ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຊາວອາເມຣິກັນ ທີ່ລັດ Michigan ຖືກຫວຍ 337 ລ້ານໂດລາ


ນາຍ Donald Lawson ຖືເຊັກໃບໃຫຍ່ ໃນພິທີມອບເງິນລາງວັນ ໂດຍທ່ານ M. Scott Bowen ປະທານກຳມາທິການລັອກເຕີຣີ ລັດ Michigan (31 ສິງຫາ 2012)
ນາຍ Donald Lawson ຖືເຊັກໃບໃຫຍ່ ໃນພິທີມອບເງິນລາງວັນ ໂດຍທ່ານ M. Scott Bowen ປະທານກຳມາທິການລັອກເຕີຣີ ລັດ Michigan (31 ສິງຫາ 2012)
ຜູ້ຊາຍຄົນນຶ່ງ ອາຍຸ 44 ປີ ຈາກລັດ Michigan ໃນພາກເໜືອ
ຂອງສະຫະລັດ ໄດ້ອອກມາສະເໜີຕົວ ໃນວັນສຸກວານນີ້ ວ່າ
ລາວເປັນຜູ້ຖືກລັອດເຕີຣີ Powerball ທີ່ມີເງິນລາງວັນກ້ອນ
ໃຫຍ່ເປັນອັນດັບສາມ ເທົ່າທີ່ເຄີຍມີມາ.

ນາຍ Donald Lawson ທີ່ມີລູກສອງຄົນ ກ່າວວ່າ ລາວໄດ້
ລາອອກຈາກວຽກ ວິສະວະກອນທາງລົດໄຟ ເມື່ອລາວຮູ້ວ່າ
ລາວເປັນຜູ້ຖືກລາງວັນທີ 1 ທີ່ມີມູນຄ່າ 337 ລ້ານໂດລາຂອງ
ລັອດເຕີລີ Powerball ທີ່ຂາຍກັນຢູ່ໃນຫຼາຍໆລັດ.

ຕາມການຮ້ອງຂໍຂອງລາວ ພີ່ນ້ອງລາວຫຼາຍຄົນກໍພາກັນລາ
ອອກຈາກວຽກການ ຍ້ອນລາວເວົ້າວ່າ ລາວຈະແບ່ງເງິນຈຳ
ນວນນຶ່ງໃຫ້ພວກເຂົາເຈົ້ານຳ.

ນາຍ Lawson ທີ່ເລືອກຈະຮັບເງິນລາງວັນເປັນກ້ອນໃຫຍ່ບາດດຽວໂລດຈະໄດ້ຮັບເງິນ ທັງໝົດ 158 ລ້ານ 7 ແສນໂດລາ ຫຼັງຈາກເສຍພາສີແລ້ວ.

ເສດຖີຮ້ອຍກວ່າລ້ານໂດລາຄົນນີ້ເວົ້າວ່າ ຊີວິດການເປັນຢູ່ຂອງລາວຈະດີຂຶ້ນ ແຕ່ກໍວາງ ແຜນທີ່ຈະດຳລົງຊີວິດຢູ່ແບບງ່າຍໆ ຊຶ່ງລາວເວົ້າວ່າ ຈະຮວມທັງການໄປກິນອາຫານຢູ່ ຮ້ານໄວທັນໃຈ McDonald ນຳດ້ວຍ.

ນາຍ Lawson ໄດ້ຊື້ລັອດເຕີລີໃບທີ່ຖືກລາງວັນທີ 1 ຢູ່ທີ່ປໍ້ານໍ້າມັນແຫ່ງນຶ່ງ ຊຶ່ງລາວໄດ້ ຂີດເອົາເລກທັງ 6 ໂຕ ແທນທີ່ຈະໃຫ້ເຄື່ອງຈັກເລືອກໃຫ້.
XS
SM
MD
LG