ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະມາຊິກ ລັດຖະສະພາ ຮຽກຮ້ອງ ຄືນໃໝ່ ໃຫ້​ປົກ​ປ້ອງ ພວກ​ເດັກນ້ອຍ ທີ່​ເຂົ້າເມື​ອງ ຜິດ​ກົດໝາຍ​​ ​


ຕຶກລັດຖະສະພາ, ຊ້າຍ, ໃນນະຄອນຫຼວງວໍຊີງຕັນ ດີຊີ, 4 ຕຸລາ 2013.
ຕຶກລັດຖະສະພາ, ຊ້າຍ, ໃນນະຄອນຫຼວງວໍຊີງຕັນ ດີຊີ, 4 ຕຸລາ 2013.

​ບັນດາ​ສະມາຊິກ​ລັດຖະສະພາສະຫະລັດ ກ່າວ​ວ່າ ລັດຖະສະພາຍັງ​ຈະ​ຕ້ອງ​ເອົາ​ບາດ
ກ້າ​ວທີ່​ຈະ​ປົກ​ປ້ອງພວກ​ເດັກນ້ອຍທີ່​ເຂົ້າເມື​ອງ​ແບບ​ຜິດ​ກົດໝາຍຈາກການຖືກເນລະ​
ເທດ ​ເຖິງ​ແມ່ນ​ວ່າ ​ເບິ່ງ​ຄື​ວ່າ​ໄດ້​ຮັບ​ການບັນເທົາ​ຈາກ​ທາງ​ສານ​ສູງ​ສຸດນັ້ນ​ແລ້ວກໍ​ຕາມ
ຊຶ່ງ​ໃນ​ວັນຈັນ​ວານ​ນີ້ ​ໄດ້​ຖືກ​ປະຕິ​ເສ​ດ ທີ່ຈະໄດ້ຮັບ​ຟັງການ​ຂໍ​ອຸທອນ ຕໍ່ຄຳສັ່ງຂອງສານ
​ຊັ້ນ​ຕົ້ນ ​ຈາກລັດຖະບານ​ຂອງທ່ານທຣຳ​ ທີ່​ສາມາດໃຫ້ການ​ປົກ​ປ້ອງຄຸ້ມຄອງ ຕໍ່​ອັນ​ທີ່
​ເອີ້ນ​ວ່າພວກ​ທີ່ມີຄວາມໄຝ່ຝັນ ຫຼື “Dreamers” ​ທີ່ມີຢູ່ແລ້ວນັ້ນ.

ທ່ານນາງ Susan Collins ສະມາຊິກ​ສະພາສູງຂອງພັກຣີພັບ​ບລີ​ກັນ ຈາກ​ລັດ Maine
​ໄດ້​ກ່າວ​ວ່າ “ມັນ​ຍັງ​ຈະ​ຕ້ອງ​ໄດ້​ເບິ່ງ​ກັນ​ອີກ​ຕໍ່​ໄປ” ​ທີ່​ວ່າ ການຕໍ່ສູ້​ກັນ​ຂອງບັນ​ດາສານ​
ຈະ​ມີ​ບົດບາດ​ຢ່າງ​ໃດ​ ​ທ່າມກາງການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ​ດໍ​ໂນລ ທຣຳ ທີ່ໄດ້
​ຍົກ​ເລີກໂຄງການດາ​ກາ ຫຼື​ໂຄງການ​ພວກ​ເດັກນ້ອຍ ​ທີ່ຖືກນຳ​ເຂົ້າ​ມາ​ໃນ​ສະຫະລັດ
ໂດ​ຍພໍ່ແມ່​ຜູ້​ປົກ ຄອງແບບ​ຜິດ​ກົດໝາຍ​ນັ້ນ ຊຶ່ງເປັນ​ໂຄງການ​ ທີ່ລັດຖະບານ​ທ່ານ​
ໂອ​ບາ​ມາ ອະນຸຍາດໃຫ້​ພວກ​ເດັກນ້ອຍ​ທີ່​ຍັງ​ເຍົາ​ໄວ​ນັ້ນ ເຮັດ​ວຽກ​ແບບ​ເປັນ​ການ​ຊົ່ວ
ຄາວ ແລະສຶກສາ​ຮ່ຳຮຽນຕໍ່ໄດ້​.

ທ່ານ​ນາງ Collins ​ໄດ້​ກ່າວ​ວ່າ “​ແນ່ນອນ ການ​ຕັດສິນ​ຂອງ​ສານ​ສູງ​ສຸດນັ້ນ ​ແມ່ນ
ຊ່ອຍບັນເທົາການ​ກົດ​ດັນ ໂດຍ​ເສັ້ນຕາຍຂອງ​ໂຄງການ​ດາ​ກາ ໃນວັນ​ທີ 5 ມີນານີ້”
ແລະ​ທ່ານ​ນາງ​ຍັງ​ກ່າວ​ຕໍ່​ໄປ​ວ່າ “ແຕ່ມັນກໍບໍ່ໄດ້ເຮັດໃຫ້ບັນຫາ ທີ່ວ່າ ພວກ
Dreamers ຊຶ່ງໃນທີ່ສຸດ ​ເຂົາ​ເຈົ້າ​ອາດ​ຈະ​ສ່ຽງ​ຕໍ່​ການ​ຖືກ​ເນລະ​ເທດໝົດໄປ.”

ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເມນ ທ່ານນາງ ຊູຊານ ຄອລລິນ
ສະມາຊິກສະພາສູງ ສັງກັດພັກຣີພັບບລີກັນ ຈາກລັດເມນ ທ່ານນາງ ຊູຊານ ຄອລລິນ

​ໃນ​ໄລຍະສອງສາມ​ສັບປະດາຜ່ານມານີ້ ​ໄດ້​ເຫັນ​ຜູ້​ພິພາກສາ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ​
ແລະ​ລັດ​ນິວຢອກ ​ອອກ​ຄຳສັ່ງຫ້າມ ​ບໍ່ໃຫ້ຍຸຕິ​ໂຄງການ​ດາ​ກາ ​ທີ່​ທ່ານ​ທ່ານ​ທຣຳ ​ໄດ້​
ກຳນົດໃຫ້ໝົດອາຍຸລົງໃນ​ວັນ​ທີ 5 ມີນາ ຈົນ​ເທົ່າ​ເຖິງ​ດຽວ​ນີ້​ທາງ​ລັດຖະສະພາ ຍັງ​ບໍ່​ໄດ້
ຮັບ​ຜ່ານ​ກົດໝ​າຍຢ່າງ​ເປັນ​ການ​ຖາວອນ​ເທື່ອເພື່ອແກ້ໄຂຖານະທາງດ້ານກົດໝາຍ​
ຂ​ອງພວກ​ທີ່ໄດ້​ຮັບ​ຜົນ​ປະ​ໂຫຍ​ດ ຈາກ​ໂຄງການດາ​ກາ​ນີ້ ​ແລະ​ພວກ​ອື່ນໆທີ່​ໄດ້​ທີ່​ມີ​
ສິດ​ໂຄງການ​ນີ້ເຊັ່ນ​ກັນ.

​ໃນ​ຕົ້ນ​ເດືອນ​ນີ້ ສະພາ​ສູງ​ໄດ້​ປະຕິ​ເສດ ຕໍ່ຂໍ້​ສະ​ເໜີ 4 ຂໍ້​ກ່ຽວ​ກັບ​ຮ່າງ​ກົດໝາຍ​ຂອງ
​ຄົນເຂົ້າ​ເມືອງ ນັບແຕ່​ຮ່າງ​ກົດໝາຍ​ຂອງສອງພັກ ທີ່​ໄດ້​ນຳເອົາຖານະ​ທາງດ້ານ
​ກົດໝາຍ​ຂອງ​ພວກ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ໂຄງການ​ດາ​ກາ ໄປພົວພັນໃສ່ ການ
ເສີມຂະຫຍາຍແບບຈຳກັດໃນດ້ານການຮັກສາ​ຄວາມ​ປອດ​ໄພຕາມ​ຊາຍ​ແດນ ຕໍ່​ຂໍ້
​ສະ​ເໜີຂອງ​ພັກຣີພັບ​ບລີ​ກັນ ທີ່ໄດ້ສະຫລຸບກ່ຽວກັບແຜນແມ່ບົດ ຫຼື “blueprint”
ຂອງ​ທ່ານ​ທຣຳສຳລັບ​ການ​ປະຕິ​ຮູບ​ກົດ​ໝາຍຄົນ​ເຂົ້າ​ເມືອງ.

​ແຫຼ່ງຂາວ​ທີ່​ໃກ້ຊິດ​ກັບຜູ້ນຳ​ສຽງ​ສ່ວຍ​ຫຼາຍ​ໃນ​ສະພາ​ສູງ ​ຂອງພັກຣີພັບ​ບລີ​ກັນ ທ່ານ
Mitch McConnell ຈາກລັດ Kentucky ໄດ້ສະແດງໃຫ້​ເຫັນວ່າ ທ່ານ​ບໍ່ມີຄວາມ​
ຟ້າວ​ຟັ່ງ​ທີ່​ຈະ​ເປີດການອະພິປ່າຍກັນ ​ຢູ່ໃນສະພາ​ສູງ ກ່ຽວ​ກັບ​ເລື່ອງ​ນີ້

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ສະມາຊິກສະພາສູງ ດິກ ເດີນບິນ ສັງກັດພັກເດໂມແຄຣັດ ຈາກລັດອິລລີນອຍ.
ສະມາຊິກສະພາສູງ ດິກ ເດີນບິນ ສັງກັດພັກເດໂມແຄຣັດ ຈາກລັດອິລລີນອຍ.

XS
SM
MD
LG