ການຄວບຄຸມການລະບາດຂອງພະຍາດຕ່າງໆທີ່ເປັນໄພ
ຄຸກຄາມຕໍ່ສຸຂະພາບຂອງປະຊາຊົນໃນທົ່ວໂລກ ແມ່ນເປົ້າ
ໝາຍຂອງກຸ່ມພາຄີໃໝ່ ທີ່ປະກອບ ດ້ວຍ 26 ປະເທດທີ່
ໄດ້ເລີ້ມຂຶ້ນ ທີ່ກຸງວໍຊິງຕັນ. ສະຫະລັດເປັນຜູ້ນຳພາຂອງ
ກຸ່ມປະເທດເຫຼົ່ານີ້ແລະພວກອົງກອນຕ່າງໆຂອງນາໆຊາດ
ເພື່ອຊ່ອຍປັບປຸງສະມັດຖະພາບຂອງໂລກໃຫ້ດີຂຶ້ນ ໃນ
ການປ້ອງກັນ ກວດຄົ້ນ ແລະຮັບມືກັບໄພ ຄຸກຄາມຕ່າງໆ
ຂອງພະຍາດຕິດແປດເຫຼົ່ານີ້. ສິງຈະນຳເອົາລາຍງານເລື້ອງ
ນີ້ຈາກ Steve Baragona ຜູ້ສື່ຂ່າວວີໂອເອ ມາສະເໜີ
ທ່ານ ໃນອັນດັບຕໍ່ໄປ.
ເວລາພະຍາດ Ebola ທີ່ອັນຕະລາຍຮ້າຍແຮງ ເລີ້ມລະ
ບາດຂຶ້ນໃນປີ 2012 ພວກຊາວມຸສລິມ ໃນປະເທດສາ
ທາລະນະລັດປະຊາທິປະໄຕຄອງໂກໄດ້ຖືກເກືອດຫ້າມ
ບໍ່ໃຫ້ໄປຮ່ວມໃນການສະແຫວງບຸນ Hajj ຂອງຊາງມຸສ
ລິມ.
ໃນປີ 2003 ໂຣກ SARS ໄດ້ເລີ້ມລະບາດຈາກຈີນໄປຍັງຫຼາຍກວ່າ 20 ປະເທດ ໃນ
ຄວາມໄວທີ່ໜ້າຕື່ນຕົກໃຈ.
ທ່ານນາງ Kathleen Sebelius ລັດຖະມົນຕີສາທາລະນະສຸກແລະບໍລິການມະນຸດ ສະຫະລັດກ່າວວ່າ ການລະບາດຂອງພະຍາດໃນບ່ອນໃດກໍຕາມແມ່ນ ພຽງແຕ່ຂີ່ເຮືອ
ບິນ ກໍສາມາດແຜ່ລາມໄປໃນທົ່ວໂລກໄດ້.
ທ່ານນາງ Sebelius ກ່າວວ່າ :”ພວກຈຸລິນຊີແລະພະຍາດຕ່າງໆ ແມ່ນສາ
ມາດ ເຄື່ອນໄຫວໄປໄວຂຶ້ນແລະໄກອອກກວ່າແຕ່ກ່ອນ. ແລະສິ່ງນຶ່ງ ທີ່
ພວກເຮົາຮູ້ຈັກຢ່າງແນ່ນອນ ກໍແມ່ນວ່າ ພວກພະຍາດເຫຼົ່ານີ້ບໍ່ຮັບຮູ້ ຫຼື
ຢຸດທີ່ເຂດແດນຂອງປະເທດໃດປະເທດນຶ່ງ.”
ແລະທ່ານນາງ Sebelius ກ່າວຕໍ່ໄປວ່າ ພວກປະເທດສ່ວນຫຼາຍໃນໂລກ ເປັນທີ່ໜ້າ
ເສຍໃຈ ບໍ່ໄດ້ພາກັນກະກຽມ ສຳລັບການລະບາດຂອງພະຍາດດັ່ງກ່າວ.
ດັ່ງນີ້ ສະຫະລັດຈຶ່ງໄດ້ຮຽກຮ້ອງໄປຍັງພວກປະເທດຕ່າງໆຈຳນວນນຶ່ງ ທີ່ຮວມທັງປະ
ເທດທີ່ປະຊາຊົນມີລາຍໄດ້ຕໍ່າ ລາຍໄດ້ພໍປານກາງແລະລາຍໄດ້ສູງທຳຄວາມພະຍາ
ຍາມຮ່ວມກັນ ເພື່ອຫາທາງປ້ອງກັນຊ່ອງຫວ່າງບາງຢ່າງ.
”ທ່ານນາງ Sebelius ກ່າວວ່າ: “ການດຳເນີນງານຮ່ວມກັນຂອງ 30
ປະເທດເປັນຢ່າງໜ້ອຍ ພວກເຮົາສາມາດປ້ອງກັນພວກປະຊາກອນ
ຢ່າງໜ້ອຍ 4 ພັນ ລ້ານຄົນໃນທົ່ວໂລກໄດ້ ພາຍໃນ 5 ປີຂ້າງໜ້ານີ້.”
ຄວາມພະຍາຍາມທີ່ມີວັດຖຸປະສົງເພື່ອຈັດຕັ້ງໂຄງການທົດລອງຕ່າງໆຂອງສະຫະ
ລັດຂຶ້ນໃນຫວຽດນາມ ແລະໃນ Uganda ໄດ້ຊ່ອຍປັບປຸງການທົດສອບຫາພະຍາດ
ແລະການຮັບມືກັບການລະບາດຂອງພະຍາດໃຫ້ດີຂຶ້ນ.
ແລະໃນຂະນະທີ່ຈຸດມຸ້ງໝາຍຂອງການກະທຳດັ່ງກ່າວແມ່ນເພື່ອຄວບຄຸມໄພຂົ່ມຂູ່
ໃນການລະບາດຂອງພະຍາດໃນໂລກ ທ່ານ Amesh Adalja ນັກຊ່ຽວຊານ ດ້ານສາທາລະນະສຸກ ປະຈຳສະມາຄົມພະຍາດຕິດແປດອາເມຣິກາ ຫຼື Infectious Di
seases Society of America ກ່າວຜ່ານທາງ Skype ວ່າ ມັນຄວນຈະຊ່ອຍພວກ
ປະເທດຕ່າງໆ ຕໍ່ສູ້ກັບພວກພະຍາດເຫຼົ່ານີ້ໃນເຂດທ້ອງຖິ່ນ.
ທ່ານ Adalja ກ່າວວ່າ:” ເທັກໂນໂລຈີ ແລະເທັກນິກຕ່າງໆແບບດຽວກັນນີ້
ສ່ວນຫຼາຍ ທີ່ພວກເຮົາໃຊ້ຮັບມື ດັ່ງໂຕຢ່າງ ພວກພະຍາດທີ່ພວກເຮົາບໍ່
ຮູ້ຈັກ ຈະສົ່ງເສີມສະມັດຖະພາບຂອງພວກເຮົາໃນການຕອບຮັບ ຕໍ່ພວກ
ພະຍາດທຳມະດາຕ່າງໆໄດ້. ດັ່ງໂຕຢ່າງ ການພັດທະນາສະມັດຖະພາບ
ໃນການກວດສອບຫາພະຍາດໃນຫ້ອງຄົ້ນຄວ້າທາງດ້ານວິທະຍາສາດ
ພັດທະນາຊ່ອງທາງຕ່າງໆເພື່ອຄົ້ນຫາຢາວັກຊິນ ຫຼື ມາດຕະການຕໍ່ຕ້ານ
ຕ່າງໆຕໍ່ປະຊາກອນ.”
ລັດຖະບານປະທານາທິບໍດີໂອບາມາວາງແຜນຈະໃຊ້ຈ່າຍເງິນຈຳນວນ 45 ລ້ານ
ໂດລາໃນຊຸມປີຕໍ່ໜ້າ ເພື່ອປັບປຸງການປ້ອງກັນ ການກວດຫາ ແລະການຕອບຮັບ
ຕໍ່ໄພຂົ່ມຂູ່ຂອງພະຍາດເຫຼົ່ານີ້ ໃນບັນດາປະເທດກຳລັງພັດທະນາ.
ແລະກຳລັງຮຽກຮ້ອງໃຫ້ປະເທດອື່ນໆ ໃຫ້ການຊ່ອຍເຫຼືອໃນການປ້ອງກັນບໍ່ໃຫ້
ການລະບາດຂອງພະຍາດຮ້າຍແຮງເກີດຂຶ້ນອີກໃນໂລກ ໃນຂັ້ນຕໍ່ໄປນັ້ນ.