ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລາວຖືກຈັດໃຫ້ຢູ່ໃນກຸ່ມທີ 2 ຂອງພວກປະເທດຄ້າມະນຸດ, ຕອນທີ 1


ລາວຖືກຈັດໃຫ້ຢູ່ໃນກຸ່ມທີ 2 ຂອງພວກປະເທດຄ້າມະນຸດ, ຕອນທີ 1
ລາວຖືກຈັດໃຫ້ຢູ່ໃນກຸ່ມທີ 2 ຂອງພວກປະເທດຄ້າມະນຸດ, ຕອນທີ 1

ທຸກໆປີ ກະຊວງຕ່າງປະເທດສະຫະລັດ ທຳ​ການ​ສຶກສາ​ເບິ່ງ​ສະຖານະ​ການດ້ານ ການຄ້າ ມະນຸດຢູ່ໃນທົ່ວໂລກ ​ເພື່ອ​ນຳ​ສະ​ເນີ​ລາຍ​ງານ​ ຕໍ່ລັດຖະສະພາ ທີ່ນຳໃຊ້ ເປັນ​ພື້ນ​ຖານ ​ໃນ​ການ​ພິຈາລະນາ​ ເລື່ອງການໃຫ້ຄວາມ​ຊ່ວຍເຫລືອ ແກ່ປະເທດຕ່າງໆ. ລາຍງານ ຂອງກະຊວງ ການຕ່າງປະເທດ ສະຫະລັດ ທີ່ນຳອອກເຜີຍແຜ່​ ເມື່ອວັນຈັນ ທີ 14 ມີຖຸນາຜ່ານມານີ້ ໄດ້ຊັ່ງຊາ ຕີລາຄາເບິ່ງ ການດຳເນີນ ຄວາມພະຍາຍາມ ຕໍ່ຕ້ານການຄ້າມະນຸດ ຢູ່ໃນ 177 ປະເທດ ຮວມທັງ ສປປ ລາວ ​ແລະ ສະຫະລັດ​ເອງ​ນຳ. ລາຍ​ງານ​ຂ້າງ​ລຸ່ມນີ້​ ແມ່ນຄວາມ​ເຫັນ​ຂອງ​ກະຊວງ​ ຕ່າງປະ​ເທດ ​ສະຫະລັດ ກ່ຽວ​ກັບ​ສະຖານະ​ການ​ ດ້ານ​ການ​ຄ້າມະນຸດ ຢູ່ໃນ ສປປ ລາວ ຕອນ​ທີ 1.

ປະເທດຕ່າງໆທີ່ມີ​ຊື່ຢູ່ໃນລາຍງານ ໄດ້ຖືກຈັດອອກເປັນ 3 ກຸ່ມດ້ວຍກັນ ​ອີງຕາມ ການດຳເນີນ ຄວາມພະຍາຍາມ ຂອງແຕ່ລະປະເທດ ​ໃນ​ການ ຕໍ່ຕ້ານ ການຄ້າມະນຸດ. ຄືກຸ່ມທີ 1 ແມ່ນບັນດາປະເທດ ທີ່​ໄດ້ປະຕິບັດ ມາດຕະຖານ ທີ່ຕໍ່າສຸດ ສຳລັບລຶບລ້າງ ການຄ້າມະນຸດນັ້ນ ໂດຍເຕັມ. ສ່ວນກຸ່ມທີ 2 ບໍ່ໄດ້ປະຕິບັດ ຢ່າງຄົບຖ້ວນ ແຕ່ກໍໄດ້ດຳເນີນ ຄວາມພະຍາຍາມ ຢ່າງສຳຄັນ ແລະກຸ່ມທີ 3 ແມ່ນບັນດາປະເທດ ທີ່ບໍ່ໄດ້ປະຕິຕາມ ມາດຕະຖານ ທີ່ຕ່ຳສຸດ ແລະກໍບໍ່ໄດ້ດຳເນີນ ຄວາມພະຍາຍາມ ທີ່ສຳຄັນໃດໆ. ບັນດາປະເທດ ໃນກຸ່ມນີ້ ມີ​ສິດຖືກ ສະຫະລັດ ລົງໂທດ​ໄດ້ ຮວມທັງ ຕັດການຊ່ອຍເຫລືອ ທີ່ບໍ່ແມ່ນ ທາງດ້ານມະນຸດສະທຳ.

ສະພາບການ​ທົ່ວ​ໄປ​ໃນ​ລາວ: ສຳລັບ ສປປ ລາວ ໃນປີນີ້ ກໍຖືກຈັດໄວ້ ໃນກຸ່ມທີ 2 ຄືກັນກັບ ໃນປີກາຍ ຊຶ່ງລາຍງານ ຂອງກະຊວງ ການຕ່າງປະເທດ ສະຫະລັດ ເວົ້າວ່າ ລາວເປັນທັງ ແຫຼ່ງທີ່ມາ ​ແລະໃນ​ລະດັບ​ທີ່ນ້ອຍ​ກ່ວາ ​ເປັນ​ທັງທາງຜ່ານ ແລະປາຍທາງ ​ ຂອງພວກແມ່ຍິງ ແລະຍິງສາວທີ່ ໄດ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ໂດຍສະເພາະແລ້ວ ແມ່ນພວກທີ່ ຖືກບັງຄັບ ໃຫ້ເປັນໂສເພນີ ຕະຫຼອດທັງ ພວກຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍ ທີ່ຕົກຢູ່ ໃນສະພາບ ຖືກບັງຄັບ ໃຊ້ແຮງງານ ຢູ່ຕາມໂຮງຈັກໂຮງງານ ເປັນຄົນຮັບໃຊ້ຢູ່ ຕາມບ້ານເຮືອນ ແລະອຸສາຫະກຳ ການປະມົງ.

ລາຍງານ​ເວົ້າວ່າ ມີການພົບເຫັນ ພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍລາວ ຢູ່ໃນສະພາບ ຖືກບັງຄັບ ໃຊ້ແຮງງານ ຢູ່ທີ່ປະເທດໄທ. ມີຊາວລາວ ຈຳນວນຫລາຍ ໂດຍສະເພາະແລ້ວ ແມ່ນພວກແມ່ຍິງ ໄດ້ຈ່າຍຄ່ານາຍໜ້າ ຕາມປົກກະຕິແລ້ວ ​ໃນລະຫວ່າງ 70 ຫາ 200 ໂດລາ ເພື່ອໃຫ້ໄດ້ວຽກເຮັດ ຢູ່ທີ່ປະເທດໄທ ແຕ່ບາດ​ແລ້ວ ເຂົາເຈົ້າກັບໄດ້ຕົກ ຢູ່ໃນສະພາບ ເປັນທາດທາງເພດ ແລະຖືກບັງຄັບ ໃຊ້ແຮງງານ ເວລາພວກເຂົາເຈົ້າ ເດີນທາງໄປເຖິງ ປະເທດໄທ. ພວກຜູ້ຊາຍລາວ ກໍໄດ້ຕົກ ຢູ່ໃນສະພາບ ຖືກບັງຄັບ ໃຊ້ແຮງງານ ໃນອຸສາຫະກຳ ການປະມົງ ແລະກໍ່ສ້າງຂອງໄທ. ລາຍງານ​ເວົ້າວ່າ ມີພວກຜູ້ສາວ ແລະແມ່ຍິງລາວ ຈຸນ້ອຍໆ ຈຸນຶ່ງ ໄດ້ຖືກລັກລອບ ໄປຂາຍ​ທີ່ ​ປະ​ເທດຈີນ ເພື່ອໄປແຕ່ງງານ ກັບພວກຜູ້ຊາຍ ຄົນຈີນ. ພວກຊົນເຜົ່າ ກຸ່ມນ້ອຍ ແມ່ນມີຄວາມຫຼໍ່ແຫຼມ ເປັນພິເສດ ຕໍ່ການ​ຕົກ​ເປັນ​ເຫຍື່ອ ການຄ້າມະນຸດ ຢູ່​ໃນໄທ.

ລາວ ພວມກາຍເປັນ ທາງຜ່ານຫຼາຍຂຶ້ນ ສຳລັບ ພວກແມ່ຍິງ ຫວຽດນາມ ຈີນ ແລະມຽນມາ ທີ່ໄດ້ຖືກລັກລອບ ເພື່ອໄປຄ້າປະເວນີ ແລະບັງຄັບໃຫ້ ອອກແຮງງານຢູ່ ທີ່ປະເທດໄທ. ມີແມ່ຍິງຫວຽດນາມ ບາງຄົນ ໄດ້ຖືກບັງຄັບ ໃຫ້ເປັນໂສເພນີ ຢູ່ລາວ. ສຳລັບ ​ການ​ຄ້າແມ່ຍິງ​ລາວ ​ຢູ່​ພາຍ​ໃນ​ປະ​ເທດ​ລາວ​ເອງ​ນັ້ນ ເຖິງແມ່ນ ບໍ່ໄດ້ມີລາຍງານ ກ່ຽວກັບເລື່ອງນີ້ ຫຼາຍປານໃດ ກໍຈິງ ການຄ້າມະນຸດ ພາຍໃນຢູ່ໃນລາວ ກໍຍັງສືບຕໍ່ ເປັນບັນຫາ ທີ່ໄດ້ສົ່ງຜົນກະທົບ ໃຫ້ພວກແມ່ຍິງ ແລະຜູ້ສາວ ຖືກບັງຄັບ ໃຫ້ເຮັດວຽກ ເປັນໂສເພນີ.

ລາຍ​ງານ​ ຂອງ​ກະຊວງ​ ການ​ຕ່າງປະ​ເທດ​ ສະຫະລັດ​ ກ່າວ​ວ່າ ລັດຖະບານລາວ ບໍ່ໄດ້ປະຕິບັດ ໂດຍເຕັມ ຕາມມາດຕະຖານ ທີ່ຕໍ່າສຸດ ເພື່ອລຶບລ້າງ ການຄ້າມະນຸດ ແຕ່ແນວໃດກໍຕາມ ລັດຖະບານລາວ ໄດ້ດຳເນີນ ຄວາມພະຍາຍາມ ທີ່ສຳຄັນ ເພື່ອ​ແກ້​ໄຂ ​ບັນຫານີ້. ​ແຕ່ເຖິງແມ່ນ ໄດ້ມີການດຳເນີນ ຄວາມພະຍາຍາມ ເຫຼົ່ານີ້ກໍຈິງ ລາວກໍຍັງບໍ່ທັນ ມີຫຼັກຖານ ສະແດງໃຫ້ເຫັນ ໄດ້ຢ່າງພຽງພໍວ່າ ຕົນ​ໄດ້ກະທຳ ຄວາມກ້າວໜ້າ ໃນການດຳເນີນ ຄວາມພະຍາຍາມ ທາງ​ດ້ານ ປະຕິບັດກົດໝາຍ ເພື່ອແກ້ໄຂ ບັນຫາການຄ້າມະນຸດ ແລະ​ໃນການລະບຸ ພວກ​ທີ່​ໄດ້​ຕົກເປັນເຫຍື່ອ ຕະຫລອດ​ທັງ​ ໃນການປົກປົກປ້ອງ ຄຸ້ມຄອງພວກເຄາະຮ້າຍ. ດັ່ງນັ້ນ ລາວຈຶ່ງຖືກຈັດໄວ້ ໃນກຸ່ມທີ 2.

ໃນໄລຍະ ຂອງການເຮັດລາຍງານ ສະບັບນີ້ ລັດຖະບານລາວ ລາຍ​ງານ​ວ່າ ​ໄດ້ມີ​ການດຳເນີນ ຄະດີການຄ້າມະນຸດ 3 ຄະດີ ແຕ່ບໍ່ໄດ້ຕັດສິນໂທດ ພວກຄ້າມະນຸດ ຄົນໃດ. ໃນຂະນະທີ່ ລັດຖະບານລາວ ໄດ້ໃຫ້ການຊ່ອຍເຫຼືອແ ກ່ພວກເຄາະຮ້າຍ ຈຳນວນນຶ່ງ ທີ່ລັດຖະບານ ຕ່າງປະເທດ ລະບຸວ່າ ໄດ້ຕົກເປັນເຫຍື່ອ ຂອງການຄ້າມະນຸດ ແລະຖືກສົ່ງ ກັບຄືນໃຫ້ລາວນັ້ນ ແຕ່ລັດຖະບານລາວ ກໍບໍ່ໄດ້ລາຍງານວ່າ ຕົນ​ໄດ້ສືບ​ຮູ້​ ແລະ​ສາມາດ​ລະບຸ​ພວກເຄາະຮ້າຍ ຈາກການຄ້າມະນຸດ ແຕ່ຢ່າງໃດ. ລັດຖະບານລາວ ບໍ່ເຄີຍລົງໂທດ ບໍ່​ວ່າໃນດ້ານວິໄນ ຫລືໃນດ້ານກົດໝາຍ ຕໍ່ພວກເຈົ້າໜ້າທີ່ ທີ່ສົມຮູ້ຮ່ວມຄິດ ກັບການຄ້າມະນຸດ. ​ແລະລັດຖະບານລາວ ຍັງສືບຕໍ່ ອາໄສກາງຕໍ່ ເກືອບທັງໝົດ ນຳບັນດາ ອົງການຈັດຕັ້ງ ທີ່ບໍ່ຂຶ້ນ ກັບລັດຖະບານ ແລະ ອົງການຈັດຕັ້ງ ຂອງນາໆຊາດ ໃນການໃຫ້ ຄວາມຊ່ອຍເຫລືອ ແກ່ພວກ​ໄດ້ຮັບເຄາະນັ້ນ.

ການດຳເນີນຄະດີ: ລັດຖະບານລາວ ຍັງສືບຕໍ່ ດຳເນີນຄະດີ ການຄ້າມະນຸດ ຈຳນວນນຶ່ງ ແຕ່ບໍ່ໄດ້ລົງໂທດ ພວກທີ່ກະທຳຄວາມຜິດ ກ່ຽວກັບ ການຄ້າມະນຸດໃດໆ ໃນໄລຍະ ທີ່ມີການລາຍງານ. ລາວໄດ້ຫ້າມ ທຸກຮູບແບບ ຂອງການຄ້າມະນຸດ ຢູ່ໃນກົດໝາຍອາຍາ ມາດຕາ 134 ທີ່ໄດ້ມີການ ດັດແປງແກ້ໄຂໃໝ່ ໃນປີ 2006 ຊຶ່ງກຳນົດໂທດ ຈຳຄຸກນັບແຕ່ 5 ປີ ໄປຫາຕະຫຼອດຊີວິດ ທີ່ມີຄວາມເຂັ້ມແຂງພຽງພໍ ແລະ ທຽບເທົ່າ ກັບໂທດ ທີ່ໄດ້ ກຳນົດ ສຳລັບຄວາມຜິດ ຮ້າຍແຮງອື່ນໆ. ມີລາຍງານວ່າ ຕຳຫຼວດລາວ ໄດ້ທຳການສືບສວນ ຜູ້ຕ້ອງສົງໄສ ກ່ຽວກັບ ການຄ້າມະນຸດ 50 ຄະດີ ໃນປີ 2009 ຜ່ານມາ ແລະໄດ້ຟ້ອງຮ້ອງ ພວກຄ້າມະນຸດ 11 ລາຍ. ການໄດ້ຮັບ ການຍົກເວັ້ນໂທດ ຫລືບໍ່ຖືກລົງໂທດ ຂອງພວກເຈົ້າໜ້າທີ່ ລັດຖະບານ ທີ່ສໍ້ລາດບັງຫຼວງ ຍັງສືບຕໍ່ ເປັນບັນຫາ ໃນທົ່ວລະບົບ ຍຸຕິທຳ ຂອງລາວ. ການສໍ້ລາດບັງຫຼວງ ແມ່ນເປັນໂຣກ ເຮື້ອຮັງຢູ່ລາວ ແລະ ພວກນັກສັງເກດການ ກ່ຽວກັບ ການຄ້າມະນຸດ ຢູ່ລາວເຊື່ອວ່າ ໂດຍສະເພາະແລ້ວ ແມ່ນໃນລະດັບ ທ້ອງຖິ່ນນັ້ນ ມີເຈົ້າໜ້າທີ່ ບາງຄົນ ພົວພັນ ໃນການຄ້າມະນຸດ ຊຶ່ງໃນບາງຄັ້ງ ໄດ້ມີການສົມຄົບກັນ ແບບລັບໆ ກັບຄູ່ຕຳແໜ່ງ ຝ່າຍໄທ. ແຕ່ແນວໃດກໍຕາມ ລັດຖະບານລາວ ບໍ່ເຄີຍມີ ລາຍງານວ່າ ໄດ້ຝຶກຝົນ ໃນດ້ານວິໄນ ຫຼືລົງໂທດ ເຈົ້າໜ້າທີ່ຄົນໃດ ທີ່ພົວພັນ ໃນການຄ້າມະນຸດ. ລັດຖະບານລາວ ຍັງສືບຕໍ່ ໃຫ້ການຮ່ວມມື ກັບອົງການຈັດຕັ້ງ ນາໆຊາດ ແລະ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານ ກ່ຽວກັບ ການເສີມສ້າງ ຄວາມສາມາດ ໃນການປະຕິບັດກົດໝາຍນັ້ນ.

XS
SM
MD
LG