາ​ຊະ​ນະ ຫລືແຊ້ມ" ສະ ເຫມີ, ໂດຍກ່າວວ່າ ມັນເປັນການຕໍ່ສູ້ຢ່າງຕໍ່ເນື່ອງ ແລະຖືກໂຈມຕີຢູ່ໃນຢູເຄຣນ.”

ທ່ານ​ກ່າວ​ວ່າ "ມື້ນີ້, ໃນການຕໍ່ສູ້ທີ່ຍາວນານເພື່ອປະຊາທິປະໄຕ ແລະເສລີ ພາບ, ຢູເຄຣນ ແລະປະຊາຊົນ ຂອງຕົນແມ່ນຢູ່ແຖວຫນ້າຂອງການຕໍ່ສູ້ເພື່ອ ຊ່ວຍກອບ​ກູ້ປະເທດຊາດຂອງເຂົາເຈົ້າ. ແຕ່ການຕໍ່ສູ້ຂອງພວກ ເຂົາເຈົ້າແມ່ນ ສ່ວນນຶ່ງຂອງການຕໍ່ສູ້ທີ່ໃຫຍ່ກວ່າ ທີ່ລວມເອົາ​ຄວາມ​ສາ​ມັກ​ຄີຂອງປະຊາຊົນ ທັງຫມົດ ... ແລະ ການຕໍ່​ສູ້​ລະ​ຫວ່າງປະ​ຊາ​ທິ​ປະ​ໄຕ ແລະຜະ​ເດັດ​ການ."

ທ່ານ Tim Chambers, ທະ​ຫານ​ມາ​ຣິນ​ໂອບກອດຜູ້​ທີ່​ເຂົ້າ​ຮ່ວມຂະ​ບວນ​ຂີ່​ລົດ​ຈັກ "Rolling to Remember" ໃນ​ວັນ​ທີ 29 ພຶດ​ສະ​ພາ, 2022. ພວກ​ຈັດ​ຕັ້ງ​ຂະ​ບວນ​ລົດ​ນີ້ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ ແມ່ນ​ຢາກຍົກ​ສູງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ບັນ​ຫາທີ່​ນັກ​ລົບ​ເກົ່າ​ປະ​ເຊີນ​ຢູ່ ເຊັ່ນ​ການ​ຂ້າ​ໂຕ​ຕາຍ​ຂອງ​ນັກ​ລົບ​ເກົ່າ.

ໃນຂະນະທີ່ຢູ່ສຸສານນັ້ນ, ປະທານາທິບໍດີໄບ​ເດັນ ແລະຮອງປະທານາທິບໍດີຄາ​ມາ​ລາ ແຮ​ຣີ​ສ ຍັງໄດ້ວາງພວງ ມາລາຢູ່ສຸສານຂອງທະ​ຫານ​ນີ​ລະ​ນາມ ເພື່ອ ເປັນກຽດແກ່ສະມາຊິກແກ່​ນັກ​ລົ​ບ ທີ່ເສຍຊີວິດໃນປາງສົງຄາມ ແຕ່ກະ​ດູກ​ຂອງ​ເຂົາ​ເຈົ້າບໍ່ສາ​ມາດລະບຸໄດ້.

ໃນນະ​ຄອນ​ຫລວງວໍຊິງຕັນນັ້ນ ຂະບວນແຫ່ໃນວັນ Memorial Day ໄດ້ກັບ ຄືນມາໃນວັນຈັນຢູ່​ຕາມຖະຫນົນ ຄອນຕີຕຸຍເຊິນ (Constitution Avenue), ຫລັງຈາກທີ່ຫາຍໄປເປັນເວລາສອງປີຍ້ອນການລະບາດຢ່າງ​ໜັກ​ຂອງ​ພະ​ຍາດ.

ພວກຂັບຂີ່ລົດຈັກໄດ້ເປັນຈຸດເດັ່ນ​ສະ​ເໝີ​ມາ​ຂອງການສະເຫຼີມສະຫຼອງວັນ Memorial ໃນນະຄອນຫຼວງແຫ່ງນີ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG