ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີ​ຄວາມເປັນໄປໄດ້ທີ່ ສະຫະລັດ ໄດ້ສັງຫານຜູ້ນຳອະວຸໂສຄົນນຶ່ງຂອງກຸ່ມລັດອິສລາມ


ແຜນທີ່ປະເທດຊີເຣຍ ພ້ອມດ້ວຍນະຄອນຫລວງດາມາສກັສ
ແຜນທີ່ປະເທດຊີເຣຍ ພ້ອມດ້ວຍນະຄອນຫລວງດາມາສກັສ

ກອງທັບສະຫະລັດ ກ່າວວ່າ ມັນ​ມີ​ຄວາມເປັນໄປໄດ້ທີ່ຕົນໄດ້ສັງຫານຜູ້ນຳອະວຸໂສ ຄົນນຶ່ງຂອງກຸ່ມລັດອິສລາມ ໃນການໂຈມຕີດ​ດ້ວຍເຮືອບິນເຮລິຄອບເຕີ ໃນວັນຈັນມື້ນີ້ຢູ່ທາງພາກເໜືອຂອງ​ປະ​ເທດ ຊີເຣຍ.

ຖະແຫລງການ ກອງ​ບັນຊາ​ການ​ທະຫານ​ສະຫະລັດ (CENTCOM) ບໍ່ໄດ້ລະ​ບຸ​ຕົວ​ພວກຫົວຮຸນແຮງດັ່ງ​ກ່າວ ຫລືບອກສະຖານທີ່ແນ່ນອນ ກ່ຽວ​ກັບ ການໂຈມຕີ. ແຕ່ໄດ້ກ່າວວ່າ “ອີກ​ສອງ​ຄົນ​ທີ່​ມີ​ອາ​ວຸດ​ແມ່ນຖືກຂ້າ​ຕາຍ.”

CENTCOM ໄດ້ກ່າວເພີ້ມວ່າ ບໍ່​ມີ​ຄົນ​ໃດ​ໃນກອງທະຫານ ສະຫະລັດ ໄດ້ຮັບບາດເຈັບ ໃນລະຫວ່າາງການໂຈມຕີນັ້ນ ແລະ ໄດ້ປະ​ເມີນວ່າບໍ່ ມີພົນລະເຮືອນໄດ້ຮັບບາດເຈັບ ຫລືເສຍຊີວິດ.

ໃນຕົ້ນເດືອນນີ້ CENTCOM ກ່າວວ່າ ກຳລັງທະຫານສະຫະລັດ ໄດ້ຈັບ ຜູ້ປະຕິບັດງານກຸ່ມ​ລັດອິສລາມຄົນນຶ່ງ ຢູ່ທາງພາກຕາເວັນອອກຂອງ ຊີເຣຍ ແລະ ການໂຈມຕີທາງອາກາດໄດ້ສັງຫານຜູ້ນຳອະວຸໂສຄົນນຶ່ງຂອງ ກຸ່ມນັ້ນ.

The U.S. military said it likely killed a senior Islamic State leader in a helicopter raid Monday in northern Syria.

A U.S. Central Command statement did not identify the militant, nor give a precise location of the raid, but said “two other armed individuals were killed.”

CENTCOM added that no U.S. troops were hurt during the raid and that it assessed no civilians were hurt or killed.

The operation is the latest targeting Islamic State leaders in Syria.

Earlier this month, CENTCOM said U.S. forces captured an Islamic State operative in eastern Syria and an airstrike killed one of the group’s senior leaders.

XS
SM
MD
LG