ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເຮືອ​ບິນ ໂດຍ​ສານ ສາຍ​ການ​ບິນ​ ສ​ຫລ ລຳ​ນຶ່ງ ລົງ​​ຈອດ​ສຸກ​ເສີນ


​ເຮືອ​ບິນ​ຂອງສ​າຍ​ການ​ບິນແດ​ລ​ຕາ (Delta) ທີ່​ຫາ​ກໍ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ ນະ​ຄອນ​ລອ​ສ​ແອ​ລ​ເຈີ​ສິ​ສ ກັບ​ຄືນ​ລົງ​ຈ​ອດຢ່າງ​ສຸກ​ເສີນ.
​ເຮືອ​ບິນ​ຂອງສ​າຍ​ການ​ບິນແດ​ລ​ຕາ (Delta) ທີ່​ຫາ​ກໍ​ຂຶ້ນ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ ນະ​ຄອນ​ລອ​ສ​ແອ​ລ​ເຈີ​ສິ​ສ ກັບ​ຄືນ​ລົງ​ຈ​ອດຢ່າງ​ສຸກ​ເສີນ.

ພວກ​ເດັກ​ນ້ອຍ​ ແລະ​ຜູ້​ໃຫຍ່​ຫຼາຍຄົນ ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍ ເວ​ລາ​ອາຍ​ນ້ຳ​ມັນ​ເຮືອ​ບິນ​ອາຍ​ພົ່ນ​ຕົກ​ລົງ​ມ​າ​ໃສ່​ໂຮງ​ຮຽນ​ຫຼາ​ຍ​ຫຼັງ ຢູ່​ໃນ​ເຂດ​ນະ​ຄອນ​ລອ​ສ​ແອ​ລ​ເຈີ​ລິ​ສ​ ໃນ​ວັນ​ອັງ​ຄານ​ວານ​ນີ້.

ອາຍ​ນ້ຳ​ມັນ​ທີ່​ຖືກປ່ອຍ​ຖີ້ມ​ລົງ​ມາ​ໂດຍເຮືອ​ບິນ​ໂດຍ​ສານ​ລຳ​ນຶ່ງ ໃສ່​ໂຮງ​ຮຽນ​ຫຼາຍ​ຫຼັງໃນ​ຂະ​ນະ​ທີ່​ເຮືອ​ບິນ​ລຳ​ດັ່ງ​ກ່າວ ​ບິນ​ກັບ​ຄືນ​ຢ່າງ​ສຸ​ກ​ເສີນໄປ​ສູ່​ສະ​ໜາມ​ບິນ​ສາ​ກົນ​ລອ​ສ​ແອ​ລ​ເຈີ​ລິ​ສ ໃນ​ວັນ​ອັງ​ຄານ​ວານ​ນີ້ ​ຊຶ່ງເຮັດ​ໃຫ້​ເກີດ ​ມີ​ການ​ຄັນ​ຄາຍ​ແກ່​ຜິວ​ໜັງ ແລະ​ຫາຍ​ໃຈ​ຍາກ​ສຳ​ລັບພວກ​ເດັກ​ນ້ອຍ ແລະ​ຜູ້​ໃຫ​ຍ່ 56 ຄົນ ​ອີງ​ຕາມຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ກ່າວ​ໄວ້.

ນ້ຳ​ມັນ​ໄດ້​ຖືກ​ປ່ອຍລົງມາ​ຈາກ​ເຮື​ອ​ບິນໂດຍ​ສານ ສາຍ​ການ​ບິນ​ແດ​ລ​ຕາ (Delta) ທີ່​ຫາ​ກໍ່​ຂຶ້ນຈາກ​ສະ​ໜາມ​ບິ​ນ​ສາ​ກົນ​ລອ​ສ​ແອ​ລ​ເຈີ​ລິ​ສ ​ເພື່ອ​ບິນ​ໄປ​ສູ່​ນະ​ຄອ​ນ​ຊຽງ​ໄຮ້ ທີ່​ປະ​ສົບ​ກັບ​ບັນ​ຫາເຄື່ອງ​ຈັກ​ຕິດ​ຂັດ.

ໃນ​ຂະ​ນະ​ທີ່​ເຮືອ​ບິນ ບິນ​ກັບ​ຄືນ​ເພື່ອ​ລົງ​ເດີ່ນ​ສຸກ​ເສີນ ເຮືອ​ບິນ​ໄດ້​ປ່ອຍນ້ຳ​ມັນຖິ້ມ​ລົງ​ໃສ່​ໂຮງ​ຮຽ​ນ​ປະ​ຖົມ​ຫ້າ​ແຫ່ງ​ຢູ່​ໃນ​ເມືອງ​ກູ​ດາ​ຮີ (Cudahy) ທີ່​ຕັ້ງ​ຢູ່​ປະ​ມານ 21 ກິ​ໂລ​ແ​ມັດ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະ​ໜາມ​ບິນ.

ພວກ​ເດັກ​ນ້ອຍ ແລະ​ຜູ້​ໃຫຍ່​ຢ່າງ​ໜ້ອຍ 56 ຄົນ ໄດ້​ຮັບ​ບາດ​ເຈັບ​ເລັກ​ນ້ອຍຢູ່​ຕາມ​ຜິວ​ໜັງ ແລະ​ຫາຍ​ໃຈ​ຍາກ ແຕ່​ບໍ່​ມີ​ໃຜ​ໄດ້​ຖືກ​ນຳສົ່ງ​ໂຮງ​ໝໍ.

ສາຍ​ການ​ບິນ​ແດ​ລ​ຕາ ກ່າວ​ວ່າ ​ເຮືອ​ບິນ​ໄດ້​ລົງຈອດ​ຢູ່​ເດີ່ນ​ດ້ວຍ​ຄວາມ​ປອດ​ໄພ ຫຼັງ​ຈາກ​ໄດ້​ປ່ອຍ​ນ້ຳ​ມັນ​ຖິ້ມ​ແລ້ວ ທີ່​ຕ້ອງ​ໄດ້​ເຮັດ​ອັນ​ເປັນ​ພາກ​ສ່ວນ​ການ​ດຳ​ເນີນ
ການ​ຕາມ​ປົກ​ກ​ະ​ຕິ ເພື່ອ​ໃຫ້​ລົງ​ເຖິງ​ເ​ດິ່ນ​ດ້ວຍ​ນ້ຳ​ໜັກ​ທີ່​ປອດ​ໄພ.

Several children and adults suffered minor injuries when a mist of jet fuel fell over several schools in the Los Angeles area Tuesday.

A mist of fuel dumped by an airliner as it made an emergency return to Los Angeles International Airport fell on several schools on Tuesday, causing minor skin and lung irritation to 56 children and adults, officials said.

The fuel came from a Delta Air Lines passenger jet that had just taken off from Los Angeles International Airport on a flight to Shanghai when it experienced engine issues.

As the plane turned back to make an emergency landing, it dumped fuel over five elementary schools in the city of Cudahy, located about 21 kilometers east of the airport.

At least 56 children and adults suffered minor skin and lung irritation, but none of them were taken to hospitals.

Delta Air Lines says the aircraft landed safely after release of fuel, which was required as part of normal procedure to reach a safe landing weight.

XS
SM
MD
LG