ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ໃຫ້​ການ​ຊ່ວຍ​ເຫຼືອ ໃນ​ການ​ສະ​ກັດ​ກັ້ນ ຕ້ານ​ການ​ຄ້າ​ມະ​ນຸດ ແກ່ ສ​ປ​ປ ລາວ


ທ່ານ​ວິ​ໄລ​ພົງ ສີ​ສົ​ມ​ຫວັງ ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວກະ​ຊວງ​ແຮງ​ງານ ແລະ​ສະ​​ຫວັດ​ດີ​ການ​ສັງ​ຄົມ ພ້ອມ​ດ້ວຍ​ທ່ານນ​າງ​ຄຳ​ໃບ ຄັດ​ຕິ​ຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະສະຫວັດດີການ
ສັງຄົມ ແລະທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ເຂົ້າຮ່ວມ ເປັນສັກຂີພະຍານ.
ທ່ານ​ວິ​ໄລ​ພົງ ສີ​ສົ​ມ​ຫວັງ ລັດ​ຖະ​ມົນ​ຕີ​ຊົ່ວ​ຄາວກະ​ຊວງ​ແຮງ​ງານ ແລະ​ສະ​​ຫວັດ​ດີ​ການ​ສັງ​ຄົມ ພ້ອມ​ດ້ວຍ​ທ່ານນ​າງ​ຄຳ​ໃບ ຄັດ​ຕິ​ຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະສະຫວັດດີການ ສັງຄົມ ແລະທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ເຂົ້າຮ່ວມ ເປັນສັກຂີພະຍານ.

ລັດຖະບານສະຫະລັດ ສືບຕໍ່ໃຫ້ການສະໜັບສະໜູນລັດຖະບານ ສປປ ລາວ ໃນວຽກ
ງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍໄດ້ຮ່ວມມືກັບກະຊວງແຮງງານ ແລະ
ສະຫວັດດີການສັງຄົມ ເຊິ່ງຕາງຫນ້າໃຫ້ກັບກອງເລຂາ ຄະນະ ຊີ້ນຳລະດັບຊາດຕ້ານ
ການຄ້າມະນຸດ ສ້າງຕັ້ງໂຄງການ ຫລູດຜ່ອນຄວາມສ່ຽງ ຈາກການຄ້າມະນຸດ (Laos
CTIP Program) ຂຶ້ນຢ່າງເປັນທາງການ.

ພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການ ຖືກຈັດຂຶ້ນ ໃນ ວັນທີ 13 ມັງກອນ
ປີ 2020, ໂດຍມີ ທ່ານນາງໃບຄຳ ຄັດຕິຍະ ຮອງລັດຖະມົນຕີ ກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານນາງຣີນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ເຂົ້າຮ່ວມ ເປັນສັກຂີພະຍານ ໃນການລິເລີ່ມໂຄງການ
ມູນຄ່າ 2.3 ລ້ານ ໂດລາ ທີ່ໄດ້ຮັບ ທຶນສະຫນັບສະຫນູນຈາກ ອົງການພັດທະນາສາກົນ ຂອງປະເທດ ສະຫະລັດ (USAID) ເຊີ່ງຈະຈັດຕັ້ງປະຕິບັດຮ່ວມກັນ ລະຫວ່າງ ກົມສັງ
ຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ວິນຣອກ
ສາກົນ ປະຈໍາ ສປປ ລາວ.

ທ່ານນາງຣີ​ນາ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ
ກ່າວວ່າ “ການຍຸດຕິການຄ້າມະນຸດ ຖືເປັນບູລິມະສິດສໍາຄັນ ຂອງ ສະຫະລັດອາເມຣິກາ
ແລະ ເປັນເປົ້າໝາຍດຽວກັບລັດຖະບານ ສປປ ລາວ ພວກເຮົາພູມໃຈ ແລະ ຍິນດີທີ່ໄດ້
ສະໜັບສະໜູນລັດຖະບານ ສປປ ລາວ ໃນ ວຽກງານ ສະກັດກັ້ນ ແລະ ຕ້ານການຄ້າມະ
ນຸດແລະ ພວກເຮົາ ຈະສືບຕໍ່ເພີ່ມ ທະວີການຮ່ວມມືຊ່ວຍເຫຼືອ ແລະ ເສີມສ້າງ ສປປ ລາວ
ໃຫ້ມີຄວາມເຂັ້ມແຂງ ໝັ້ນຄົງ ແລະ ສາມາດບັນລຸໄດ້ຕາມເປົ້າໝາຍການພັດທະນາແບບ
ຍືນຍົງ.

ໃນພິທີດັ່ງກ່າວ ທ່ານວິລະພົງ ໄຊສົມຫວັງ ຕາງໜ້າໃຫ້ກັບກອງເລຂາຄະນະ ກຳມະການ
ຕ້ານການຄ້າມະນຸດລະດັບຊາດ ທັງເປັນຫົວໜ້າກົມສັງຄົມສົງເຄາະ ກະຊວງແຮງງານ ແລະສະຫວັດດີການສັງຄົມໄດ້ຮ່ວມກັບທ່ານນາງ ດຣ. ຊູກຽດ ປັນຍານຸວົງ ຫົວໜ້າໂຄງ
ການຕ້ານການຄ້າມະນຸດ (CTIP program) ທີ່ໄດ້ຮັບ ທຶນຈາກອົງການພັດທະນາສາກົນ ຂອງປະເທດສະຫະລັດ (USAID) ລົງນາມ ໃສ່ບົດບັນທຶກຄວາມເຂົ້າໃຈ ຕໍ່ໜ້າຜູ້ເຂົ້າຮ່ວມ
ຫຼາຍກວ່າ 50 ທ່ານ ທີ່ມາຈາກ ທັງພາກລັດຖະບານ ແຂວງເປົ້າຫມາຍ ອົງການຈັດຕັ້ງສາ
ກົນ ສະມາຄົມບໍ່ຫວັງ ຜົນກໍາໄລ ແລະຄູ່ຮ່ວມພັດທະນາ.

ໂຄງການຫລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ (The Laos CTIP program) ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະ
ນຸດ ໂດຍການເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ ຜູ້ບັງ ຄັບໃຊ້ກົດໝາຍ ອໍາ
ນາດການປົກຄອງທ້ອງຖີ່ນ ໃນການປະຕິບັດຫນ້າທີ່ ສະກັດ ກັ້ນ ແລະຕ້ານທຸກຮູບແບບ ຂອງການຄ້າມະນຸດ ຫຼຸດຜ່ອນຄວາມສ່ຽງ ຂອງ ແມ່ຍິງ ເດັກນ້ອຍ ແລະ ກຸ່ມຄົນຜູ້ດ້ອຍ
ໂອກາດ ຈາກການຄ້າມະນຸດ ແລະ ເພີ່ມທະວີການຊ່ວຍເຫຼືອຜູ້ຖືກເຄາະຮ້າຍໃຫ້ສາ
ມາດເຂົ້າເຖີງການບໍລິການຕ່າງໆ ລວມທັງໂອກາດທາງດ້ານເສດຖະກິດ ການສ້າງອາ
ຊີບ ແລະ ວຽກເຮັດງານທຳ ໃຫ້ກັບກຸ່ມເປົ້າໝາຍ ຢູ່ໃນນະຄອນຫຼວງວຽງຈັນ ແຂວງສະ
ຫວັນນະເຂດ ຈຳປາ ສັກ ແລະສາລະວັນ.

ນອກຈາກວຽກງານສະກັດກັ້ນ ແລະຕ້ານການຄ້າມະນຸດແລ້ວ ສະຫະລັດ ຍັງມີ ໂຄງການ
ຮ່ວມມືກັບ ລັດຖະບານ ສປປ ລາວ ໃນຫລາຍດ້ານເຊັ່ນ ປັບປຸງຄຸນ ນະພາບຂອງການສຶກ
ສາ ສົ່ງເສີມສຸຂະພາບ ແລະໂພຊະນາການ ການກຳ​ຈັດ ທໍາລາຍລະເບີດທີ່ຍັງບໍ່ທັນແຕກ ທີ່ເປັນສີ່ງກີດຂວາງການພັດທະນາ ອຳນວຍ ຄວາມສະດວກດ້ານການຄ້າ ການລົງທຶນ ແລະເພີ່ມທະວີການຄຸ້ມຄອງລັດດ້ວຍ ກົດໝາຍ.

VIENTIANE, LAO PDR – Continuing the United States’ support to the Lao PDR in its mission to end human trafficking, the U.S. Government and Ministry of Labor and Social Welfare formally launched the three-year Laos Counter Trafficking in Persons (CTIP) program at a ceremony in Vientiane on January 13. Mdm. Baykham Khattiya, Deputy Minister of Labour and Social Welfare and U.S. Ambassador Rena Bitter presided over the signing of a memorandum of understanding (MOU) that marks the start of the $2.3 million program, which is funded through the U.S. Agency for International Development (USAID).

“Ending human trafficking is a top priority for the United States, and a goal that we share with our Lao counterparts,” said Ambassador Bitter. “We are proud to support the Lao government in its effort to prevent human trafficking and we continue to expand our commitment to a strong, prosperous, and independent Lao PDR.”

Mr. Vilayphong Sysomvang, Acting Director General of the Ministry of Labor and Social Welfare’s Social Welfare Department joined Dr. Xoukiet Panyanouvong, Chief of Party of the USAID-funded CTIP program to sign the MOU in front of an audience of nearly 50 representatives from the Lao government and development partners.

The Laos CTIP program complements the Government of Laos’ counter-trafficking in persons efforts by strengthening authorities’ response to human trafficking cases, reducing the vulnerability of women, children and marginalized people to trafficking, and improving trafficking victims’ access to services and economic opportunity. Implemented by Winrock International, the project will be carried out in four provinces including Vientiane Capital, Savannakhet, Champasak, and Salavan.

In addition to combating human trafficking, the United States works in partnership with the government and citizens of Laos to remove unexploded ordnance as a barrier to development, improve education, promote health and nutrition, facilitate trade and investment, and strengthen the rule of law.

XS
SM
MD
LG