ສະຫະລັດ ຍີ່ປຸ່ນ ແລະອອສເຕຣເລຍ ໄດ້ສະແດງ “ຄວາມເປັນຫ່ວງທີ່ສຸດ” ໃນວັນຈັນ
ວານນີ້ ກ່ຽວກັບການຂັດແຍ້ງຢູ່ທະເລຈີນໃຕ້ໃນຂະນະທີ່ຮຽກຮ້ອງໃຫ້ໂຈະ ການສ້າງ
ເກາະທຽມ ແລະການເຄື່ອນໄຫວທາງທະຫານຢູ່ໃນທະເລດັ່ງກ່າວ ທີ່ອາດຈະສ້າງ
ຄວາມເຄັ່ງຕຶງເພີ່ມຂຶ້ນຫລຶືສ້າງຄວາມເສຍຫາຍຢ່າງຖາວອນໃຫ້ແກ່ ສິ່ງແວດລ້ອມ.
ທັງສາມປະເທດໄດ້ອອກຖະແຫລງການຮ່ວມສະບັບນຶ່ງ ຫລັງຈາກ ລັດຖະມົນຕີຕ່າງ
ປະເທດສະຫະລັດ ທ່ານ Rex Tillerson ລັດຖະມົນຕີຕ່າງປະເທດອອສເຕຣເລຍ
ທ່ານນາງ Julie Bishop ແລະລັດຖະມົນຕີຕ່າງປະເທດຍີ່ປຸ່ນທ່ານ Taro Kono
ໄດ້ພົບປະກັນ ຢູ່ຂ້າງນອກກອງປະຊຸມຄະນະລັດຖະມົນຕີອາຊຽນ ທີ່ຟິລິບປີນ.
ພວກທ່ານໄດ້ຮຽກຮ້ອງໃຫ້ຈີນ ແລະຟິລິບປີນ ປະຕິບັດຕາມ ການຕັດສິນຂອງສານ
ໄກ່ເກ່ຍໃນປີກາຍນີ້ ຊຶ່ງໄດ້ປະກາດເປັນໂມຄະສ່ວນໃຫຍ່ໃນການອ້າງເອົາເຂດນ້ຳ
ແດນດິນ ໃນທະເລຈີນໃຕ້ຂອງຈີນ ໂດຍຍັງມີການອ້າງເອົາກຳມະສິດເປັນບາງສ່ວນ
ຂອງໄຕ້ຫວັນ ແລະບັນດາສະມາຊິກ ASEAN ຄືບຣູໄນ ມາເລເຊຍ ຟິລິບປີນ ແລະ
ຫວຽດນາມ.
ຖະແຫລງການຍັງໄດ້ຮຽກຮ້ອງໃຫ້ສະມາຊິກ ASEAN ແລະຈີນ ຄໍ້າປະກັນວ່າ ກົດ
ການປະຕິບັດ ທີ່ເຂົາເຈົ້າໄດ້ໃຫ້ຄຳໜັ້ນສັນຍາ ຈະສ້າງຕັ້ງຂຶ້ນມາກ່ຽວກັບທະເລຈີນ
ໃຕ້ນັ້ນ ຈະ “ມີຜົນບັງຄັບທາງກົດໝາຍ ມີຄວາມໝາຍ ມີປະສິດທິຜົນ ແລະສອດຄ່ອງ
ກັບກົດໝາຍສາກົນ.”
ກົດລະບຽບການປະຕິບັດແມ່ນຈະແນໃສ່ເພື່ອຫລີກລ່ຽງອຸປະຕິເຫດ ຈາກບັນດາປະ
ເທດທີ່ອ້າງເອົາກຳມະສິດ ໃນການຫາປາ ສຳຫຼວດຫານໍ້າມັນ ແລະແກັສທຳມະຊາດ
ຫລືພັດທະນາເກາະດອນນ້ອຍໆບາງສ່ວນ ທີ່ຄາດວ່າຈະມີເຖິງ 500 ເກາະດອນນັ້ນ.
ຈີນໄດ້ຄັດຄ້ານຕໍ່ການມີຜົນບັງຄັບຂອງຂໍ້ຕົກລົງ ແລະໄດ້ກ່າວຢ້ຳເຖິງການອ້າງເອົາ
ກຳມະສິດຂອງຕົນໃນທະເລດັ່ງກ່າວ ດ້ວຍການສ້າງບັນດາເກາະທຽມ ທີ່ສະຫະລັດ
ແລະປະເທດອື່ນໆໄດ້ພາກັນຕິຕຽນນັ້ນ.
ບັນດາລັດຖະມົນຕີອາຊຽນ ໄດ້ກ່າວຢູ່ໃນຖະແຫຼງການໃນວັນອາທິດທີ່ຜ່ານມານີ້ວ່າ
ຕົນ “ຍິນດີຕ້ອນຮັບຢ່າງອົບອຸ່ນ ໃນການປັບປຸງການຮ່ວມມື” ກັບຈີນ ແລະພ້ອມແລ້ວ
ທີ່ຈະເລີ້ມການເຈລະຈາຢ່າງເປັນລ້ຳເປັນສັນ ກ່ຽວກັບກົດການປະຕິບັດ ແຕ່ບໍ່ໄດ້ກ່າວ
ເຖິງວ່າ ຈະເຮັດໃຫ້ກົດດັ່ງກ່າວມີຜົນບັງຄັບຫຼືບໍ່.
ນອກນັ້ນ ເຂົາເຈົ້າຍັງໃຫ້ຂໍ້ສັງເກດ ເຖິງການສະແດງຄວາມເປັນຫ່ວງ ໂດຍບັນດາສະ
ມາຊິກຈຳນວນນຶ່ງ ກ່ຽວກັບການສ້າງເກາະດອນທຽມ ແລະໄດ້ເນັ້ນໜັກເຖິງ "ຄວາມ
ສຳຄັນໃນການເປັນເຂດປອດທະຫານ” ຂອງເຂດດັ່ງກ່າວ.