ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຊ ຕ່າງປະເທດ ສຫລ ໂຕ້ແຍ່ງ ການປະເມີນຜົນ ໂຄງການນິວເຄລຍ ຂອງເກົາຫຼີເໜືອ


ຊາວເກົາຫຼີໃຕ້ ກຳລັງເບິ່ງ ພາບຖ່າຍຈາກດາວທຽມ ຂອງສະຖານທີ່ນິວເຄລຍໃນເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້.
ຊາວເກົາຫຼີໃຕ້ ກຳລັງເບິ່ງ ພາບຖ່າຍຈາກດາວທຽມ ຂອງສະຖານທີ່ນິວເຄລຍໃນເກົາຫຼີເໜືອ, ຢູ່ທີ່ສະຖານີລົດໄຟ ໃນນະຄອນຫຼວງ ໂຊລ, ເກົາຫຼີໃຕ້.

ຮອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ທ່ານ Antony Blinken ໄດ້ໂຕ້ແຍ່ງ ການປະເມີນຜົນຂອງທ່ານ James Clapper ຜູ້ອຳນວຍການ​ອົງການສືບລັບແຫ່ງຊາດ ສະຫະລັດ ທີ່ໄດ້ກ່າວໄປເມື່ອສັບປະດານີ້ ​ໂດຍ​ເວົ້າວ່າ ຄວາມພະຍາຍາມທີ່ຈະຊັກຊວນ ເກົາຫຼີເໜືອ​ເປັນ​ປະ​ເທດ ​ທີ່ປອດອາວຸດນິວເຄລຍ ນັ້ນ “ແມ່ນອາດບໍ່ມີຫວັງຈະສຳເລັດ ເລີຍ.”

ທ່ານ Blinken ໄດ້ກ່າວວ່າ “ພວກເຮົາຈະບໍ່ຍອມຮັບ ໃຫ້ເກົາຫຼີເໜືອ ເປັນປະເທດ ທີ່ ມີອາວຸດນິວເຄລຍ. ພວກເຮົາຈະບໍ່ຍອມຮັບໃຫ້ ເກົາຫຼີເໜືອ ມີອາວຸດນິວເຄລຍ ໃນຄອບຄອງ, ​ເດັດຂາດ.”

ຮອງລັດຖະມົນຕີ ການຕ່າງປະເທດ ສະຫະລັດ ໄດ້ເຂົ້າຮ່ວມກອງປະຊຸມໃນນະຄອນ
ຫຼວງ ໂຕກຽວ ກັບ ຮອງລັດຖະມົນຕີການຕ່າງປະເທດຂອງຍີ່ປຸ່ນ ທ່ານ Shinsuke Sugiyama ແລະ ຮອງລັດຖະມົນຕີການຕ່າງປະເທດ ຜູ້ທີໜຶ່ງຂອງເກົາຫຼີ​ໃຕ້ ທ່ານ
Lim Sung Nam ເພື່ອປະສານງານ ກ່ຽວ​ກັບຍຸດທະສາດຮ່ວມ ເພື່ອຈະຮັບມືກັບ
ການທ້າ​ທາຍເກາະຜິດທີ່ມີຢູ່ຕໍ່ມາ ຂອງເກົາຫຼີເໜືອ ຮວມທັງການທົດລອງນິວເຄລຍ ສອງຄັ້ງ ແລະ ການຍິງລູກສອນໄຟຂີປະນາວຸດ 24 ເທື່ອໃນປີນີ້.

ທ່ານ Blinken ໄດ້ກ່າວອີກວ່າ ວໍຊິງຕັນ ແລະ ບັນດາພັນທະມິດຂອງຕົນແມ່ນ “ໄດ້
ສຸມໃສ່ ຄືກັນກັບແສງເລເຊີ້”
ເພື່ອຊັກຊວນໃຫ້ລັດຖະບານ Kim Jong Un ​ເຂົ້າຮ່ວມ ໃນການເຈລະຈາທີ່ເຊື່ອຖືໄດ້ເພື່ອຍຸຕິຄວາມໄຝ່ຝັນຢາກມີອາວຸດນິວເຄລຍຂອງຕົນ ໂດຍຜ່ານມາດຕະການກີດກັນ​ເພີ້ມຂຶ້ນ ​ໃນດ້ານການທູດ ແລະ ການກົດດັນ.

ເຖິງຢ່າງໃດກໍຕາມ ຢູ່ທີ່ສະພາອິດສະຫລະ ກ່ຽວກັບຄວາມສຳພັນດ້ານການຕ່າງປະເທດ ເມື່ອວັນອັງຄານຜ່ານມາ ທ່ານ Clapper ໄດ້ກ່າວວ່າ ການນຳພາຂອງເກົາຫຼີເໜືອ “ຈະບໍ່ເຮັດເຊັ່ນນັ້ນ ໂຄງການນິວເຄລຍ ແມ່ນເປັນປີ້ເພື່ອການຢູ່ລອດ ຂອງພວກ ເຂົາເຈົ້າ.” ​

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Blinken on North Korea Nuclear Threat
please wait

No media source currently available

0:00 0:01:08 0:00

XS
SM
MD
LG