ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຮ່ວມກັບຝຣັ່ງ, ອີຕາລີ ໃນການອົບພະຍົບ ພົນລະເມືອງອອກຈາກໄນເຈີ


ຊາວ​ຝຣັ່ງ ​ແລະ​ຄົນ​ຊາດ​ອື່ນໆ​ ເຕົ້າ​ໂຮມ​ກັນ​ຢູ່​ທີ່​ສະ​ໜາມ​ບິນ​ສາ​ກົນ ​ເພື່ອ​ຂຶ້ນ​ເຮືອ​ບິນ​ໄປ​ປະ​ເທດ​ຝຣັ່ງ​ ດ້ວຍ​ເຮືອ​ບິນ​ທະ​ຫານ​ຂອງ​ຝຣັ່ງ, ໃນ​ນະ​ຄອນ​ນິອາ​ເມ, ປະເທດໄນ​ເຈີ, ວັນ​ທີ 2 ສິງ​ຫາ 2023
ຊາວ​ຝຣັ່ງ ​ແລະ​ຄົນ​ຊາດ​ອື່ນໆ​ ເຕົ້າ​ໂຮມ​ກັນ​ຢູ່​ທີ່​ສະ​ໜາມ​ບິນ​ສາ​ກົນ ​ເພື່ອ​ຂຶ້ນ​ເຮືອ​ບິນ​ໄປ​ປະ​ເທດ​ຝຣັ່ງ​ ດ້ວຍ​ເຮືອ​ບິນ​ທະ​ຫານ​ຂອງ​ຝຣັ່ງ, ໃນ​ນະ​ຄອນ​ນິອາ​ເມ, ປະເທດໄນ​ເຈີ, ວັນ​ທີ 2 ສິງ​ຫາ 2023

ບັນດາ​ຜູ້​ບັນຊາ​ການ​ທະຫານ​ຈາກ​ກຸ່ມປະຊາຄົມເສດຖະກິດຂອງບັນດາ ປະເທດໃນ ອາຟຣິກຕາເວັນຕົກ ຫລື ECOWAS ​ໄດ້​ເດີນທາງໄປເຖິງ​ນະຄອນຫລວງອາບູຈາ (Abuja) ຂອງ​ໄນ​ຈີ​ເຣຍ ​ໃນ​ວັນ​ພຸດວານນີ້ ເພື່ອຮ່ວມກອງປະຊຸມປຶກສາຫາລືກັນ ເປັນເວລາ 2 ວັນ ​ກ່ຽວ​ກັບ​ການ​ກໍ່​ລັດຖະປະຫານ​ໃນ​ປະ​ເທດ ໄນເຈີ (Niger) ໃນ ອາທິດແລ້ວນີ້. ​ໃນ​ຂະ​ນະ​ດຽວ​ກັນ, ສະ​ຫະ​ລັດ​ໄດ້​ເຮັດ​ຄື​ກັນ​ກັບບັນາດປະ​ເທດ​ຢູໂຣບ​ຈໍາ​ນວນນຶ່ງ​ໃນ​ການ​ຍົກ​ຍ້າຍ​ປະຊາຊົນຂອງຕົນອອກ​ຈາກ​ປະ​ເທດ​ດັ່ງ​ກ່າວ.

ECOWAS ກ່າວ​ໃນ​ຖະ​ແຫຼງ​ການ​ສັ້ນໆ​ວ່າ ຄະ​ນະ​ກຳ​ມະ​ການ​ເສ​ນາ​ທິ​ການ​ປ້ອງ​ກັນ​ປະ​ເທດ​ຈະ​ປຶກ​ສາ​ຫາ​ລື ກ່ຽວກັບ “ສະ​ຖາ​ນະ​ການທາງ​ການ​ເມືອງ​ຂອງ​ສາທາລະ ນະລັດ​ໄນ​ເຈີ” ຢູ່ໃນ​ກອງ​ປະ​ຊຸມຂອງ​ເຂົາ​ເຈົ້າ​ຈົນ​ເຖິງ​ວັນ​ສຸກ. ECOWAS ໄດ້ກໍານົດ ວັນອາທິດນີ້ ​ເປັນເສັ້ນຕາຍໃຫ້ເອົາປະທານາທິບໍດີ ໂມຮາມເມດ ບາຊູມ (Mohamed Bazoum) ກັບຄືນສູ່ການ​ກຳອໍານາດ. ຖ້າບໍ່ດັ່ງນັ້ນ, ຈະພິຈາລະນາການນໍາໃຊ້ກໍາລັງ ທະ​ຫານ.

"ການ​ເອົາທາງເລືອກດ້ານການໃຊ້ທະຫານແມ່ນທາງເລືອກສຸດທ້າຍທີ່​ສຸດ​ຢູ່ໃນການ ປຶກສາຫາລືນັ້ນ ແຕ່ພວກເຮົາກໍຕ້ອງກຽມພ້ອມສໍາລັບເຫດການທີ່ຈະເກີດຂຶ້ນໃນ​ທີ່​ສຸດ", ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ອັບເດລ-ຟາເຕົາ ມູຊາຮ໌ (Abdel-Fatau Musah), ກໍາມາ​ທິການດ້ານວຽກງານການເມືອງ, ສັນຕິພາບ ແລະຄວາມໝັ້ນຄົງ ຂອງ ECOWAS.

"ມີຄວາມຈຳເປັນທີ່ຈະຕ້ອງສະແດງໃຫ້ເຫັນວ່າ ພວກເຮົາສາມາດບໍ່​ແມ່ນພຽງແຕ່ເຫົ່າ ແຕ່ສາມາດກັດໄດ້," ທ່ານໄດ້ບອກນັກຂ່າວໃນວັນພຸດວານນີ້ຢູ່ນະຄອນຫຼວງອາບູຈາ (Abuja).

ECOWAS ຍັງ​ໄດ້​ສົ່ງ​ຄະນະ​ຜູ້​ແທນ​ໄປ​ນະຄອນຫຼວງນິອາເມ (Niamey) ຂອງ​ໄນ​ເຈີ​ໃນ​ວັນ​ພຸດ​ວານ​ນີ້ ​ເພື່ອ​ໂອ້​ລົມ​ກັບ​ບັນດາ​ສະມາຊິກ​ລັດຖະບານທະຫານ.

ECOWAS ຍັງ​ໄດ້​ວາງ​ມາດ​ຕະການ​ລົງ​ໂທດ​ຕໍ່​ໄນ​ເຈີ ທີ່ລວມທັງ​ການ​ຕັດ​ການ​ສົ່ງ​ພະລັງງານ​ໄປ​ຍັງ​ປະ​ເທດ​ທີ່​ທຸກ​ຍາກ​ທີ່ມີປະຊາຊົນ 25 ລ້ານ​ຄົນ, ​ເຊິ່ງນຳ​ເຂົ້າ​ໄຟຟ້າ​ເກືອບ​ທັງ​ໝົດ. ໄນຈີເຣຍທີ່ເປັນປະເທດເພື່ອນບ້ານ ໄດ້ຢຸດເຊົາການສົ່ງໄຟຟ້າ ໃຫ້ໄນເຈີ, ແຕ່ຍັງບໍ່ເປັນ​ທີ່ຈະແຈ້ງວ່າມັນແມ່ນ​ປະ​ລິ​ມານໄຟຟ້າ ເທົ່າໃດເປັນຂອງ ໄນເຈີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG