ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ອາ​ເມ​ຮິ​ກັນ ໄປປ່ອນ​ບັດ ​ເລືອກເອົາ ເຈົ້າ​ຄອງນ​ະ​ຄອນ ແລະ​ ຜູ້​ປົກ​ຄອງ​ລັດ (ວີ​ດີ​ໂອ/​ສະ​ໄລ​ດ໌)


ການຫາສຽງ ຂອງທ່ານ Christ Christie ສະມາຊິກພັກ Republican ເພື່ອແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ ຜູ້​ປົກ​ຄອງລັດ New Jersey
ການຫາສຽງ ຂອງທ່ານ Christ Christie ສະມາຊິກພັກ Republican ເພື່ອແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ ຜູ້​ປົກ​ຄອງລັດ New Jersey
ບັນດາ​ຜູ້​ມີ​ສິດ​ປ່ອນ​ບັດ ພວມ​ພາກັນ​ໄປ​ລົງ​ຄະ​ແນນ ​ໃນ​ການ​ສຽງ
ເລືອກຕັ້ງທີ່​ສຳຄັນໆຢູ່​ໃນ​ບໍ່​ເທົ່າ​ໃດ​ບ່ອນໃນສະຫະລັດ ໃນວັນອັງ
ຄານມື້ນີ້ ​ຊຶ່ງຮວມທັງການປ່ອນ​ບັດ ​ເລືອກ​ເອົາ​ເຈົ້າຄອງນະຄອນ
ນີວຢ໊ອກ ແລະຜູ້ປົກຄອງ New Jersey ທີ່​ຕັ້ງຢູ່​ໃກ້​ຄຽງ​ນັ້ນ.

ໃນປີ ຫຼັງຈາກການເລືອກຕັ້ງປະທານາທິບໍດີສະຫະລັດແລ້ວນັ້ນ
ແມ່ນວ່າຈະບໍ່ມີການເລືອກຕັ້ງ ທີ່ໃຫຍ່ໆ​ເປັນ​ຈຳນວນ​ຫຼວງຫຼາຍ
ຢູ່ໃນທົ່ວປະເທດ. ແຕ່ລັດ New Jersey ແລະລັດ Virginia
ຊຶ່ງທັງສອງ​ລັດ ແມ່ນຢູ່ທາງພາກຕາເວັນອອກຂອງປະເທດນັ້ນ
ມີການເລືອກຕັ້ງຜູ້ປົກຄອງລັດ ໃນຂະນະທີ່ຫົວເມືອງໃຫຍ່ໆ​
ແລະ​ມີ​ອິດ​ທິພົນ ເຊັ່ນນະຄອນ New York, Atlanta, Bostton Houston ແລະ Miami
ນັ້ນ ແມ່ນມີການເລືອກຕັ້ງ​ເຈົ້າຄອງກໍາແພງ.


ໃນລັດ New Jersey ຊຶ່ງເປັນລັດທີ່ໃກ້ຄຽງ ກັບນະຄອນ New York ນັ້ນ ທ່ານ Christ
Christie ຊຶ່ງສະມາຊິກພັກ Republican ທີ່​ລົງ​ສະມັກແຂ່ງຂັນ​ເອົາ​ຕຳ​ແໜ່​ງຕື່ມ​ອີກນັ້ນ
ແມ່ນຄາດໝາຍວ່າ​ຈະ​ໄດ້​ຮັບ​ເລືອກ​ອີກ. ທ່ານໄດ້ເນັ້ນໜັກເຖິງການ​ຮ້ອງ​ຮຽນຂອງທ່ານຕໍ່
​ທຸກ​ພັກ​ຝ່າຍ ​ການ​ເມືອງຄື​ທັງພັກ​ເດ​ໂມ​ແຄຣັດແລະ​ພວກ​ທີ່​ບໍ່​ສັງກັດ​ພັກ ແລະອາດເປັນ
ໄປໄດ້ ທີ່ຈະໝາຍຕາ ​ໃນ​ການລົງສະມັກແຂ່ງຂັນເອົາປະທານາທິບໍດີ ໃນປີ 2016 ກໍເປັນໄດ້.

​ໃນລັດທາງພາກກາງ​ແຄມ​ຝັ່ງມະຫາສະມຸດ Atlantic ຄື ລັດ Virginia ນັ້ນ ຈາກການ
ສໍາຫຼວດ ສະແດງໃຫ້ເຫັນວ່າ ຜູ້ສະມັກຂອງພັກ Republican ຄືທ່ານ Ken Cuccinelli
ທີ່​ນິຍົມ​ແນວ ທາງ​ດັ້ງ​ເດີມ​ຢ່າງ​ແຂງ​ຂັນ​ນັ້ນ ແມ່ນພວມ​ດີ້ນຮົນຢ່າງໜັກເພື່​ອຢາກ​ໃຫ້​ຖືກ​
ເລືອກຜູ້ປົກຄອງ ​ແຂ່ງກັບນັກທຸລະກິດ ທ່ານ Terry McAuliffe ຜູ້ຊຶ່ງເຄີຍກໍາຕໍາແໜ່ງ
ເປັນຜູ້ນໍາແຫ່ງຊາດ ຂອງພັກ Democrats ແລະເປັນຜູ້ທີ່ໃກ້ຊິດກັບອະດີດປະທານາ
ທິບໍດີ Bill Clinton ແລະພັນລະຍາຂອງ​ທ່ານ ຄືອະດີດລັດຖະມົນຕີການຕ່າງປະເທດ
ທ່ານນາງ Hillary Clinton.

ນັກວິເຄາະການເມືອງ ໃນສະຫະລັດ ແມ່ນຊອກຄົ້ນຫາຮ່ອງຮອຍ ຈາກຜົນສະຫຼຸບຂອງ
ການເລືອກຕັ້ງໃນວັນອັງຄານມື້ນີ້ ກ່ຽວກັບການລົງເລືອກຕັ້ງຂອງລັດຖະສະພາສະຫະລັດ
ໃນທົ່ວປະ ເທດ ນຶ່ງປີຈາກນີ້ໄປ ຕອນທີ່ສະມາຊິກສະພາຕໍ່າ 435 ທ່ານຈະປະເຊີນກັບ
ການເລືອກຕັ້ງໃໝ່ ແລະມີສະມາຊິກສະພາສູງປະມານນຶ່ງ​ສ່ວນ​ສາມ​ ຂອງ​ຈຳນວນ
100 ທ່ານ ກໍຈະປະເຊີນກັບ ການເລືອຕັ້ງເຊັ່ນກັນ.

US POLITICS VO.mov
please wait
Embed

No media source currently available

0:00 0:01:16 0:00
XS
SM
MD
LG