ຫຼັງຈາກ ສະຫະລັດ ໄດ້ຕັດສິນໃຈ ທີ່ຈະຖອນຕົວອອກຈາກອົງການເພື່ອການສຶກສາ,
ວິທະຍາສາດ ແລະ ວັດທະນະທຳ ຂອງອົງການສະຫະປະຊາຊາດ ຫຼື UNESCO ໃນ
ວັນພະຫັດສັບປະດາທີ່ຜ່ານມາແລ້ວ, ປະເທດ ອິສຣາແອລ ກໍໄດ້ປະກາດວ່າ ເຂົາເຈົ້າ
ຈະຖອນຕົວອອກຈາກອົງການ UNESCO ເຊັ່ນກັນ. ສະຫະລັດ ໄດ້ຢຸດໃຫ້ເງິນທຶນ
ສຳລັບອົງການ UNESCO ຫຼັງຈາກອຳນາດການປົກຄອງ ປາແລັສໄຕນ ໄດ້ຖືກຮອງ
ຮັບເອົາໃນອົງການດັ່ງກ່າວ ໃນຖານະສະມາຊິກຖາວອນ, ເຖິງແມ່ນວ່າຈະມີການຄັດ
ຄ້ານ ຈາກ ອາເມຣິກາ, ອິສຣາແອລ ແລະ ຢູໂຣບ ກໍຕາມ. ໃນຂະນະທີ່ສະມາຊິກຕ້ອງ
ໄດ້ຈ່າຍຄ່າທຳນຽມການເປັນສະມາຊິກນັ້ນ, ສະຫະລັດ ໄດ້ລວບລວມໜີ້ສິນ 600 ລ້ານ
ໂດລາໃນຫຼາຍປີທີ່ຜ່ານມາ. ແຕ່ໃນເວລາດຽວກັນ, ນັກຂ່າວວີໂອເອ Zlatica Hoke ກໍ
ລາຍງານວ່າ, ລັດຖະບານຂອງທ່ານ ທຣຳ ໄດ້ອ້າງເຖິງການລຳອຽງ ຕໍ່ຕ້ານ ອິສຣາແອລ
ສຳລັບການຖອນຕົວອອກຄັ້ງນີ້ເຊັ່ນກັນ. ພຸດທະສອນ ມີລາຍລະອຽດເລື່ອງນີ້ ມາສະ
ເໜີທ່ານ ໃນອັນດັບຕໍ່ໄປ.
ອົງການ UNESCO ແມ່ນເປັນທີ່ຮູ້ຈັກກັນ ຍ້ອນການແຕ່ງຕັ້ງເອົາສະຖານທີ່ມໍລະດົກ
ໂລກແຫ່ງຕ່າງໆເຊັ່ນ Grand Canyon ໃນ ສະຫະລັດ, ເມືອງ Palmyra ຂອງປະເທດ
ຊີເຣຍ, ເຊິ່ງໄດ້ດຶງດູດຄວາມສົນໃຈເປັນພິເສດ ເວລາມັນຖືກທຳລາຍໂດຍພວກກໍ່ການ
ຮ້າຍລັດອິສລາມ, ແລະ ວັດພະວິຫານຂອງ ກຳປູເຈຍ.
ຜູ້ແທນ ສະຫະລັດ ທີ່ສຳນັກງານໃຫຍ່ອົງການ UNESCO ໃນນະຄອນຫຼວງ ປາຣີ,
ທ່ານ Chris Hegadorn ໄດ້ໃຫ້ເຫດຜົນສອງຢ່າງສຳລັບການຖອນຕົວໃນຄັ້ງນີ້.
ທ່ານ Chris Hegadron ອຸບປະທູດ ສະຫະລັດ ທີ່ອົງການ UNESCO ກ່າວວ່າ “ນຶ່ງ
ແມ່ນເລື່ອງເງິນຄ້າງທີ່ເພີ່ມສູງຂຶ້ນ, ເຊິ່ງໄດ້ເພີ່ມຂຶ້ນນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ເມື່ອ
ອົງການນີ້ໄດ້ອະນຸມັດໃຫ້ ປາແລັສໄຕນ ເປັນປະເທດສະມາຊິກ. ເງິນຄ້າງຊຳລະທີ່ເພີ່ມ
ສູງຂຶ້ນນັ້ນ ແມ່ນສຳຄັນ ຕໍ່ຄວາມບໍ່ໝັ້ນຄົງ. ບັນຫາທີສອງແມ່ນ ໂຊກບໍ່ດີ, ອົງການນີ້ໄດ້
ກາຍມາມີສ່ວນຮ່ວມກັບການເມືອງ, ສ້າງຄວາມເສຍຫາຍຕໍ່ວຽກງານຂອງອົງການ
UNESCO ໃນທົ່ວຄະນະກຳມາທິການຂອງເຂົາເຈົ້າ. ມັນໄດ້ກາຍມາເປັນສະຖານທີ່
ສຳລັບການລຳອຽງຕໍ່ຕ້ານ ອິສຣາແອລ.”
ເປັນເວລາດົນນານແລ້ວ ທີ່ ສະຫະລັດ ໄດ້ຮຽກຮ້ອງໃຫ້ມີການປະຕິຮູບອົງການວັດທະ
ນະທຳຂອງ ອົງການສະຫະປະຊາຊາດແຫ່ງນີ້.
ທ່ານນາງ Heather Nauert ໂຄສົກກະຊວງການຕ່າງປະເທດ ສະຫະລັດ ກ່າວວ່າ
“ພວກເຮົາຢາກເຫັນເລື່ອງການເມືອງຖືກກີດກັ້ນຈາກເຂົາເຈົ້າ. ແລະ ພວກເຮົາເຫັນ
ການລຳອຽງຕໍ່ ອິສຣາແອລ ໄດ້ຖືກບັນທຶກໄວ້ ເປັນເວລາດົນນານໂດຍອົງການ
UNESCO. ສິ່ງດັ່ງກ່າວນັ້ນ ຕ້ອງສິ້ນສຸດລົງ. ສະນັ້ນ ສະຫະລັດ ຈຶ່ງໄດ້ທຳການຕັດສິນ
ໃຈແລ້ວ, ຫຼັງຈາກຂັ້ນຕອນການພິຈາລະນາຢ່າງຮອບຄອບທີ່ດົນນານ ເພື່ອຖອນຕົວ
ອອກ.”
ໃນຕົ້ນປີນີ້, ອົງການ UNESCO ໄດ້ປະກາດສູນກາງຂອງເມືອງບູຮານ Hebron, ເຊິ່ງ
ເປັນເມືອງທີ່ມີຄວາມຂັດແຍ້ງ ໃນເຂດ West Bank ທີ່ຖືກຄວບຄຸມໂດຍ ອິສຣາແອລ
ນັ້ນ, ເປັນສະຖານທີ່ມໍລະດົກໂລກຂອງ ປາແລັສໄຕນ ທີ່ຕົກຢູ່ໃນອັນຕະລາຍ. ແລະ ໃນ
ປີ 2015, ເຂົາເຈົ້າໄດ້ຮັບຮອງເອົາມະຕິ ທີ່ໄດ້ກ່າວວິຈານ ອິສຣາແອລ ສຳລັບການນຳ
ໃຊ້ສະຖານທີ່ມໍລະດົກດັ່ງກ່າວໃນທາງທີ່ຜິດໃນນະຄອນ Jerusalem. ການຕັດສິນທັງ
ສອງ ໄດ້ຖືກກ່າວປະນານາມໂດຍ ອິສຣາແອລ ແລະ ພັນທະມິດຂອງເຂົາເຈົ້າ.
ນາຍົກລັດຖະມົນຕີ ອິສຣາແອລ ທ່ານ Benjamin Netanyahu ໃນວັນພະຫັດທີ່ຜ່ານ
ມາ ໄດ້ເຫັນດີກັບການຕັດສິນໃຈຖອນຕົວນີ້, ໂດຍໄດ້ກ່າວໃນ Twitter ວ່າ ອົງການ
UNESCO ໄດ້ກາຍເປັນ “ໂຮງລະຄອນທີ່ບໍ່ມີສາລະ” ແລະ ວ່າ ອິສຣາແອລ ກໍຈະຖອນ
ຕົວອອກເຊັ່ນກັນ.”
ຜູ້ອຳນວຍການໃຫຍ່ອົງການ UNESCO ທ່ານນາງ Irina Bokova ໄດ້ສະແດງຄວາມ
ເສຍໃຈ ກ່ຽວກັບ ການຕັດສິນໃຈຂອງ ສະຫະລັດ ແລະ ໄດ້ໂຕ້ແຍ້ງກັບການຕັດສິນໃຈ
ຂອງເຂົາເຈົ້າ.
ທ່ານນາງ Irina Bokova ກ່າວວ່າ “ໃນເວລາທີ່ການຕໍ່ສູ້ຕ້ານລັດທິຄວາມຮຸນແຮງ ໄດ້
ຮຽກຮ້ອງໃຫ້ເລີ່ມມີການລົງທຶນໃໝ່ໃນດ້ານການສຶກສາ, ໃນການປຶກສາຫາລືລະຫວ່າງ
ວັດທະນະທຳຕ່າງໆ ເພື່ອປ້ອງກັນຄວາມຄຽດຊັງນັ້ນ, ມັນເປັນເລື່ອງທີ່ໜ້າເສຍໃຈຢ່າງ
ຍິ່ງທີ່ ສະຫະລັດ ຈະຖອນຕົວອອກຈາກອົງການຂອງອົງການສະຫະປະຊາຊາດ ທີ່ນຳ
ໜ້າບັນຫາພວກນີ.”
ທ່ານນາງ Bokova ກ່າວວ່າ ອົງການ UNESCO ໄດ້ເຮັດວຽກກັບການຕໍ່ຕ້ານການບໍ່ນິ
ຍົມຊາວຢິວ ແລະ ອາຣັບ ແລະ ເພື່ອຮັກສາຄວາມຊົງຈຳ ກ່ຽວກັບ ການທຳລາຍລ້າງມາ
ໂດຍຕະຫຼອດ. ການຖອນຕົວຂອງ ສະຫະລັດ ໄດ້ເກີດຂຶ້ນໃນເວລາທີ່ອົງການດັ່ງກ່າວ
ກຳລັງຢູ່ໃນຂັ້ນຕອນຂອງການເລືອກເອົາຜູ້ອຳນວຍການໃຫຍ່ຄົນໃໝ່. ການຖອນຕົວນີ້
ຈະມີຜົນບັງຄັບໃຊ້ໃນທ້າຍປີໜ້າ.
Following the U.S. decision Thursday to quit the United Nations organization for education, science and culture, Israel announced it too will withdraw from UNESCO. The United States stopped funding UNESCO after the Palestinian Authority was accepted into the agency as a full member despite American, Israeli and European opposition. As a member subject to membership dues, the United States accumulated a $600-million debt over the years.But as VOA's Zlatica Hoke reports, the Trump administration also cited anti-Israel bias as a reason for withdrawal.
UNESCO is known for its designation of world heritage sites such as the Grand Canyon in the United States, Syria's city of Palmyra, which drew special attention when it suffered vandalism by Islamic State terrorists, and Cambodia's Preah Vihear temple.
U.S. representative at UNESCO headquarters in Paris, Chris Hegadorn, gave two reasons for withdrawal.
(( CHRIS HEGADORN, U.S. CHARGE D'AFFAIRES AT UNESCO))
"One was mounting arrears, which have been mounting since 2011 when this organization admitted Palestine as a member state. That amount in arrears is essentially unsustainable. The second issue: unfortunately, this venue has become politicized, undermining the work of UNESCO across its mandate. It's become a venue for anti-Israel bias."
The United States has long called for a reform of the U.N.'s cultural body.
((HEATHER NAUERT, STATE DEPARTMENT SPOKESWOMAN ))
"We'd like to see the politics kept out of it.And we see Israel bias that's long-documented on the part of UNESCO. That needs to come to an end.So the United States made the decision - after a long deliberative process - to pull out."
Earlier this year, UNESCO declared the ancient core of Hebron, a contested city in Israeli-occupied West Bank, as a Palestinian World Heritage site in danger. And in 2015, it adopted a resolution that criticized Israel for mishandling heritage sites in Jerusalem. Both decisions were condemned by Israel and it allies.
Israeli Prime Minister Benjamin Netanyahu on Thursday welcomed the U.S. decision to withdraw, saying in a tweet that UNESCO has become "a theater of the absurd" and that Israel also would withdraw from it.
UNESCO's Director-General Irina Bokova expressed regret over the U.S. decision and questioned its timing.
((IRINA BOKOVA, DIRECTOR-GENERAL OF UNESCO ))
"At the time when the fight against violent extremism calls for renewed investment in education, in dialogue among cultures to prevent hatred, it is deeply regretable that the United States should withdraw from the United Nations agency leading these issues."
Bokova said UNESCO has always worked against anti-Semitism and to preserve the memory of the Holocaust.The U.S. withdrawal comes at a time when the organization is in the process of selecting a new director-general. The withdrawal goes into effect at the end of next year.