ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ສະມາຊິກສະພາ ສະຫະລັດ ສຸມເຮັດວຽກ ກ່ຽວກັບ ຂໍ້ຕົກລົງຄົນເຂົ້າເມືອງ ອີກຄັ້ງນຶ່ງ


ຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ ແມັກຄອນແນລ ຈາກລັດເຄັນຕັກກີ ຍ່າງເຂົ້າກອງປະຊຸມສະພາສູງ ລຸນຫຼັງການຮັບປະທານອາຫານທ່ຽງ ຂອງຄະນະ ນະໂຍບາຍ ສະພາສູງ ທີ່ຕຶກລັດຖະສະພາ ສະຫະລັດ, ໃນນະຄອນຫຼວງ ວໍຊິງຕັນ. 23 ມັງກອນ, 2018.
ຜູ້ນຳສຽງສ່ວນຫຼາຍສະພາສູງ ທ່ານ ມິຈ ແມັກຄອນແນລ ຈາກລັດເຄັນຕັກກີ ຍ່າງເຂົ້າກອງປະຊຸມສະພາສູງ ລຸນຫຼັງການຮັບປະທານອາຫານທ່ຽງ ຂອງຄະນະ ນະໂຍບາຍ ສະພາສູງ ທີ່ຕຶກລັດຖະສະພາ ສະຫະລັດ, ໃນນະຄອນຫຼວງ ວໍຊິງຕັນ. 23 ມັງກອນ, 2018.

ບັນດາສະມາຊິກສະພາສູງ ສະຫະລັດ ໄດ້ສະແດງຄວາມຄາດຫວັງທີ່ແຕກຕ່າງກັນ
ໃນວັນອັງຄານວານນີ້ ສຳລັບສິ່ງທີ່ລັດຖະສະພາອາດກໍ່ ໃຫ້ເກີດ ກ່ຽວກັບ ເລື່ອງຄົນເຂົ້າ
ເມືອງທີ່ເປັນບັນຫາຫຍຸ້ງຍາກ, ນຶ່ງວັນຫຼັງຈາກການອັດລັດຖະບານໄດ້ສິ້ນສຸດລົງຍ້ອນ
ຄຳສັນຍາຂອງສະພາສູງທີ່ຈະດຳເນີນການ ເພື່ອປົກປ້ອງພວກຄົນເຂົ້າເມືອງໄວໜຸ່ມ
ແລະ ຂະຫຍາຍການຮັກສາຄວາມປອດໄພຕາມເຂດຊາຍແດນ.

ຜູ້ນຳສຽງສ່ວນຫຼາຍສັງກັດພັກຣີພັບບລີກັນ ຈາກລັດເຄັນຕັກກີ ທ່ານ ມິຈ
ແມັກຄອນແນລ (Mitch McConnell) ໄດ້ກ່າວວ່າ “ຕອນນີ້, ການເຈລະຈາທີ່ຈິງຈັງ
ແມ່ນສາມາດເລີ້ມຄືນໄດ້ແລ້ວ. ພວກເຮົາມີໂອ ກາດເລີ່ມຕົ້ນມື້ນີ້. ຂ້າພະເຈົ້າຂໍທ້າໃຫ້
ພວກເຮົາທຸກຄົນເຮັດໃຫ້ດີທີ່ສຸດ.”

ໃນວັນຈັນທີ່ຜ່ານມາ, ທ່ານ ແມັກຄອລແນລ ໄດ້ກ່າວວ່າ ທ່ານມີເຈຕະ ນາທີ່ຈະໃຫ້ສະ
ພາສູງພິຈາລະນາຮ່າງກົດໝາຍ ເພື່ອແກ້ໄຂຊະຕາກຳຂອງພວກຄົນເຂົ້າເມືອງ ທີ່ບໍ່ມີ
ໜັງສືຖືກຕ້ອງຕາມກົດໝາຍ ເຊິ່ງຖືກນຳເຂົ້າມາ ອາເມຣິກາ ຕັ້ງແຕ່ຕອນຍັງນ້ອຍ ແລະ
ບັນຫາອື່ນໆ ພາຍໃນວັນທີ 8 ກຸມພາ, ເມື່ອການໃຫ້ທຶນລັດຖະບານ ສະຫະລັດ ຈະໝົດ
ອາ ຍຸອີກຄັ້ງນຶ່ງ. ການຮັບປະກັນດັ່ງກ່າວໄດ້ຊັກຈູງໃຫ້ບັນດາສະມາຊິກສະ ພາສູງພັກ
ເດໂມແຄຣັດຫຼາຍກວ່າ 30 ຄົນເຂົ້າຮ່ວມກັບພັກຣີພັບບລີກັນ ໃນການລົງຄະແນນສຽງ
ເພື່ອເຮັດໃຫ້ການອັດລັດຖະບານກາງບາງສ່ວນ 3 ວັນ ສິ້ນສຸດລົງ.

ຕົວຢ່າງກຳແພງເຂດຊາຍແດນ 8 ຊະນິດຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ໃກ້ຈະສ້າງແລ້ວສຳເລັດ ຕັ້ງຢູ່ຕາມເຂດຊາຍແດນ ສະຫະລັດ-ເມັກຊິໂກ, ໃນເມືອງ ແຊນດີເອໂກ, ລັດຄາລິຟໍເນຍ. 23 ຕຸລາ 2017.
ຕົວຢ່າງກຳແພງເຂດຊາຍແດນ 8 ຊະນິດຂອງປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ທີ່ໃກ້ຈະສ້າງແລ້ວສຳເລັດ ຕັ້ງຢູ່ຕາມເຂດຊາຍແດນ ສະຫະລັດ-ເມັກຊິໂກ, ໃນເມືອງ ແຊນດີເອໂກ, ລັດຄາລິຟໍເນຍ. 23 ຕຸລາ 2017.

ຜູ້ນຳສຽງສ່ວນນ້ອຍສັງກັດພັກເດໂມແຄຣັດ ຈາກລັດນິວຢອກ ທ່ານ ຊັກ ຊູເມີ
(Chuck Schumer) ໄດ້ກ່າວວ່າ “ສຽງສ່ວນຫຼາຍພັກຣີພັບບລີກັນຕອນນີ້ມີ 16 ວັນ
ທີ່ຈະເຮັດວຽກກັບພວກເຮົາເພື່ອຂຽນຮ່າງກົດໝາຍສະບັບນຶ່ງ ທີ່ສາມາດໄດ້ຮັບຄະ
ແນນສຽງ 60 ຄະແນນ ໃນສະພາສູງ ທີ່ມີສະມາຊິກ 100 ຄົນ ແລະ ປ້ອງກັນພວກ
ດຣີມເມີສ໌ (Dreamers) ຫຼື ພວກຄົນເຂົ້າເມືອງໄວໜຸ່ມຈາກການຖືກເນລະເທດ. ເຂັມ
ໂມງກຳລັງເຕັ້ນຢູ່.”

ປະທານາທິບໍດີ ດໍໂນລ ທຣຳ ແມ່ນໄດ້ປະຕິເສດຂໍ້ສະເໜີຄົນເຂົ້າເມືອງທີ່ຖືກເຈລະຈາ
ໂດຍບັນດາສະມາຊິກສະພາສູງພັກຣີພັບບລີກັນ ແລະ ເດໂມແຄຣັດ ເຊິ່ງມີລາຍງານ
ວ່າ ລວມມີການແກ້ໄຂຮ່າງກົດໝາຍ ສຳ ລັບຜູ້ທີ່ຢູ່ພາຍໃຕ້ໂຄງການ ປົກປ້ອງເດັກ
ນ້ອຍ ທີ່ເດີນທາງເຂົ້າປະເທດຢ່າງຜິດກົດໝາຍຈາກການຖືກເນລະເທດ ຫຼື ດາກາ
(DACA), ການຮັກສາຄວາມປອດໄພຕາມເຂດຊາຍແດນ ແລະການປະຕິຮູບກົດ
ໝາຍຄົນເຂົ້າເມືອງຕ່າງໆ. ພັນທະມິດຄົນສຳຄັນສຸດຂອງທ່ານ ທຣຳ ໃນລັດ ຖະສະພາ,
ສະມາຊິກສະພາສູງພັກຣີພັບບລີກັນຈາກລັດ ຈໍເຈຍ ທ່ານ ເດວິດ ເພີດູ, ໄດ້ປະຕິເສດ
ຕໍ່ຂໍ້ຕົກລົງດັ່ງກ່າວ ໃນຖານະທີ່ເປັນຈຸດເລີ່ມຕົ້ນສຳລັບການເຈລະຈາເພື່ອສ້າງຄວາມ
ກ້າວໜ້າ.

ທ່ານ ເພີດູ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ເຂົາເຈົ້າບໍ່ໄດ້ແກ້ໄຂບັນຫາ. ພວກເຮົາຕ້ອງ
ໄດ້ປະສິ່ງນັ້ນ ເພື່ອຫາຂໍ້ແກ້ໄຂ.

ໃນຂະນະດຽວກັນ, ທ່ານ ຊູເມີ, ໄດ້ຖອນຂໍ້ສະເໜີຊົ່ວຄາວ ກ່ຽວກັບທຶນສ້າງກຳແພງ
ຕາມເຂດຊາຍແດນ ທີ່ມີລາຍງານວ່າທ່ານໄດ້ຕົກລົງ ກັບປະທານາທິບໍດີ ໃນການເຈ
ລະຈາສ່ວນຕົວ ທີ່ທຳນຽບຂາວເມື່ອສັບປະດາແລ້ວນີ້. ທ່ານ ທຣຳ ໄດ້ສັນຍາຢ່າງຊໍ້າ
ແລ້ວຊໍ້າອີກວ່າ ຈະສ້າງກຳແພງ ຍາວຢຽດຕາມເຂດຊາຍແດນ ສະຫະລັດ ຕິດກັບ
ເມັກຊິໂກ ແຕ່ໄດ້ຖອນຄຳສັນຍາວ່າ ເມັກຊິໂກ ຈະເປັນຜູ້ຈ່າຍຄ່າກໍ່ສ້າງນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG