ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາສູງ ສຫລ ໄດ້ຮັບຮອງ​ເອົາຂໍ້ຕົກລົງ ທີ່ຈະຕໍ່ສິດ ໃນ​ການກູ້ຢືມເງິນຂອງລັດຖະບານອອກໄປອີກ


ພາບຫໍລັດຖະສະພາໃນຕອນທີ່ສະມາຊິກສະພາສູງຈາກພັກເດໂມແຄຣັດ ແລະພັກຣີພັບບລິກັນ ໄດ້ບັນລຸຂໍ້ຕົກລົງ ເພື່ອຫລີກລ້ຽງວິກິດການ ໃນການຊໍາລະໜີ້, ວັນທີ 7 ຕຸລາ, 2021
ພາບຫໍລັດຖະສະພາໃນຕອນທີ່ສະມາຊິກສະພາສູງຈາກພັກເດໂມແຄຣັດ ແລະພັກຣີພັບບລິກັນ ໄດ້ບັນລຸຂໍ້ຕົກລົງ ເພື່ອຫລີກລ້ຽງວິກິດການ ໃນການຊໍາລະໜີ້, ວັນທີ 7 ຕຸລາ, 2021

ສະພາສູງສະຫະລັດໄດ້ລົງຄະແນນສຽງ ທີ່​ມີ​ຜົນ​ອອກ​ມາ 50-48 ໃນຄືນວັນພະຫັດວານນີ້ ເພື່ອຮັບຮອງ​ເອົາຂໍ້ຕົກລົງທີ່ຈະຕໍ່ສິດໃນ​ການກູ້ຢືມເງິນຂອງລັດຖະບານອອກໄປຈົນຮອດຕົ້ນເດືອນທັນວາເພື່ອຫຼີກລ້ຽງສິ່ງທີ່ອາດຈະເປັນການ​ພາດ ​ກຳ​ນົດເວ​ລາຊຳ​ລະໜີ້ ຄັ້ງທຳອິດຂອງປະເທດ.

ຜູ້ນຳສຽງສ່ວນຫຼາຍໃນສະພາສູງ, ທ່ານຈ​ຊັກ ຊຸມ​ເມີ ໄດ້ປະກາດກ່ຽວ​ກັບຂໍ້ຕົກ ລົງດັ່ງກ່າວ ຢູ່ໃນຫ້ອງ​ປະ​ຊຸມ​ໃຫຍ່ຂອງສະພາສູງຫຼັງຈາກການເຈລະຈາກັບຜູ້ນຳ ພັກຣີພັບບລີກັນ, ທ່ານມິດ​ຈ໌ ແມັກ​ຄອນ​ແນ​ລແລ້ວ. ທ່ານໄດ້ສະເໜີ ໃຫ້ພັກ ເດໂມແຄຣັດໃນວັນພຸດຜ່ານ​ມາກ່ຽວ​ກັບການທີ່ຈະເພີ້ມ​ຈຳ​ນວນໜີ້ໄລຍະຍາວໃນປັດຈຸບັນຂອງປະເທດ​ທີ່ມີ​ຢູ່ 28 ພັນ 400 ຕື້​ໂດ​ລາ ​ຂຶ້ນອີກ 480 ຕື້​ໂດ​ລາ ເພື່ອໃຫ້ພຽງພໍ​ກັບການໃຊ້ຈ່າຍຂອງລັດຖະບານໄປຈົນເຖິງເດືອນທັນວາ, ເຊິ່ງເວລານັ້ນບັນຫາດັ່ງກ່າວ ຈະຕ້ອງໄດ້ຮັບການແກ້ໄຂອີກ.

ທ່ານຊຸມ​ເມີກ່າວຫຼັງຈາກ​ມີການລົງຄະແນນສຽງແລ້ວວ່າ "ພັກຣີພັບບລີກັນໄດ້ ຫຼິ້ນເກມແບບພັກ​ດຽວທີ່ອັນ​ຕະ​ລາຍ ແລະມີຄວາມສ່ຽງ ແລະ​ຂ້າ​ພະ​ເຈົ້າດີ​ໃຈ​ທີ່ກົນ​ລະ​ຍຸດ​ໃນ​ການ​ເຮັດ​ໃຫ້ໄປ​ໃກ້ຄວາມ​ຫາ​ຍະ​ນະຂອງ​ເຂົາ​ເຈົ້າ​ໃຊ້​ການບໍ່​ໄດ້.”

ບັດນີ້ຮ່າງກົດໝາຍດັ່ງກ່າວຈະໄປເຖິງສະພາຕ່ຳ. ເມື່ອມັນຖືກ​ຮັບຜ່ານຢູ່ທີ່ນັ້ນແລ້ວ, ມັນກໍຈະໄປຫາປະທານາທິບໍດີເພື່ອ​ໃຫ້​ເພິ່ນລົງລາຍເຊັນ.

ຄວາມໂກດຄືອງຂອງລັດຖະສະພາກ່ຽວກັບການເພີ່ມຂີດຈຳກັດໜີ້ສິນນັບມື້ນັບຮຸນແຮງຂຶ້ນໃນຫລາຍ​ມື້​ຜ່ານ​ມານີ້ ​ເມື່ອເວລາຫຍັບ​ເຂົ້າ​ໃກ້ວັນທີ 18 ຕຸລາ, ຊຶ່ງ​ເປັນວັນທີລັດຖະມົນຕີກະຊວງການເງິນ, ທ່ານ​ນາງ ແຈນ​ເນັດ ແຢ​ລ​ເລນ (Janet Yellen) ກ່າວວ່າລັດຖະບານຈະບໍ່​ມີ​ເງິນພຽງພໍ ເພື່ອຈ່າຍຄ່າ​ໃຊ້​ຈ່າຍ​ໃນໃບບິນທັງໝົດ ເພາະວ່າມັນໃຊ້ເງິນຫຼາຍກວ່າຕົນເກັບມາໄດ້ຈາກ​ພາ​ສີ ອາກອນ.

ການຈ່າຍເງິນບໍານານລາຍເດືອນໃຫ້ກັບຊາວອາເມຣິກັນຜູ້ສູງອາຍຸ, ການຈ່າຍເງິນໃຫ້ພະນັກງານລັດ ແລະການຈ່າຍເງິນໃຫ້ກັບຜູ້ເປັນ​ສັນ​ຍາ​ຈ້າງຂອງລັດຖະບານອາດຈະຊັກຊ້າ. ແຕ່ຄວາມຢ້ານກົວທີ່ໃຫຍ່ທີ່ສຸດແມ່ນການ​ຄ້າງ​ເງິນ​ຊຳ​ລະ​ໜີ້ຈະເຮັດໃຫ້ເສດຖະກິດຂອງສະຫະລັດທີ່​ເປັນ​ເສດ​ຖະ​ກິດໃຫຍ່ທີ່ສຸດຂອງໂລກເສຍ​ຫາຍ, ແລະສົ່ງຄື້ນສັ່ນ​ສະ​ເທືອນໄປຫາເສດຖະກິດຂອງທົ່ວໂລກ.

ພັກຣີພັບບລີກັນກ່າວວ່າ ເຂົາເຈົ້າຈະບໍ່ລົງຄະແນນສຽງ ເພື່ອຊ່ວຍໃຫ້ພັກເດໂມ ແຄຣັດ ຍົກສູງເພດານຂີດ​ຈຳ​ກັດໜີ້ສິນສູງ​ຂຶ້ນ, ສ່ວນນຶ່ງກໍແມ່ນເພື່ອສະແດງ ການຄັດຄ້ານ ຕໍ່ການຮຽກຮ້ອງຂອງປະທານາທິບໍດີໂຈໄບເດັນ ​ທີ່​ຈະມີ​ການໃຊ້​ຈ່າຍຫຼາຍກວ່າ 2 ພັນຕື້ໂດລາ ເພື່ອຂະຫຍາຍໂຄງການຮັບ​ປະ​ກັນຄວາມປອດໄພທາງສັງຄົມຂອງລັດຖະບານ. ບັນ​ດາ​ຜູ້​ສັງ​ກັດພັກເດໂມແຄຣັດກ່າວວ່າ ເງິນ​ທີ່ໃຊ້ຈ່າຍກ້ອນໃໝ່ ຈະຖືກຈ່າຍຄືນໃຫ້ຄົບຖ້ວນ ດ້ວຍການເກັບພາສີ ທີ່ສູງຂຶ້ນ ຕໍ່ບໍລິສັດແລະບຸກຄົນທີ່ຮັ່ງມີ, ເຊິ່ງພັກຣີພັບບລີກັນກໍຄັດຄ້ານເຊັ່ນ​ກັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG