ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ຍົກເລີກການຫ້າມ ຂາຍອາວຸດ ຮ້າຍແຮງ ໃຫ້ແກ່ ຫວຽດນາມ


US Lifts Ban on Selling Arms to Vietnam
please wait

No media source currently available

0:00 0:02:03 0:00

ໃນວັນຈັນມື້ກ່ອນນີ້ ສະຫະລັດ ແລະ ຫວຽດນາມ ສອງອະດີດຄູ່ປໍລະປັກ ໄດ້ຕົກລົງກັນ ຈະ​ເສີມ​ຂະຫຍາຍສາຍສຳພັນລະຫວ່າງກັນ ດ້ວຍການປະກາດ ຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ​ໃຫ້​ຍົກ​ເລີກ ການຫ້າມຂາຍອາວຸດ ແກ່ຫວຽດນາມ. ຜູ້ສື່ຂ່າວວີໂອເອ ປະຈຳທຳນຽບຂາວ Cindy Saine ທີ່ຕິດຕາມປະທານາທິບໍດີ​ໄປ​ນັ້ນ ມີລາຍງານມາຈາກຮາໂນ່ຍ ຊຶ່ງ ໄຊຈະເລີນສຸກຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.


ປະທານາທິບໍດີ ໂອບາມາ ໄດ້ກວດ​ແຖ​ວທະຫານກອງກຽດຕິຍົດຂອງຫວຽດນາມ ອັນເປັນ ສ່ວນໜຶ່ງ ຂອງພິທີການຕ້ອນຮັບທີ່​ໃຫຍ່​ໂຕ ໃນການເດີນທາງໄປປະເທດຫວຽດນາມ ເທື່ອ ທຳອິດຂອງທ່ານ.

ຫຼັງຈາກນັ້ນ ປະທານາທິບໍດີ ສະຫະລັດ ກໍໄດ້ມອບຂອງຂວັນ ທີ່ຫວຽດນາມ ຢາກໄດ້ຫຼາຍ ທີ່ສຸດ ຈາກວໍຊິງຕັນ.

ປະທານປະເທດ ຫວຽດນາມ ທ່ານ Tran Dai Quang ກ່າວວ່າ “ຫວຽດນາມ ປິຕິຍິນດີ ຫຼາຍ ນຳການຕັດສິນໃຈ ຍົກເລີກໂດຍເຕັມ ການຫ້າມຂາຍອາວຸດຮ້າຍແຮງ ໃຫ້ແກ່ ຫວຽດນາມ ຊຶ່ງເປັນຫລັກຖານອັນຈະແຈ້ງ ທີ່ທັງສອງປະເທດ ໄດ້ມີສາຍສຳພັນ ຢ່າງ​ເປັນປົກກະຕິ ອັນຄົບຖ້ວນ.”

ຫວຽດນາມ ເປັນຫ່ວງ ກ່ຽວກັບ ການມີອິດທິພົນທາງທະເລຫຼາຍຂຶ້ນຂອງຈີນ ທີ່ເປັນປະ ເທດເພື່ອນບ້ານຢູ່ທາງພາກເໜືອ ຊຶ່ງມີ​ຂະໜາດ ໃຫຍ່ກວ່າຫວຽດນາມ​ເຖິງ 29 ເທື່ອ.

ທັງສອງປະເທດ ໄດ້ຂັດແຍ້ງກັນໃນເລື້ອງເຂດນ້ຳແດນດິນ ຢູ່ໃນທະເລຈີນໃຕ້ ຊຶ່ງເຮັດ ໃຫ້ສາຍສຳພັນ ລະຫວ່າງປະ​ເທດ​ທັງ​ສອງ ເຄັ່ງຕຶງ ຊຶ່ງຕາມທຳມະດາແລ້ວ ລັດຖະບານ ຄອມມິວນິສທັງ​ສອງ ໃນຮາໂນ່ຍແລະ ປັກກິ່ງ ເປັນພັນທະມິດກັນ.

ແຕ່ປະທານາທິບໍດີ ໂອບາມາ ໄດ້ກ່າວວ່າ ການຕັດສິນໃຈ ອະນຸຍາດຂາຍອາວຸດ ໃຫ້ແກ່ ຫວຽດນາມ ນັ້ນ ແມ່ນ “ບໍ່ໄດ້ອີງໃສ່ຈີນ” ເຖິງຢ່າງ ໃດກໍຕາມ ທາງການຈີນ ແມ່ນເບິ່ງຄືວ່າ ຈະບໍ່ຮັບເອົາ ການຕີຄວາມ ໝາຍແບບນັ້ນ.

ປະທານາທິບໍດີ ໂອບາມາ ກ່າວວ່າ “ໂດຍວຽກງານໃນທຸກໆດ້ານ ທີ່ພວກເຮົາ ໄດ້ຮ່ວມ ກັນເຮັດໃນຫຼາຍໆດ້ານ ທີ່ລວມທັງ ເສດຖະກິດ ຄວາມໝັ້ນຄົງດ້ານການຄ້າ ຄວາມ ພະຍາຍາມ ດ້ານມະນຸດສະທຳ ເຫຼົ່ານັ້ນ ມັນເປັນທີ່ເໝາະສົມແລ້ວ ທີ່ພວກເຮົາຈະບໍ່ ຄວນໃຫ້ມີການຫ້າມ ທີ່ປົກຄຸມໃນທຸກໆດ້ານ.”

ໃນເວລານີ້ ສອງປະເທດເບິ່ງຄືວ່າ ໄດ້ເຫັນດີນຳກັນ ທີ່ຈະບໍ່ລົງລອຍກັນ ໃນບັນຫາອັນ ເປັນສ້ຽນໜາມ ທີ່ແບ່ງແຍກປະ​ເທດ​ທັງ​ສອງ ນັ້ນກໍຄືປະຫວັດການ​ເຄົາລົບ​ນັບຖືສິດທິ ມະນຸດທີ່ຂີ້ຮ້າຍ ຂອງຫວຽດນາມ.

ໃນວັນອັງຄານມື້ວານນີ້ ທ່ານໂອບາມາ ໄດ້ພົບປະກັບສະມາຊິກ ຂອງກຸ່ມສັງຄົມພົນ ລະເຮືອນ ຢູ່ໃນນະຄອນຫຼວງຮາ​ໂນ່ຍ ກ່ອນທີ່ທ່ານຈະເດີນທາງໄປຍັງນະຄອນ Ho Chi Minh City ບ່ອນທີ່ການຢ້ຽມຢາມ ເບິ່ງຄືວ່າ ຈະຫັນໄປສູ່ການພົວພັນ ດ້ານການຄ້າ ແລະ ທຸລະກິດ.

ອິງຕາມທຳນຽບຂາວ​ແລ້ວ ການຄ້າສອງຝ່າຍ ໄດ້ເພີ້ມຂຶ້ນເກືອບ 3 ເທົ່າ ໃນລະຍະ 7 ປີ ທີ່ຜ່ານມາ ແລະ ປັດຈຸບັນນີ້ ມີມູນຄ່າ ສູງເຖິງ 45 ຕື້ໂດລາຕໍ່ປີ.

The United States and Vietnam on Monday agreed to strengthen the relationship between the two former enemies, with U.S. President Barack Obama announcing the end of the U.S. arms embargo to Vietnam.VOA White House Correspondent Cindy Saine is with the president and reports from Hanoi.

President Obama reviewed a ceremonial Vietnamese honor guard as part of an elaborate welcoming ceremony on his first trip to the country.

Later, the U.S. president presented the gift Vietnam has most desired from Washington.

Vietnamese president Tran Dai Quang said "Vietnam very much appreciates the U.S. decision to completely lift the ban on lethal weapons' sales to Vietnam, which is clear proof that both countries have completely normalized relations."

Vietnam is wary about the increasing maritime assertiveness of its northern neighbor, China - which is 29 times larger.

The two countries have a territorial dispute in the South China Sea that has strained relations between the two normally allied communist governments in Hanoi and Beijing.

But President Obama said the decision to allow weapons sales to Vietnam is "not based on China" - although Chinese authorities are not likely to accept that interpretation.

US president said "Given all the work that we do together across the spectrumeconomic, trade security, humanitarian effortsit was appropriate for us not to have a blanket across-the-board ban."

The two countriesfor now it seemshave agreed to disagree on the thorniest issue dividing themVietnam's poor record on human rights.

On Tuesday, Obama is expected to meet with civil society members here in the capital before departing for Ho Chi Minh City, where the visit will likely turn to trade and business ties.

According to the White House, bilateral trade has nearly tripled in the last seven years, and now tops $45 billion annually.

XS
SM
MD
LG