ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ຢືນ​ຢັນ ສະ​ຫະ​ລັດ ສັງ​ຫານ​ຜູ້​ນຳ​ ກຸ່ມອາ​ລ-ໄກ​ດາ ທ້າວ ເອ​ແມນ ອາ​ລ-ຊາວ​າ​ຮີ​ຣີ


ພາບນີ້​ຈາກວິ​ດີ​ໂອ​ທີ່​ໄດ້​ມາ​ໃນ​ວັນ​ທີ 26 ຕຸ​ລາ, 2012 ຈາກ​ກຸ່ມ​ສືບ​ລັບ Site ສະ​ແດງ​ໃຫ້​ເຫັນຜູ້​ນຳ​ກຸ່ມ ອາ​ລ-ໄກ​ດາ ທ້າວ ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ເວົ້າ​ຈາກ​ສະ​ຖານ​ທີ່ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ.
ພາບນີ້​ຈາກວິ​ດີ​ໂອ​ທີ່​ໄດ້​ມາ​ໃນ​ວັນ​ທີ 26 ຕຸ​ລາ, 2012 ຈາກ​ກຸ່ມ​ສືບ​ລັບ Site ສະ​ແດງ​ໃຫ້​ເຫັນຜູ້​ນຳ​ກຸ່ມ ອາ​ລ-ໄກ​ດາ ທ້າວ ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ເວົ້າ​ຈາກ​ສະ​ຖານ​ທີ່ໆ​ບໍ່​ໄດ້​ຖືກ​ເປີດ​ເຜີຍ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ຂອງ ສະ​ຫະ​ລັດ ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ​ໄດ້​ສັງ​ຫານນຶ່ງ​ໃນ​ພວກນັກ​ກໍ່​ການ​ຮ້າຍ​ທີ່​ຕ້ອງ​ການ​ຕົວ​ທີ່​ສຸດ​ໃນ​ໂລກ.

ສຳ​ລັບ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ທ້າວ ເອ​ແມນ ອາ​ລ-ຊາ​ວາ​ຮີ​ຣີ ໄດ້​ເປັນ​ຜູ້​ນຳ​ພາ​ກຸ່ມ ອາ​ລ-ໄກ​ດາ, ເຊິ່ງ​ແມ່ນ​ກຸ່ມ​ກໍ່​ການ​ຮ້າຍ​ອິ​ສ​ລາມ​ທີ່​ໄດ້​ແຜ່​ຂະ​ຫຍາຍ​ໄປ​ທົ່ວ​ໂລກ ຫຼັງ​ຈາກ​ການ​ໂຈມ​ຕີ​ທີ່​ໜ້າ​ຕົກ​ໃຈ​ຢູ່​ຜືນ​ແຜ່ນ​ດິນ​ຂອງ ສະ​ຫະ​ລັດ ໃນ​ວັນ​ທີ 11 ກັນ​ຍາ 2001.

ທ່ານ​ ໄບ​ເດັນ ໄດ້​ກ່າວ​ໃນ​ຄືນ​ວັນ​ຈັນ​ວານນີ້​ວ່າ “ບາດນີ້, ​ຜູ້​ກະ​ທຳ​ຜິດ​ແມ່ນ​ໄດ້​ຖືກ​ລົງ​ໂທດ​ຕາມ​ທີ່​ລາ​ວ​ສົມ​ຄວນ​ໄດ້​ຮັບ​ແລ້ວ. ແລະ ຜູ້​ນຳ​ກໍ່​ການ​ຮ້າຍ​ຄົນ​ນີ້​ແມ່ນບໍ່​ມີ​ອີກ​ຕໍ່​ໄປ.” ທ່ານ​ໄດ້​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ຈະ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ອີກ​ຄັ້ງ​ວ່າ ບໍ່​ວ່າ​ມັນ​ຈະ​ໃຊ້​ເວ​ລາ​ດົນ​ປານ​ໃດ, ບໍ່​ວ່າ​ເຈົ້າ​ຈະ​ລີ້​ຢູ່​ໃສ, ຖ້າ​ເຈົ້າ​ຂົ່​ມ​ຂູ່​ປະ​ຊາ​ຊົນ​ຂອງ​ພວກ​ເຮົາ, ສະ​ຫະ​ລັດ ຈະ​ຊອກ​ຫາ​ເຈົ້າ ແລະ ກຳ​ຈັດ​ເຈົ້າ.”

ສະ​ຫະ​ລັດ ໄດ້​ບຸກ​ລຸກ ອັ​ຟ​ກາ​ນິ​ສ​ຖານ ບໍ່​ດົນຫຼັງ​ຈາກ​ການ​ໂຈມ​ຕີ ໃນວັນທີ 11 ກັນ​ຍາ, ແລະ ຜູ້​ນຳ​ກຸ່ມ ອາ​ລ-ໄກ​ດາ ທ້າວ ໂອ​ຊາ​ມະ ບິນ​ລາ​ເດັນ ໄດ້​ເປັນ​ເປົ້າ​ໝາຍ​ຕົ້ນ​ຕໍ. ກອງ​ກຳ​ລັງ ສະ​ຫະ​ລັດ ໄດ້​ຂ້າ​ລາວ​ຕາຍ​ໃນ​ປະ​ເທດ ປາ​ກິ​ສ​ຖານ ເມື່ອ​ປີ 2011.

ທ້າວ ອາ​ລ-ຊາ​ວາ​ຮີ​ຣີ, ໄດ້​ເກີດ​ໃນ​ຄອບ​ຄົວ​ທີ່​ຮັ່ງ​ມີ​ຢູ່​ປະ​ເທດ ອີ​ຈິບ ແລະ ໄດ້​ຮັບ​ການ​ຝຶກ​ງານ​ເປັນ​ນັກ​ປາດ, ລາວ​ໄດ້​ເຂົ້າ​ຄວບ​ຄຸມ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ປີ 2011. ກ່ອນ​ໜ້າ​ນັ້ນ, ລາວ​ຖືກກ່າວ​ຂານ​ວ່າ​ເປັນ​ແພດ​ໝໍ​ສ່ວນ​ຕົວ​ຂອງ​ທ້າວ ບິນ ລາ​ເດັນ.

ການ​ຢືນ​ຢັນ ກ່ຽວ​ກັບ ການ​ຕາຍ​ຂອງ​ລາວ​ໄດ້​ມີ​ຂຶ້ນ​ດົນ​ກວ່າ​ນຶ່ງ​ຊົ່ວ​ໂມງ ຫຼັງ​ຈາກ​ກຸ່ມ​ຕາ​ລີ​ບານ ທີ່​ປົກ​ຄອງ​ປະ​ເທດ​ໃນ​ນະ​ຄອນຫຼວງ ກາ​ບູ​ລ ໄດ້​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ ເມື່ອ​ວັນ​ອາ​ທິດ​ທີ່​ຜ່ານ​ມາ​ໃສ່​ສະ​ຖານ​ທີ່​ພັກ​ອາ​ໄສ​ໃນ​ນະ​ຄອນຫຼວງ​ຂອງ ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ຜົນ​ງານ​ຂອງ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ຂອງ ອາ​ເມ​ຣິ​ກາ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ທຳ​ນຽບ​ຂາວ ໄດ້​ກ່າວ​ຕໍ່​ນັກ​ຂ່າວ​ໃນ​ວັນ​ຈັນ​ວານນີ້​ວ່າ ການ​ປະ​ຕິ​ບັດ​ການ​ດັ່ງ​ກ່າວ​ໄດ້​ແນ​ເປົ້າ​ໃສ່​ເຮືອນຫຼັງ​ນຶ່ງ​ໃນ​ນະ​ຄອນຫຼວງ ກາ​ບູ​ລ ດ້ວຍ​ຍານ​ພາ​ຫະ​ນະ​ທາງ​ອາ​ກາດ​ທີ່ບໍ່​ມີ​ຄົນ​ຂັບ, ໂດຍບໍ່​ມີ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຢູ່​ພື້ນ​ດິນ. ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຍັງ​ໄດ້​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ສະຫຼຸບ​ດ້ວຍ “ຄວາມ​ໝັ້ນ​ໃຈ​ເປັນ​ຢ່າງ​ສູງ” ວ່າ​ ມີ​ແຕ່​ທ້າວ ອາ​ລ-ຊາ​ວາ​ຮີ​ຣີ ເທົ່າ​ນັ້ນ​ທີ່​ຖືກ​ຂ້າ​ຕາຍ, ແລະວ່າ ​ເຂົາ​ເຈົ້າ​ຮູ້​ວ່າ​ສະ​ມາ​ຊິກ​ອາ​ວຸ​ໂສ​ຂອງ​ເຄືອ​ຂ່າຍ ຮັກ​ກາ​ນີ ຂອງ​ກຸ່ມ​ຕາ​ລີ​ບານ ຮູ້​ວ່າ​ ລາວ​ຢູ່​ໃນ ອັ​ຟ​ກາ​ນິ​ສ​ຖານ. ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ໄດ້​ແຈ້ງ​ກຸ່ມ​ຕາ​ລີ​ບານ​ໃຫ້​ຮູ້​ກ່ອນ​ການ​ໂຈມ​ຕີ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຄົນ​ນຶ່ງ​ຂອງ​ລັດ​ຖະ​ບານ​ໄດ້​ກ່າວ​ວ່າ ທ້າວ ອາ​ລ-ຊາ​ວາ​ຮີ​ຣີ “ໄດ້​ສືບ​ຕໍ່​ສະ​ໜອງ​ທິດ​ທາງ​ດ້ານ​ຍຸດ​ທະ​ສາດ​ໃຫ້​ສະ​ມາ​ຊິກ​ກຸ່ມ​ ອາ​ລ-ໄກ​ດາ ໃນ​ທົ່ວ​ໂລກ, ທີ່​ຮຽກ​ຮ້ອງ​ໃຫ້​ໂຈມ​ຕີ​ໃສ່ ສະ​ຫະ​ລັດ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG