ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳສະຫະລັດ ຮຽກຮ້ອງໃຫ້ສະມາຊິກສະພາ ຈົ່ງອະນຸມັດ ຂໍ້ຕົກລົງ ເພດານໜີ້ສິນ


ປະທານາທິບໍດີ ໂຈ ໄບເດັນ ກ່າວຖະແຫລງ ກ່ຽວກັບຂໍ້ຕົກລົງຂອງທ່ານ ກັບປະທານສະພາຕ່ຳ ແຄບວິນ ເມັກຄາທີ ສັງກັດພັກຣີພັບບລີກັນ ຈາກລັດຄາລີຟໍເນຍ ເພື່ອຂຶ້ນເພດານໜີ້ສິນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ພຶດສະພາ 2023.
ປະທານາທິບໍດີ ໂຈ ໄບເດັນ ກ່າວຖະແຫລງ ກ່ຽວກັບຂໍ້ຕົກລົງຂອງທ່ານ ກັບປະທານສະພາຕ່ຳ ແຄບວິນ ເມັກຄາທີ ສັງກັດພັກຣີພັບບລີກັນ ຈາກລັດຄາລີຟໍເນຍ ເພື່ອຂຶ້ນເພດານໜີ້ສິນ ຢູ່ທີ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ພຶດສະພາ 2023.

ບັນດາສະມາຊິກສະພາຕ່ຳ ສະຫະລັດ ພວມກວດເບິ່ງລາຍລະອຽດຕ່າງໆຂອງຂໍ້ ຕົກລົງ ເພື່ອເພີ້ມຂີດຈຳກັດໃນການກູ້ຢືມຂອງປະເທດຂຶ້ນ ກ່ອນໜ້າການລົງຄະ ແນນສຽງທີ່ຄາດວ່າ​ຈະ​ເກີດ​ຂຶ້ນໃນບໍ່ເທົ່າໃດວັນຈະມາເຖິງນີ້ ຂະນະທີ່ທັງປະທາ ນາທິບໍດີ ໂຈ ໄບເດັນ ແລະປະທານສະພາຕ່ຳ ທ່ານ​ ເຄວິນ ເມັກຄາທີ ຮຽກ ຮ້ອງໃຫ້ບັນດາສະມາຊິກຮັບຮອງເອົາຂໍ້ຕົກລົງນັ້ນ.

ຂໍ້ສະເໜີ້ດັ່ງກ່າວລວມມີການຍົກເວັ້ນເພດາໜີ້ສິນຈົນຮອດເດືອນມັງກອນ 2025 ແລະ ຂໍ້ຕົກລົງງົບປະມານຊ່ວງໄລຍະສອງປີ ທີ່ຮັກສາການໃຊ້ຈ່າຍຂອງລັດຖະບານກາງ ໃນປີ 2024 ໃຫ້ຢູ່ໃນລະດັບຄົງທີ່ ແລະເພີ້ມຂຶ້ນພາຍໃນ 1 ເປີເຊັນ ໃນປີ 2025.

ພາຍໃນຂໍ້ຕົກລົງສ່ວນອື່ນໆຂອງການປະນີປະນອມກັນໃນຊຸດງົບປະມານນັ້ນ ແມ່ນໃຫ້ຫລຸດຜ່ອນທຶນບາງສ່ວນ ເພື່ອວ່າຈ້າງເຈົ້າໜ້າທີ່ໃໝ່ ສຳລັບອົງການບໍລິການພາສີພາຍໃນຂອງສະຫະລັດ ຫຼື IRS, ຍົກເລີກການບັນເທົາທຸກຈາກ ໄວຣັສໂຄວິດ-19 ມູນຄ່າ 30 ຕື້ໂດລາ ແລະ ຮັບປະກັນປະຊາຊົນຜູ້ທີ່ມີອາຍຸ 49 ຫາ 54 ປີ ປະຕິບັດຕາມຂໍ້ກຳນົດໃນການເຮັດວຽກ ເພື່ອຈະໄດ້ຮັບການຊ່ອຍເຫຼືອດ້ານອາຫານການກິນ.

ທ່ານ ໄບເດັນ ແລະ ທ່ານ ເມັກຄາທີ ໄດ້ບັນລຸຂໍ້ຕົກລົງ ໃນວັນອາທິດວານນີ້ ຫຼັງຈາກມີການເຈລະຈາກັນມາໄດ້ຫຼາຍອາທິດ ໂດຍມີຂີດເສັ້ນຕາຍໃນເດືອນ ມິຖຸນາ ໃກ້ເຂົ້າມາເລື້ອຍໆ ເພາະວ່າລັດຖະບານຈະໝົດເງິນເພື່ອຊຳລະຄ່າໃຊ້ ຈ່າຍຕ່າງໆຂອງຕົນ.

U.S. lawmakers are examining the details of an agreement to increase the country’s borrowing limit ahead of votes expected in the coming days, as both President Joe Biden and House Speaker Kevin McCarthy urge them to approve it.

The proposal includes waiving the debt ceiling until January 2025 and a two-year budget deal that keeps federal spending flat in 2024 and increases it by 1% in 2025.

Among the other pieces of the compromise package are reducing some funding to hire new Internal Revenue Service agents, rescinding $30 billion in COVID-19 relief and ensuring people ages 49 to 54 meet work requirements in order to receive food aid.

Biden and McCarthy reached the agreement Sunday after weeks of negotiations with an early June deadline looming for the government running out of money to pay its bills.

XS
SM
MD
LG