ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫໍພິພິທະພັນ ປະຫວັດສາດ ການແພດ ໃນສະຫະລັດ (ວີດິໂອ 2 ເລື້ອງ)


Siamese twins ຫລື ຝາແຝດສະຫຍາມ ທີ່ຕິດກັນຢູ່ໜ້າເອິກ ກໍເປັນສິ່ງນຶ່ງ ທີ່ວາງສະແດງ ຢູ່ຫໍພິພິດທະພັນສຸຂະພາບ ແລະ ການແພດແຫ່ງຊາດ ສະຫະລັດ.
Siamese twins ຫລື ຝາແຝດສະຫຍາມ ທີ່ຕິດກັນຢູ່ໜ້າເອິກ ກໍເປັນສິ່ງນຶ່ງ ທີ່ວາງສະແດງ ຢູ່ຫໍພິພິດທະພັນສຸຂະພາບ ແລະ ການແພດແຫ່ງຊາດ ສະຫະລັດ.

ອັນດັບຕໍ່ໄປພວກເຮົາຂໍສະເໜີ ສາລະຄະດີກ່ຽວກັບອາເມຣິ
ກາຂອງພະແນກພາສາອັງກິດພິເສດ ຫລື Special English ກ່ຽວກັບຫໍພິພິທະພັນປະຫວັດສາດການແພດໃນສະຫະລັດ.

ນຶ່ງໃນບັນດາຫໍພິພິທະພັນທີ່ເກົ່າແກ່ທີ່ສຸດຂອງອາເມຣິກາ
ແມ່ນຫໍພິພິດທະພັນສຸຂະພາບ ແລະການແພດແຫ່ງຊາດ ຊຶ່ງ
ຕັ້ງຢູ່ໃກ້ໆນະຄອນຫລວງວໍຊິງຕັນ ແລະໄຂຂຶ້ນເມື່ອ 150 ປີ
ກ່ອນໜ້ານີ້ ໂດຍມີຊື່ວ່າ ພິພິທະພັນທາງການແພດຂອງກອງ
ທັບ ໃນຊ່ວງສົງຄາມກາງ ເມືອງ. ມາບັດນີ້ ພິພິທະພັນດັ່ງກ່າວ
ໄດ້ມີອາຄານໃໝ່ຫລັງນຶ່ງ ທີ່ເກັບເຄື່ອງສະສົມຕ່າງໆໄວ້. ທ່ານ
Jim Curley ທີ່ເປັນຜູ້ຈັດແຈງສິ່ງຂອງທາງປະຫວັດສາດ
ຕ່າງໆ ເຊັ່ນ ກ້ອງຈຸນ ລະທັດຈາກສະໄໝຊຸມປີ 1860 ນັ້ນ ກ່າວວ່າ:

ທ່ານ Jim Curley ເວົ້າວ່າ “ສິ່ງທີ່ຂ້າພະເຈົ້າເຫັນວ່າ ມັນສໍາຄັນຫລາຍທີ່ສຸດກໍຄື
ບໍ່ວ່າຈະເປັນສິ່ງໃດ, ສິ່ງຂອງແຕ່ລະອັນແມ່ນມີເລື້ອງລາວຄວາມເປັນມາ ທີ່ເປັນ ເອກະລັກ ແລະໜ້າສົນໃຈໃນໂຕມັນເອງ ແລະນັ້ນເປັນໂອກາດທີ່ດີເລີດອັນນຶ່ງ ຢູ່ໃນວຽກງານຂອງຂ້ອຍ ຄືຂ້ອຍສາມາດທີ່ຈະຄົ້ນຄວ້າ ສິ່ງຕ່າງໆເຫລົ່ານີ້.”


ເບິ່ງວີດິໂອເພື່ອຮຽນພາສາອັງກິດ:


ຫໍພິພິທະພັນດັ່ງກ່າວ ແມ່ນເປັນທີ່ນິຍົມກັນຫລາຍໃນກຸ່ມເດັກນັກຮຽນ ແລະພະນັກງານ ການແພດ. ພວກເຂົາເຈົ້າສາມາດທີ່ຈະເບິ່ງຮ່າງກາຍຂອງຄົນ ຢູ່ໃກ້ໆໄດ້ - ເຊັ່ນ ຂາທີ່ ໃຄ່ພອງຍ້ອນພະຍາດຕີນຊ້າງ. ຫໍພິພິທະພັນແຫ່ງນີ້ມີສິ່ງຂອງຢູ່ 25 ລ້ານອັນ ລວມທັງ ຮ່າງກະດູກຫລາຍກວ່າ 5 ພັນຊຸດ. ທ່ານ Tim Clark ຊຶ່ງເປັນຮອງອໍານວຍການຫໍພິ ພິທະພັນດັ່ງກ່າວ ໃຫ້ຄໍາເຫັນວ່າ:

ທ່ານ Tim Clark ອະທິບາຍວ່າ: “ຮ່າງກະດູກນີ້ແມ່ນກະດູກຂອງນຶ່ງໃນບັນດາສັດຈຸທໍາອິດທີ່ພວກເຮົາສົ່ງຂຶ້ນ
ໄປອາວະກາດ. Abel ເປັນລີງ rhesus ໂຕແມ່ ທີ່ໄດ້ຂຶ້ນບິນ ໄປເທິງອາ
ກາດ ເປັນໄລຍະສັ້ນໆ ໃນປີ 1959.”


ສິ່ງຂອງບາງອັນ ໄດ້ຖືກນໍາໃຊ້ເຂົ້າໃນການຄົ້ນຄວ້າທາງການແພດໂດຍກອງທັບ ລວມທັງ ກະສຸນປືນ ທີ່ໃຊ້ຍິງປະທານາທິບໍດີ Abraham Lincoln ໃນປີ 1865. ທ່ານ Tim Clark ເວົ້າວ່າ ຫໍພິພິທະພັນດັ່ງກ່າວ ສອນໃຫ້ພວກຜູ້ຊົມ ຮູ້ຈັກກ່ຽວກັບການຄົ້ນພົບທາງ ການແພດຂອງທະຫານ.

ທ່ານ Tim Clark ເວົ້າວ່າ “ມັນແມ່ນບົດຮຽນ ທີ່ຖອດຖອນມາຈາກສະໜາມລົບ ທີ່ສິດ ສອນພວກນາຍແພດ ແລະນາຍໝໍຜ່າຕັດ ລຸ້ນຕໍ່ໄປ ໃນສະໄໝນັ້ນ ໃນຂະນະທີ່ວິທະຍາ ສາດທາງການແພດ ກໍາລັງມີວິວັດທະນາການຢ່າງວ່ອງໄວ.”

ທາງດ້ານທ່ານນາງ Andrea Schierkolk ຜູ້ຈັດການຝ່າຍໂຄງການສາທາລະນະຂອງ ຫໍພິພິທະພັນ ກ່າວເຖິງການວາງສະແດງກ່ຽວກັບການບາດເຈັບທາງສະໝອງວ່າ:

ທ່ານນາງ Andrea Schierkolk ເວົ້າວ່າ:
“ສິ່ງທີ່ພວກເຮົາເຫັນຢູ່ນີ້ ແມ່ນການບາດເຈັບ ທາງສະໝອງ ທີ່ເກີດຂຶ້ນຢູ່ຄົນລະ ເບື້ອງກັບບ່ອນທີ່ຖືກກະທົບ. ນີ້ຄືສິ່ງທີ່ພວກເຮົາຢາກຈະເນັ້ນໃຫ້ເຫັນ ໂດຍຜ່ານ ຕົວຢ່າງສະໝອງໂຕຈິງ ທີ່ສະແດງໃຫ້ເຫັນການບາດເຈັບເຫລົ່ານີ້ ເພື່ອວ່າຜູ້ຄົນ ຈະສາມາດເຂົ້າໃຈແບບວາດພາບເຫັນ ສິ່ງທີ່ເປັນໄປຢູ່ໃນສະໝອງ ແລະຮູ້ວ່າ ມັນປ່ຽນແປງໄປແນວໃດ ແລະເປັນຫຍັງພວກເຮົາຈຶ່ງມີບັນຫາ ທາງການປະພຶດ ແລະ ການປະຕິບັດງານຂອງສະໝອງ ທີ່ເປັນຜົນສືບເນື່ອງມາຈາກບາດແຜ ເຫລົ່ານັ້ນ.”

ວັດຖຸປະສົງຂອງຫໍພິພິດທະພັນດັ່ງກ່າວ ກໍແມ່ນພະຍາຍາມສົ່ງເສີມຄວາມເຂົ້າໃຈກ່ຽວ ກັບການແພດ-ທັງໃນອະດີດ, ປັດຈຸບັນ ແລະໃນອານາຄົດ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້ເປັນພາສາອັງກິດ:


XS
SM
MD
LG