ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໗ ມິຖຸນາ ໒໐໒໓

ທະຫານ ນາວິກະໂຍທິນ ສຫລ ກັບຄືນໄປ ແຂວງແຮລແມນດ໌ ອີກ


ທະຫານນາວິກະໂຍທິນ ສຫລ ໃນລະຫວ່າງພິທີ ໂອນອຳນາດ ທີ່ຄ້າຍ Shorab ໃນແຂວງ Helmand ອັຟການກິສຖານ. (29 ເມສາ 2017)

ທະຫານ​ນາວິກະ​ໂຍທິນ​ສະຫະລັດ ​ໄດ້​ກັບ​ຄືນ​ໄປ​ປະຕິບັດ​ໜ້າ​ທີ່ຢູ່​ແຂວງ Helmand ​
ໃນ​ພາກ​ໃຕ້​ຂອງ​ປະ​ເທດ​ອັຟກາ​ນິສຖານ​ອີກ.

ສາມ​ປີ ຫລັງ​ຈາກ​ອົງການ​ເນ​ໂຕ້​ໄດ້​ຍຸຕິ​ການປະຕິບັດ​ງານ​ສູ້​ລົບ​ໃນ​ອັຟກາ​ນິສຖານ ທະ
ຫານ​ນາວິ​ກະ​ໂຍທິນ​ຂອງ​ສະຫະລັດ ​ໄດ້​ກັບ​ຄືນ​ໄປ​ປະຕິບັດ​ໜ້າ​ທີ່ຢູ່ໃນ​ແຂວງ​ທີ່​ປູກ​ຝິ່ນ
​ແລະ​ມີ​ຄວາມ​ວຸ້ນວາຍ​ດັ່ງກ່າວຄືນ​ອີກ.

ກຳລັງທະຫານ​ນາ​ວິ​ກະ​ໂຍທິນແລະ​ອົງການ​ເນ​ໂຕ້ ​ໄດ້​ເຂົ້າຮ່ວມ​ໃນ​ພິທີ​ຊຶ່ງ​ຈັດຂຶ້ນ​ໃນ​ວັນ​
ເສົາ​ວານ​ນີ້ ​ເພື່ອ​ເປັນ​ຂີດ​ໝາຍ ການ​ມອບ​ໂອນ​ການ​ບັນຊາ​ການ​ ຢູ່​ທີ່​ແຂວງ Helmand.

ນາຍພົນ John Nicholson ຜູ້ບັນຊາການ ກຳລັງໃຫ້ການສະໜັບສະໜຸນ ຂອງອົງການເນໂຕ້ ແລະກຳລັງສະຫະລັດ ໃນອັຟການິສຖານ
ນາຍພົນ John Nicholson ຜູ້ບັນຊາການ ກຳລັງໃຫ້ການສະໜັບສະໜຸນ ຂອງອົງການເນໂຕ້ ແລະກຳລັງສະຫະລັດ ໃນອັຟການິສຖານ

ແທນ​ທີ່​ຈະ​ກັບ​ຄືນ​ໄປ​ສູ້​ລົບ ​ໃນ​ເທື່ອ​ນີ້ທະຫານ​ນາວິກະ​ໂຍທິນ​ແມ່ນ​ຖືກ​ຂໍ​ຮ້ອງໃຫ້​ໄປເຝິກ​ ​
ໃຫ້​ຄະ​ແນະນຳແລະ​ການ​ຊ່ວຍ​ເຫຼືອ​ແກ່​ກຳລັງ​ຮັກສາ​ຄວາມ​ສະຫງົບ​ຂອງ​ອັຟກາ​ນິສຖານ
ທີ່​ພວມ​ຫາ​ທາງ​ຮັບ​ມື ​ກັບ​ພວກ​ກະບົດ​ຕາ​ລີ​ບານ​ຢູ່​ນັ້ນ.

ການ​ກັບ​ຄືນ​ໄປ​ແຂວງ Helmand ຂອງ​ທະຫານນາວິ​ກະ​ໂຍທິນ ມີ​ຂຶ້ນນຶ່ງ​ມື້ຫຼັງຈາກ​ພວກ
​ກະບົດ​ຕາ​ລີ​ບານ ໄດ້ປະກາດ​ ​ເລີ້ມການ​ບຸກ​ໂຈມ​ຕີ​ ໃນ​ລະດູບານໃໝ່​ ຊຶ່ງ​ເປັນ​ເວລາ​ທີ່ກຸ່ມ​
ກະບົດ​ດັ່ງກ່າວ​ເພີ້ມທະວີການ​ບຸກ​ໂຈມ​ຕີ​ຂອງ​ຕົນ.

ແຜນທີ່ແຂວງ Helmand ໃນອັຟການິສຖານ
ແຜນທີ່ແຂວງ Helmand ໃນອັຟການິສຖານ

ໃນຕົ້ນ​ເດືອນ​ນີ້ ກຳລັງ​ຮັກສາ​ຄວາມ​ສະຫງົບ​ອັຟກາ​ນິສຖານ ​ໄດ້​ຮັບ​ຄວາມ​ເສຍຫາຍ
​ຮ້າຍ​ແຮງ​ເວລາ​ໜ່ວຍ​ກ້າ​ຕາຍ​ສະຫຼະຊີບ​ຂອງ​ກຸ່ມ​ຕາ​ລີ​ບາ​ນທີ່​ໃສ່​ເຄື່ອງ​ແບບທະຫານ
​ອັຟກາ​ນິສຖານ​ ​ໄດ້​ສັງຫານ​ພວກ​ທະຫານ 135 ຄົນ​ ທີ່​ເມືອງໆ​ນຶ່ງ​ ໃນພາກ​ເໜືອ ອັຟ
ກາ​ນິສຖານ.

ກຸ່ມ​ຕາ​ລີ​ບານ ​ຄວບ​ຄຸມ​ບໍລິ​ເວນ​ສ່ວນ​ໃຫຍ່​ຂອງ​ແຂວງ Helmand ຊຶ່ງ​ພວກ​ກະບົດກຸ່ມ​
ນີ້ ​ແມ່ນ​ໄດ້​ຮັບ​ເງິນ​ສະໜັບສະໜຸນ​ຈາກ​ການ​ເກັບ​ກ່ຽວ​ຝິ່ນ​ໃນ​ຈຳນວນ​ມະຫາສານ.

US Afghanistan
please wait
Embed

No media source currently available

0:00 0:01:20 0:00

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG